ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງອິຣັກ ທຳການກວດລ້າງ ໃນເມືອງ Ramadi ຫຼັງຈາກ ໄດ້ຮັບໄຊຊະນະ


Ramadi
please wait
Embed

No media source currently available

0:00 0:00:58 0:00

ກອງ​ກຳລັງ​ອີຣັກ ​ໄດ້​ປະຕິບັດ​ງານ​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ກວດ
​ລ້າງພວກ​ນັກ​ຕໍ່ສູ້​ກຸ່ມ​ລັດ​ອິສລາມຈາກ​ເມືອງ Ramadi ຫຼັງຈາກ
ທີ່ໄດ້ເຂົ້າຍຶດຄືນ​ເອົາໂຮງການລັດຖະບານ ຂອງເມືອງສຳຄັນ
ໃນພວກຕາເວັນຕົກ ຂອງປະເທດອີຣັກນັ້ນ.

ການສູນເສຍເມືອງ Ramadi ໃນເດືອນພຶດສະພາຜ່ານມານີ້
ຖືວ່າເປັນຄວາມ​ເສຍ​ຫາຍ​ທີ່ ຮ້າຍ​ແຮງຂອງລັດຖະບານນາຍົກ
ລັດຖະມົນຕີ Haider al-Abadi ແລະກອງທັບ​ອີຣັກໃນຂະນະທີ່
ພວກເຂົາເຈົ້າດີ້ນຮົນ​ຕໍ່ສູ້ ​ເພື່ອ​ຫາ​ທາງ​ຂັບ​ໄລ່ພວກຫົວຮຸນແຮງ
ອອກ​ໄປ​ນັ້ນ.

ແຕ່ວ່າ ຫຼັງຈາກ​ໄດ້​ປະສົບ​ຄວາມ​ສຳ​ເລັດໃນວັນຈັນວານນີ້ ເພື່ອ​ເຂົ້າຍຶດຄືນເມືອງ Ramadi ​ແລ້ວ ທ່ານ Abadi ໄດ້ໄປຍັງໂທລະພາບອິຣັກ ​ເພື່ອປະກາດວ່າ ປີ 2016 ຈະເປັນປີທີ່ກຸ່ມ
ລັດອິສລາມຈະຖືກຂັບໄລ່ອອກຈາກອິຣັກ. ທ່ານໄດ້ກ່າວວ່າ ເມືອງທີ່ໃຫຍ່ ອັນດັບສອງຂອງ
ປະເທດ ​ແມ່ນເປົ້າໝາຍໃນຂັ້ນຕໍ່ໄປ ຂອງ​ພວກທະຫານ.

ທ່ານ​ກ່າວ​ວ່າ “ພວກເຮົາກັບຄືນມາເພື່ອປົດປ່ອຍ​ເມືອງ Mosul ແລະ ແລະນັ້ນຈະເປັນ
ການສ້າງ​ຄວາມ​ປະລາ​ໄຊ​ຂັ້ນສຸດທ້າຍ ​ໃຫ້​ແກ່​ພວກ Daesh ຫລື​ກຸ່ມຫົວ​ຮຸນ​ແຮງ​ລັດ​ອິສລາມ.”

ກຸ່ມລັດອິສລາມ ໄດ້​ເຂົ້າຍຶດເອົາເມືອງ Mosul ນັບຕັ້ງແຕ່ເດືອນມິຖຸນາປີ 2014 ​ເປັນ​ຕົ້ນມາ ​ເວລາກຸ່ມດັ່ງກ່າວ ໄດ້​ບຸກ​ໂຈມ​ຕີ​ຍຶດ​ເອົາ​ບໍລິ​ເວນ​ສ່ວ​ນ​ໃຫຍ່ໃນພາກເໜືອແລະພາກຕາ​ເວັນ
ຕົກຂອງອິຣັກ ແລະພາກຕາເວັນອອກຂອງຊິເຣຍ.

ກອງກຳລັງຂອງອິຣັກ ທີ່ໜຸນຫຼັງ​ໂດຍການໂຈມຕີທາງອາກາດຂອງແນວໂຮມ ພາຍ​ໃຕ້
ການນຳພາຂອງສະຫະລັດແລະພວກທະຫານ​ບ້ານທີ່ນິຍົມລັດຖະບານ ​ໄດ້​ຢຸດຊະ​ງັກ
ໃນຄວາມພະຍາຍາມທີ່ຈະຍຶດເອົາຂົງເຂດດັ່ງກ່າວຄືນ ແຕ່ວ່າໄດ້ມີ​ການ​ເຄື່ອນ​ໄຫວ​ຄືນ​ອີກຫວ່າງມໍ່ໆມານີ້.

ກຳລັງ​ຂອງ​ຊາວ​ເຄີ​ດກໍ​ໄດ້​ປະສົບ​ກັບ​ຄວາມ​ສຳ​ເລັດ​ໃນ​ການກວດ​ລ້າງ​ຢູ່​ທາງ​ພາກ​ເໜືອ​ແລະ ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Mosul ​ແຕ່​ກໍໄດ້​ລະມັດລະວັງ ບໍ່​ທຳ​ການ​ເຄື່ອນ​ໄຫວ​ກາຍ
ເຂດ​ແດນ​ທີ່​ຕົນ​ເຄີຍ​ຄວບ​ຄຸມ​ມາ​ແຕ່​ໃດໆ​ນັ້ນ.

XS
SM
MD
LG