ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ຄົນຢູ່ລັດ ຟລໍຣິດາ ຮັບມືກັບ ຜົນກະທົບ ຂອງ ເຮີຣິເຄນເອີມາ


ທ້າວ John Duke ຍ່າງລຸຍນໍ້າຢູ່ຖະໜົນ ພະຍາຍາມໄປຫາ ລົດຂອງລາວ ທີ່ຖືກນໍ້າຖ້ວມ.
ທ້າວ John Duke ຍ່າງລຸຍນໍ້າຢູ່ຖະໜົນ ພະຍາຍາມໄປຫາ ລົດຂອງລາວ ທີ່ຖືກນໍ້າຖ້ວມ.

ຫລາຍໆ​ຄົນ​ຢູ່​ໃນລັດ Florida ຂອງ​ສະຫະລັດ ຈະໄດ້ເຫັນ​ຄວາມ​ເສຍ​ຫາຍ​ໃນ​ວັນ​ອັງ
ຄານ​ມື້​ນີ້ ທີ່​ໄດ້​ປະປ່ອຍ​ໄວ້ໂດຍເຮີຣິ​ເຄນ Irma ​ໃນ​ຂະນະ​ທີ່​ເຄິ່ງນື່ງຂອງ​ປະຊາ​ຊົນຂອງ
​ລັດ ຍັງ​ບໍ່​ມີ​ໄຟຟ້າ​ໃຊ້ ​ແລະ​ຖະໜົນ​ຫົນທາງຫລາຍໆ​ແຫ່ງຍັງ​ຖືກ ນໍ້າຖ້ວມ ​ຫລືເຕັມ​ໄປ​
ດ້ວຍຊາກ​ເພພັງ.

​ເມືອງ Monroe ​ໄດ້​ຕຽມ​ພ້ອມ ​ອະນຸຍາດ​ໃຫ້​ຜູ້ຄົນ ​ທີ່ອາ​ໄສຢູ່​ໃນ​ເຂດ​ເໜືອສຸດ​ຂອງເກາະ
ດອນ​ທີ່​ຍື່ນອອກ​ໄປ​ຫຼື ເຂດ Keys ໃນລັດ Florida ກັບ​ຄືນໄປ​ຍັງ​ບ້ານ​ເຮືອນໃນ​ຂະນະ
ສ່ວນ​ທີ່​ເຫລືອ​ຂອງ​ບັນດາເກາະດອນຍັງ​ປິດທາງ​ຫລວງທີ່ຖືກ​ທຳລາຍ. ພວກ​ເຈົ້າ​ໜ້າ​ທີ່​
ກ່າວ​ວ່າ ການ​ກວດກາ​ຂົວ​ຂ້າມທັງ​ໝົດ 42 ​ແຫ່ງ​ໄດ້​ເສດ​ສິ້ນລົງ ທີ່​ເຊື່ອມ​ຕໍ່​ເຂົ້າ​ຫາ​ເກາະ
ດອນ​ຕ່າງໆ​ຢູ່​ເຂດ Keys ຊຶ່ງທັງໝົດ​ໄດ້​ກວດ​ສອບ​ວ່າ​ ມີ​ຄວາມ​ປອດ​ໄພດີ.

​ເຂດ Keys ແມ່ນ​ເປັນ​ພາກສ່ວນ​ທຳ​ອິດ​ຂອງ​ລັດ Florida ທີ່​ໄດ້​ຖື​ກຖະຫລົ່ມ​ໂດຍເຮີຣິ
​ເຄນທີ່​ຮ້າຍ​ແຮງ​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ທີ່​ຜ່ານ​ມາ. ກອງທັບ​ເຮືອ​ສະຫະລັດ ​ໄດ້​ສົ່ງ​ກຳ​
ປັ່ນ​ສາມລຳ​ເພື່ອ​ຊ່ວ​ຍກູ້​ໄພ ​ແລະ​ຄວາມ​ພະຍາຍາມ​ຊອກ​ຫາ ທີ່​ຮວມ ທັງການ​ຊອກຄົ້ນ
​ຫາ​ບັນດາເຮືອນ​ຊານ​ທີ່​ຖືກ​ທຳລາຍ ທີ່​ອາດ​ມີບັນ ດາ​ຜູ້​ເຄາະ​ຮ້າຍ​ຂອງ​ພາຍຸ​ຢູ່​ໃນ​ນັ້ນ.

