ຊາວອີຣັກຫລາຍພັນຄົນ ໄດ້ໄປໂຮມຊຸມນຸມກັນ ຢູ່ຈະຕຸລັດຕາຫະເຣຍ (Tahrir Square) ໃນນະຄອນຫລວງ Baghdad ໃນວັນອາທິດມື້ນີ້ເພື່ອເປັນຂີດໝາຍ ຄົບຮອບ 1 ປີ ຂອງການລອບສັງຫານສອງຄົນ ໃນການໂຈມຕີທາງອາກາດຕໍ່ນາຍພົນອະວຸໂສຂອງອີຣານ ແລະຜູ້ນຳກຸ່ມທະຫານບ້ານ Shi'ite ທີ່ມີອຳນາດ. ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຫຼື drone ຂອງສະຫະລັດ ໃນປີກາຍນີ້ໄດ້ເຮັດໃຫ້ພົນເອກ Qasem Soleimani, ຜູ້ບັນຊາການກອງກຳລັງກຸດ (Quds) ຂອງກຳລັງພິທັກປະຕິວັດອິສລາມອີຣານ (IRGC), ແລະ Abu Mahdi al-Mohandes, ຮອງຜູ້ບັນຊາການກອງກຳລັງ Hashd al-Shaabi ຂອງອີຣັກພ້ອມດ້ວຍກອງທະຫານອື່ນໆທີ່ເປັນພັນທະມິດກັບອີຣ່ານ.
ພວກປະທ້ວງຫຼາຍຄົນໄດ້ຖືປ້າຍສະໜັບສະໜຸນທ່ານ Soleimani ແລະ al-Mohandes ໃນຂະນະທີ່ບາງຄົນຮຽກຮ້ອງໃຫ້ຂັບໄລ່ທະຫານສະຫະລັດອອກຈາກອີຣັກ.
ຜູ້ມີຄວາມໂສກເສົ້າຫລາຍພັນຄົນໄດ້ເດີນຂະບວນຢູ່ຕາມເສັ້ນທາງຫລວງທີ່ ນຳໄປສູ່ສະໜາມບິນ Baghdad ໃນຕອນແລງຂອງວັນທີ 2 ມັງກອນເພື່ອໃຫ້ກຽດແກ່ Soleimani ແລະ al-Mohandes ແລະຜູ້ຊາຍອີກ 8 ຄົນທີ່ຖືກຂ້າຕາຍໃນການໂຈມຕີສະຫະລັດ. ສະຖານທີ່ເກີດເຫດການໂຈມຕີໂດຍ Drone ຂອງສະຫະລັດອາເມຣິກາໄດ້ຖືກປ່ຽນເປັນພື້ນທີ່ຄ້າຍຄືກັບພະວິຫານທີ່ຖືກປິດດ້ວຍເຊືອກສີແດງ, ມີຮູບຂອງ Soleimani ແລະ al-Muhandis ຢູ່ທາງກາງ, ໃນຂະນະທີ່ຜູ້ຄົນໂສກເສົ້າຈູດທຽນ.
ການລອບສັງຫານ Soleimani ໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນກ່ຽວກັບຄວາມຂັດແຍ່ງທາງທະຫານລະຫວ່າງສະຫະລັດແລະອີຣ່ານ.