ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມຮຸນແຮງໃນອິຣັກວັນຈັນມື້ນີ້ ໄດ້ສັງຫານຢ່າງ​ນ້ອຍ 6 ຄົນ


ການວາງລະເບີດລົດທີ່ ແບກແດດ
ການວາງລະເບີດລົດທີ່ ແບກແດດ

ທາງ​ການ​ອິຣັກກ່າວ​ວ່າ​ຜູ້ທີ່​ໂຈມ​ຕີສະລະ​ຊີບທີ່​ລະ​ເບີດ​ຕົວ​ເອງ​ໃນ​ວັນ​ຈັນ​ມື້​ນີ້ ​ໃກ້ໆກັບ
ກະຊວງ​ພາຍ​ໃນທີ່​ພາກ​ກາງແບກ​ແດດ ທີ່​ສັງຫານ​ຢ່າງ​ນ້ອຍ 6 ຄົນ. ທາງ​ການ​ຍັງ​ກ່າວ
ອີກວ່າ ມີສິບ​ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບຈາກ​ເຫດການ​ຄັ້ງ​ນີ້.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ນັກ​ສັງຫານ​ສະລະ​ຊີບ​ໄດ້​ລະ​ເບີດ​ລົດ​ຄັນ​ນຶ່ງ​ທີ່ຢູ່​ໃກ້ໆ​
ກັບ​ດ່ານ​ກວດກາ ​ໃນ​ເວລາທີ່​ຄົນ​ໄປ​ລ້າ​ໄປ​ການ​ໃນ​ຕອນ​ເຊົ້າ​ນັ້ນ.

ເຫດ​ຮ້າຍ​ໃນ​ຄັ້ງ​ວັນ​ຈັນ​ມື້ນີ້​ແມ່ນຕິດຕາມ​ມາ​ຫຼັງຈາກ​ຄວາມ​ຮຸນ​ແຮງທີ່​ເກີດ​ຂຶ້ນ​ໃນ​ວັນ
ພະຫັດ​ທີ່​ຜ່ານ​ມາ​ຊຶ່ງພາ​ໃຫ້​ມີ 70 ຄົນ​ເສຍຊີວິດ​ແລະ​ເກືອບ​ເຖິງ 200 ຄົນ​ໄດ້​ຮັບ​
ບາດ​ເຈັບ. ​ໃນ​ເຫດການໂຈມຕີ​ທີ່​ປະສານ​ງານ​ກັນ​ເປັນ​ຢ່າງ​ດີ​ ເມື່ອຄັ້ງ​ວັນ​ພະ​ຫັດ
ຜ່ານ​ມາ​ນັ້ນແມ່ນ​ຮວມທັງ ການວາງ​ລະ​ເບີດລົດ, ລະ​ເບີດ​ຂ້າງ​ທາງ​ແລະ​ລະ​ເບີດ​ມືນໍາ
ຊຶ່ງ​ເປັນ​ການ​ໂຈມຕີ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ເດືອນ.

ການວາງ​ລະ​ເບີດ​ດັ່ງກ່າວ​ນັ້ນ​ແມ່ນ​ໄດ້ເກີດ​ຂຶ້ນ​ພາຍ​ໃນ 2-3 ມື້​ຫຼັງ​ຈາກ​ທີ່ ກອງ​ກໍາລັງ
ທະຫານສະ​ຫະລັດ​ໄດ້​ເສັດ​ສິ້ນ​ພະລະ​ກິດ​ຖອນ​ອອກ​ຈາກ​ອິຣັກນັ້ນ.

XS
SM
MD
LG