ຜູ້​ປົກຄອງ​ລັດ Florida ທ່ານ Rick Scott ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຫລັງ​ຈາກ​ໄດ້​ບິນ
​ຂ້າມ​ໝູ່​ເກາະ​ວ່າ “ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ​ອອກ​ໄປ​ຢູ່​ກັບ​ຄົນ​ທີ່ຢູ່​ເຂດ Keys. ມີ​ຄວາມ
ເສຍ​ຫາຍ​ໜັກ ຂ້າພະ​ເຈົ້າ​ພຽງ​ແຕ່​ຫວັງ​ວ່າ​ທຸກໆ​ຄົນ ທ່ານ​ຮູ້ ​ໄດ້​ລອດ​ຊີວິດ. ມັນ​ເປັນ​ພາ
ຍຸ​ໂຫດຮ້າຍ​ທີ່​ພວກ​ເຮົາ​ໄດ້​ເຫັນ.”

ທ່ານ Scott ກ່າວ​ວ່າ ການ​ຟື້ນ​ໂຕ​ຈາກ​ພາຍຸ Irma ຈະ​ເປັນ “ຫົນທາງ​ອັນ​ຍາວ​ນານ” ​
ສຳລັບລັດ​. ທ່່ານ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ພວກ​ຊ່າງ​ໄຟຟ້າ 23,000 ຄົນ​ຈາກ​ລັດ
Florida ​ແລະ​ອີກ​ຫລາຍ​ພັນ​ຄົນ​ ​ທີ່​ໄດ້​ມາໃຫ້ການ​ຊ່ວຍ​ເຫລືອ​ຈາກ​ລັດ​ຕ່າງໆ ​ໄດ້​ພາ
ກັນ​ເຮັດ​ວຽກ​ເພື່ອ​ຟື້ນຟູບໍລິ​ກາ​ນ ​ແຕ່​ວ່າ​ຄົນ​ຈຳນວນ​ນຶ່ງ​ຕ້ອງ​ໄດ້​ຕຽມ​ລໍຖ້າ​ ການ​ບໍ່​ມີໄຟ
ຟ້າ​ໃຊ້​ເປັນ​ເວລາ​ຫລາ​ຍອາທິດ.

ມີ​ການຖິ້ມ​ໂທດ​ໃສ່ເຮຣິ​ເຄນ Irma ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງໜ້ອຍ​ຫ້າ​ຄົນ​ ຢູ່​ໃນ​ລັດ
Florida ສອງ​ຄົນ​ຢູ່​ໃນ​ລັດ Georgia ​ແລະ​ອີກ​ສອງ​ຄົນ​ຢູ່ໃນ​ລັດ South Carolina.
ພາຍຸ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 35 ຄົນ ​ໃນ​ຂະນະ​ທີ່​ຜັດ​ຜ່ານ​ເຂົ້າ​ສູ່​ໝູ່​ເກາະ ​ໃນ​
Caribbean ອາທິດ​ແລ້ວ​ນີ້​.

ພາຍຸໄດ້​ອ່ອນ​ກຳລັງ​ລົງ​ກາຍ​ເປັນ​ພາຍຸ​ເຂດ​ຮ້ອນ ​ແຕ່​ຍັງເຮັດ​ໃຫ້​ມີ​ຝົນ​ລົງ​ມາ​ຢູ່​ໃນ​ຫລາຍ
ເຂດ ຂອງ​ລັດ North Carolina, South Carolina, Georgia, Alabama,
Mississippi, Tennessee ​ແລະ Kentucky ​ໃນ​ວັນ​ອັງຄານ​ມື້​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Hurricane Irma
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG