ພວກປະທ້ວງຫລາຍໝື່ນຄົນພາກັນໄປໂຮມຊຸມນຸມຢູ່ທີ່ນະ
ຄອນ Dublinພາຍໃຕ້ອາກາດໜາວເຢັນຂອງລະດູໜາວໃນ
ວັນເສົາວານນີ້ ເພື່ອທໍາການປະທ້ວງຕໍ່ແຜນການຂອງລັດຖະ
ບານ Ireland ທີ່ຈະຕັດໂຄງ
ການສະຫວັດດີການສັງຄົມລົງ
ແລະຂຶ້ນພາສີ ເພື່ອຮັບປະກັນ
ໃຫ້ໄດ້ຮັບການຊ່ອຍເຫລືອ
ຈາກນາໆຊາດໃນວົງເງິນ
113 ຕື້ໂດລາ ສໍາລັບ Ire-
land ທີ່ຕິດໜີ້ສິນຢ່າງຫລວງ
ຫລາຍນັ້ນ.
ພວກປະທ້ວງພາກັນຍ່າງເລາະແຄມແມ່ນໍ້າ Liffey ໂດຍພາກັນຮ້ອງໂຮສະແດງຄວາມ
ໂກດແຄ້ນຂອງເຂົາເຈົ້າ ຕໍ່ແຜນການປະຢັດມັດທະຍັດ 4 ປີ ຂອງນາຍົກລັດຖະມຸນຕີ
Brian Cowenທີ່ໄດ້ປະກາດອອກມາໃນຕົ້ນສັບປະດາຜ່ານມາທີ່ຈະຕັດການຂາດດຸນງົບ
ປະມານລົງ ໃຫ້ໄດ້ 20 ຕື້ໂດລາໃນໄລຍະ 4 ປີຕໍ່ໜ້ານີ້.
Ireland ມີການຂາດດຸນງົບປະມານທີ່ສູງທີ່ສຸດໃນຢູໂຣບ ນັບແຕ່ສົງຄາມໂລກຄັ້ງທີສອງເປັນຕົ້ນມາ.
ແຜນການປະຢັດມັດທະຍັດດັ່ງກ່າວ ຮຽກຮ້ອງໃຫ້ຕັດອັດຕາຄ່າຈ້າງທີ່ຕໍ່າສຸດ ແລະເງິນ
ຫວ່າງງານລົງ ລົບລ້າງໜ້າວຽກຂອງລັດຖະບານ25 ພັນໜ້າວຽກ ວາງອັດຕາພາສີຊັບ
ສິນທີ່ດິນໃໝ່ ແລະເຮັດໃຫ້ພວກແຮງງານ Ireland ໃນຈໍານວນຫລາຍຂຶ້ນເສຍພາສີ
ລາຍໄດ້ຂອງຕົນ.
ຊາວ Ireland ປະທ້ວງ ໂຄງການເສດຖະກິດ ຂອງລັດຖະບານ
- ສິງ ບູຣົມມະວົງ
