ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວ​ອີຣັກ ໄປປ່ອນບັດ ເລືອກຕັ້ງ ສະພາ ເປັນເທື່ອທຳອິດ (ສະໄລດ໌/ວີດີໂອ)


ຊາວ​ອີຣັກ ​ກຳລັງພາກັນໄປປ່ອນບັດ ໃນ​ວັນ​ພຸດມື້​ນີ້ ຊຶ່ງ​ເປັນ
ການເລືອກຕັ້ງເທື່ອທຳອິດ ນັບ​ຕັ້ງ​ແຕ່​ສະ​ຫະລັດ​ໄດ້ຖອນກຳ
ລັງ​ທະຫານອອກໄປ ​ໃນ​ທ້າຍ​ປີ 2011.

ການປ່ອນ​ບັດ ​ໄດ້​ມີຂຶ້ນ​ພາຍ​ໃຕ້ການ​ຮັກສາ​ຄວາມ​ສະ​ງົບ
​ຢ່າງ​ເຄັ່ງ​ຄັດ ​ເພື່ອ​ໃຫ້​ບັນດາຜູ້ມີສິດ ປ່ອນບັດເລືອກເອົາ
ຜູ້ສະໝັກເຂົ້າໄປນັ່ງຢູ່ໃນສະພາແຫ່ງຊາດ ທີ່ມີ 328 ບ່ອນນັ່ງ.

ນາ​ຍົກ​ລັດຖະມົນຕີອີຣັກ ທ່ານ Nouri al-Maliki ໄດ້ລົງສະໝັກ
​ແຂ່ງຂັນເອົາຕຳແໜ່ງຂອງ ທ່ານ​ເປັນສະ​ໄໝ​ທີ 3 ​ແຕ່​ການ​ເລືອກ
​ຕັ້ງໃນຄັ້ງນີ້ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ອີຣັກ ​ພວມຕົກຢູ່​ໃນ​ສະພາບຄວາມຮຸນແຮງທີ່ຮ້າຍແຮງ
ສຸດ ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ. ທ່ານ​ໄດ້ໄປປ່ອນບັດ ​ທີ່ນະຄອນຫຼວງແບັກແດດ
ໃນວັນພຸດມື້ນີ້​ແລະ​ຮຽກຮ້ອງ​ໃຫ້ຊາວ​ອີຣັກ​ພາກັນໄປປ່ອນບັດເລືອກ​ຕັ້ງ​ ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂໍ້​ມູນ​ຈາກອົງການ​ສະຫະ​ປະຊາ​ຊາດ ​ແລະເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ສະແດງໃຫ້ເຫັນ​ວ່າ ມີ​
ພົນລະ​ເຮືອນຢ່າງ​ນ້ອຍ 7,800 ຄົນ ​ໄດ້​ຖືກ​ສັງຫານ ໃນ​ປີ​ກາຍ​ ​ແລະ​ອີກ 2,600 ຄົນ ​
ໄດ້ຖືກສັງຫານໃນໄລຍະ 3 ​ເດືອນ​ທຳ​ອິດ​ ຂອງ​ປີ 2014 ນີ້.

​ການໂຈມຕີດ້ວຍ​ລະ​ເບີດ​ແລະ​ການ​ຍິງ​ປະ​ທະ​ກັນ ແມ່ນຍັງດຳເນີນຢູ່ຕໍ່ມາ ​ຮວມທັງ
ການ​ໂຈມ​ຕີໃນ​ວັນ​ຈັນ​ແລະ​ວັນ​ອັງຄານ​ຜ່ານ​ມາ​ນີ້ຊຶ່ງ​ຍັງ​ຜົນ​ໃຫ້​ມີ 65 ຄົນ​ເສຍ​ຊີວິດ.
ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ນີ້ເທື່ອ ​ແຕ່​ກຸ່ມ​
ຫົວ​ຮຸນ​ແຮງຊຸນ​ນີ ​ໄດ້​ຖືກກ່າວ​ຫາວ່າ ​ເປັນຜູ້ພະຍາຍາມດຳເນີນການທີ່ຄ້າຍຄືກັນນີ້
ໃນຄັ້ງຜ່ານໆມາເພື່ອບ່ອນທຳລາຍຕໍ່ຂັ້ນຕອນທາງດ້ານການເມືອງຂອງອີຣັກ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ກ່າວ​ວ່າ ພວກ​ທີ່​ໄປປ່ອນບັດ ​ເບິ່ງ​ຄື​ວ່າ ​ຄົງຈະ​ເລືອກເອົາຜູ້​
ສະໝັກ​ທີ່ເປັນໄປຕາມເສັ້ນສາຍໃນການນັບຖືສາສະໜາແລະຕາມຊົນເຜົ່າ ຊຶ່ງບໍ່ຄາດ
ວ່າຈະມີພັກໃດ ນຶ່ງ ຈະໄດ້ຮັບຄະແນນສຽງສ່ວນຫຼາຍແບບເດັດຂາດ.
XS
SM
MD
LG