ພົນລະເມືອງຂອງ Ireland ແມ່ນພວມພາກັນປ່ອນບັດອອກສຽງ
ໃນວັນສຸກມື້ນີ້ ກ່ຽວກັບວ່າ ຈະດັດແກ້ລັດຖະທຳມະນູນ ເພື່ອ
ອະນຸຍາດໃຫ້ ພວກຮັກຮ່ວມເພດ ແຕ່ງງານກັນໄດ້ ຫຼືບໍ່ ຢູ່ໃນ
ປະເທດທີ່ມີສັງຄົມນິຍົມແນວທາງເດີມນັ້ນ.
ຖ້າຫາກມີລົງຄະແນນສຽງ “ເຫັນດີ” ເປັນທີ່ຄອບງຳໃນການ
ລົງປະຊາມະຕິຄັ້ງນີ້ ຈະເຮັດໃຫ້ປະເທດໄອຣ໌ແລນ ກາຍເປັນ
ປະເທດທຳອິດ ທີ່ອະນຸມັດໃຫ້ພວກຮັກຮ່ວມເພດ ແຕ່ງງານ
ກັນໄດ້ ດ້ວຍການປ່ອນບັດ ອອກສຽງຂອງປະຊາຊົນ.
ຢູ່ໃນທະວີບຢູໂຣບ ການແຕ່ງງານລະຫວ່າງພວກຮັກຮ່ວມເພດ ແມ່ນຖືວ່າຖືກຕ້ອງຕາມກົດໝາຍຢູ່ໃນສິບກວ່າປະເທດ. ແລະມັນຍັງເປັນທີ່ຖືກ ຕ້ອງຕາມກົດໝາຍ ຢູ່ໃນປະເທດ
ອາເຈັນຕີນາ ບຣາຊີລ ການາດາ ນິວຊີແລນ ອາຟຣິກາໃຕ້ ແລະ ອູຣູກວາຍ.
ການຍັ່ງຫາງສຽງຂອງປະຊາຊົນໃນໄອຣ໌ແລນ ໄດ້ຊີ້ໃຫ້ເຫັນວ່າ ຂອບເຂດຂອງການ
ສະໜັບສະໜຸນ ໃນການແຕ່ງງານລະຫວ່າງເພດດຽວກັນນັ້ນ ແມ່ນຢູ່ໃນລະຫວ່າງ 53
ຫາ 69 ເປີເຊັນ ໃນຂະນະດຽວກັນ ການອອກສຽງສະໜັບສະໜຸນ “ບໍ່ເຫັນດີ” ແມ່ນຢູ່
ລະຫວ່າງ 24 ຫາ 26 ເປີເຊັນ.
ແຕ່ສາສະໜາ Roman Catholic Church ທີ່ນິຍົມແນວທາງເດີມ ແມ່ນເປັນກຳລັງຄອບ
ງຳຢູ່ໃນໄອຣ໌ແລນ ແລະ ຜູ້ນຳສາສະໜາຫຼາຍໆທ່ານ ໄດ້ສະແດງການຄັດຄ້ານ ຕໍ່ການ ປ່ຽນແປງລັດຖະທຳມະນູນນີ້. ລັດຖະບານໄອຣ໌ແລນ ທີ່ບໍ່ກ່ຽວພັນກັບຝ່າຍສາສະໜາ ໃນ
ອີກດ້ານໜຶ່ງພັດສະໜັບສະໜຸນ ຕໍ່ການປ່ຽນແປງນີ້.