ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄອຣ໌ແລນ ອະນຸຍາດ ໃຫ້ເຮັດແທ້ງ ໃນຂອບເຂດ ທີ່ຈໍາກັດ (ວີດິໂອ)


ພວກເດີນຂະບວນ ພາກັນຖືປ້າຍປະທ້ວງ ທີ່ນະຄອນຫລວງ Dublin ຕໍ່ຕ້ານການອະນຸຍາດໃຫ້ແທ້ງລູກ.
ພວກເດີນຂະບວນ ພາກັນຖືປ້າຍປະທ້ວງ ທີ່ນະຄອນຫລວງ Dublin ຕໍ່ຕ້ານການອະນຸຍາດໃຫ້ແທ້ງລູກ.
ບັນດາ​ສະມາຊິກ​ສະພາ​ໄອ​ຣ໌ແລນ ​ໄດ້​ລົງ​ຄະ​ແນນ​ສຽງ ໃຫ້ການ
​ສະໜັບສະໜຸນ ຕໍ່ຮ່າງ​ກົດໝາຍ​ໃໝ່ ທີ່ອະນຸຍາດ​ໃຫ້ ​ເຮັດແທ້ງ​
ລູກ​ໄດ້ ​ໃນ​ກໍລະນີ​ທີ່​ຈຳກັດທໍ່​ນັ້ນ.

ສະພາ​ແຫ່ງ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ​ ເຫັນພ້ອມ​ກັບກົດໝາຍ​
ໃໝ່ ​ໃນ​ຕອນ​ເຊົ້າ ຂອງວັນ​ສຸກ​ມື້​ນີ້ ດ້ວຍ​ຄະ​ແນນ​ 127 ຕໍ່ 31.
ສະມາຊິກ​ຫ້າ​ຄົນ ຈາກ​ພັກ Fine Gawl ຂອງນາຍົກລັດຖະ
ມົນຕີ Enda Kenny ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດຄ້ານຕໍ່ ຮ່າງ​ກົດ
ໝາຍສະບັບ​ນີ້ ​ແລະ​ໄດ້​ຖືກ​ໄລ່​ອອກ​ຈາກ​ພັກ.

ຮ່າງ​ກົດໝາຍ​ ທີ່ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງ ​ໄດ້​ເຮັດ​ໃຫ້​ມີ​ການ​
ປະ​ທ້ວງ​ ຈາກ ພວກທີ່​ເ​ຫັນ​ດີນໍາ​ການເຮັດແທ້ງ​ລູກ​ໄດ້ ​ແລະ​ບັນດາ​ກຸ່ມ​ຄັດຄ້ານຕໍ່​ການ​ແທ້ງ​ລູກ. ຮ່າງ​ກົດໝາຍສະບັບ​ນີ້ອະນຸຍາດ​ໃຫ້​ເຮັດ​ແທ້ງ​ລູກ​ໄດ້ ກໍ​ຕໍ່​ເມື່ອການ​ຖືພາ​ ຕົກ​ຢູ່ ​ໃນ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ອັນຕະລາຍຮ້າຍ​ແຮງແກ່​ຊີວິດຂອງ​ຜູ້​ເປັນ​ແມ່ຫລື​ວ່າ​ແມ່​ຍິງ​ທີ່​ຖືພາ​ຈະ​ຂ້າໂຕ​ຕາຍ.

ຮ່າງ​ກົດໝາຍ​ໃໝ່ສະບັບ​ນີ້ ​ຈະ​ບໍ່​ອະນຸຍາດ​ໃຫ້​ເຮັດແທ້ງ​ລູກ ​ໃນ​ກໍລະນີທີ່​ມີ​ການຂົ່ມຂືນສຳ​ເລົາ
ການ​ຮ່ວມ​ເພດ​ຈາກ​ຍາດ​ຕິ​ພີ່ນ້ອງ​ໃກ້ຊິດ ຫລື​ທາລົກ​ໃນ​ຄັນ​ບໍ່ເປັນ​ປົກກະຕິ.

ວີດິໂອ: ກົກໝາຍອະນຸຍາດໃຫ້ແທ້ງລູກ ສ້າງຄວາມແຕກແຍກໃນໄອຣ໌ແລນ:

Abortion Law Vote Polarizes Ireland
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
XS
SM
MD
LG