ໄອຣ໌ແລນ ຈະຮູ້ຈັກໃນວັນສຸກມື້ນີ້ວ່າ ບັນດາຜູ້ມີສິດປ່ອນບັດໄດ້ພາກັນຕົກ
ລົງຮັບເອົາເງື່ອນໄຂຕ່າງໆຂອງສົນທິສັນຍາຫຼຸດຜ່ອນໜີ້ສິນຂອງສະຫະພາບ
ຢູໂຣບຫຼືບໍ່.
ບັນດາຜູ້ມີສິດປ່ອນບັດໄດ້ພາກັນໄປລົງຄະແນນສຽງໃນວັນພະຫັດຜ່ານມາ
ກ່ຽວ ກັບມາດຕະການ ທີ່ນຳສະເໜີໂດຍເຢຍຣະມັນ ທີ່ຈະວາງຂອບເຂດ
ຈໍາກັດ ໃນເລື່ອງໜີ້ສີນແລະການຂາດດຸນງົບປະມານ ໃນກຸ່ມ 17 ປະເທດທີ່
ໄຊ້ເງິນຢູໂຣ. ໄອຣ໌ແລນ ໄດ້ເຊັນສັນຍາໃນເດືອນມີນາຜ່ານມາ ກັບບັນດາ
ປະເທດສ່ວນໃຫຍ່ຂອງສະຫະພາບຢູໂຣບ ແຕ່ວ່າເປັນປະເທດດຽວທໍ່ນັ້ນທີ່ຂໍ
ໃຫ້ປະຊາຊົນເປັນຜູ້ ລົງປະຊາມະຕິໃຫ້ການອະນຸມັດ. ສະພາແຫ່ງຊາດຂອງ
ປະເທດທີ່ໃຊ້ເງິນຢູໂຣ ອື່ນໆ ເປັນຜູ້ພິຈາລະນາ ກ່ຽວກັບມາດຕະການດັ່ງກ່າວ.
ຜູ້ປ່ອນບັດຄົນນຶ່ງ ນາຍ Aidan Crowley ກ່າວວ່າ ຊາວໄອຣ໌ແລນ ພາກັນ
ຫງຸດຫງິດບໍ່ພໍໃຈທີ່ພາວະຍຸ່ງຍາກທາງເສດຖະກິດຍັງດໍາເນີນຢູ່ຕໍ່ມາ ໃນເຂດທີ່
ໃຊ້ເງິນຢູໂຣ ແຕ່ກໍກ່າວວ່າ ໄອຣ໌ແລນ ບໍ່ສາມາດທີ່ຈະເມີນເສີຍຕໍ່ຄວາມຮັບຜິດ
ຊອບ ໃນຄວາມຜິດພາດດ້ານການເງິນຂອງຕົນເອງ.
ລັດຖະບານໄອຣ໌ແລນ ໄດ້ເຕືອນປະຊົນຂອງຕົນວ່າ ຄວາມບໍ່ສາມາດໃນການ
ຮັບເອົາແຜນການຂອງສະຫະພາບຢູໂຣບນັ້ນ ຈະບໍ່ເປັນຜົນດີຕໍ່ໄອຣ໌ແລນໃນ
ການທີ່ຈະໄດ້ຮັບເງິນຊ່ວຍເຫລືອເພີ່ມຕື່ມ ຖ້າຫາກວ່າໄອຣ໌ແລນຕ້ອງການເງິນ
ຕື່ມອີກ ໃນເວລາທີ່ເງິນກູ້ຢືມກ້ອນປັດຈຸບັນຈໍານວນ 106 ພັນລ້ານໂດລາໝົດ
ລົງໃນປີ 2013. ພວກຝ່າຍຄ້ານກ່າວວ່າ ສົນທິສັນຍາດັ່ງກ່າວຈະເປັນອຸບປະສັກ
ຂັດຂວາງຕໍ່ຄວາມຈຳເປັນທີ່ໄອຣ໌ແລນຕ້ອງການກະຕຸ້ນເສດຖະກິດ.
ການສໍາຫລວດຢັ່ງສຽງກ່ອນການປ່ອນບັດໃນວັນພະຫັດ ແນະໃຫ້ເຫັນວ່າ
ສ່ວນໃຫ່ຍຂອງຊາວໄອຣ໌ແລນ ໃຫ້ການອະນຸມັດຕໍ່ສົນທິສັນຍາດັ່ງກ່າວ ແຕ່ວ່າ
ຜົນຂັ້ນສຸດທ້າຍອາດໃກ້ຄຽງກວ່າທີ່ຄາດກັນໄວ້ ເພາະວ່າມີຜູ້ມາປ່ອນບັດໜ້ອຍ.
ຖ້າຫາກວ່າຜູ້ມີສິດປ່ອນບັດຊາວໄອຣ໌ແລນ ຫາກປະຕິເສດໃນການລົງປະຊາມະ
ຕິຄັ້ງນີ້ ສົນທິສັນຍາດັ່ງກ່າວອາດຍັງສາມາດໄດ້ຮັບການອະນຸມັດຈາກ 12 ຂອງ
ປະເທດອື່ນໆອີກ 16 ປະເທດ ທີ່ໃຊ້ເງິນຢູໂຣ.