ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງອີຣັກ ຍຶດຕຶກໂຮງການ ລັດຖະບານ ໃນພາກຕາເວັນຕົກ ເມືອງ Mosul


ກຳລັງຮັກສາຄວາມປອດໄພອີຣັກ ບຸກຄືບໜ້າ ລະຫວ່າງ ການໂຈມຕີ ກຸ່ມລັດອິສລາມ.
ກຳລັງຮັກສາຄວາມປອດໄພອີຣັກ ບຸກຄືບໜ້າ ລະຫວ່າງ ການໂຈມຕີ ກຸ່ມລັດອິສລາມ.

ກອງທັບ​ອີຣັກກ່າວໃນ​ວັນ​ອັງຄາ​ນມື້​ນີ້ວ່າ​ ກຳລັງ​ຂອງ​ຕົນ​ໄດ້ເຂົ້າ​ຄວບ​ຄຸມຕຶກໂຮງການ​ລັດຖະບານທີ່​ສຳຄັນ​ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Mosul ຈາກ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ.

ການ​ບຸກຄືບ​ໜ້າ​ດັ່ງກ່າວ ເປັນ​ພາກສ່ວນນຶ່ງ​ໃນການ​ບຸກໂຈມ​ຕີ ທີ່​ໄດ້​ຮັບ​ການ​ສະ​ໜັບສະ
​ໜຸນ​ຈາກ​ການໂຈມ​ຕີ​ທາງ​ອາກາດ​ຂອງແນວ​ໂຮມທີ່​ໄດ້​ນຳພາ​ໂດຍສະຫະ ລັດ ​ເພື່ອ​ເຂົ້າ
ຍຶດ​ເອົາ​ຄືນ​ ​ໃນອັນທີ່​ປາກົດ​ວ່າ​ເປັນ​ເມືອງ​ສຳຄັນ​ແຫ່ງ​ສຸດ​ທ້າຍ ​ໃນ​ອີຣັກ ທີ່​ຍັງ​ຄວບ​ຄຸມ​
ໂດຍ​ກຸ່ມ​ລັດ​ອິສລາມ.

ກຸ່ມ​ຫົວ​ຮຸນ​ແຮງ​ດັ່ງກ່າວ ໄດ້ເຂົ້າຍຶດ​ເອົາ ​ເມືອງ Mosul ​ໃນ​ກາງ​ປີ 2014 ​ໃນ​ຂະນະ​ທີ່​
ພວກ​ເຂົາຄວບ​ຄຸມສ່ວນ​ໃຫຍ່​ທາງ​ພາກ​ເໜືອ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ ພ້ອມ​ທັງ
ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ອີຣັກ​ໄດ້​ເຂົ້າຍຶດ​ເອົາ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Mosul ກັບ​ຄືນ​ມາ​ໃນ​ເດືອນ​ມັງກອນ
ຫລັງ​ຈາກ​ມີ​ການ​ສູ້​ລົບກັນ​ເປັນ​ເວລາ​ຫລາຍ​ເດືອນ. ບັດ​ນີ້ການ​ເພັ່ງ​ເລັງ ​ແມ່ນແນ​ໃສ່​ອີກ
​ຟາກ​ນຶ່ງ​ຂອງແມ່​ນໍ້າ Tigris ບ່ອນ​ທີ່​ມີ​ການ​ສູ້​ລົບ​ກັນ​ຮອບໃໝ່​ໄດ້​ເລີ້ມຂຶ້ນ​ເມື່ອ​ສອງ​ອາ
ທິດ​ກ່ອນ.

​ຂົວ​ຕ່າງໆ​ທີ່​ເຊື່ອມ​ຕໍ່ສອງຟາກຝັ່ງ​ຂອງ​ເມືອງ Mosul ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ
​ຮ້າຍ​ແຮງ ຫລືບໍ່​ກໍ​ຖືກ​ທຳລາຍ​ໝົດ ​ແຕ່​ກອງທັບ​ອີຣັກກ່າວ​ວ່າ ບັດ​ນີ້​ຕົນ​ໄດ້​ເຂົ້າ​ຄວບ​ຄຸມ
ພາກ​ຕາ​ເວັນ​ຕົ​ກຂອງ​ເມືອງດັ່ງກ່າວ​ທີ່​ມີ​ຂົວ​ສອງ​ແຫ່ງຊຶ່ງຈະ​ອຳນວຍ​ຄວາມ​ສະ​ດວກ​ຫຼາຍ
ຂຶ້ນ​ໃນ​ການເຄື່ອນຍ້າຍກຳລັງ​ທະຫານ ​ແລະ​ສຳພາ ລະຕ່າງໆ.

ການ​ສູ້​ລົບ​ຢູ່​ໃນ​ເມືອງ Mosul ​ໄດ້​ພາ​ໃຫ້​ມີຄວາມ​ເປັນ​ຫ່ວງ​ໃນ​ດ້ານ​ມະນຸດສະທຳໃຫ້ແກ່​
ຫຼາຍ​ຮ້ອຍ​ພັນ​ຄົນ ​ທີ່​ອາ​ໄສ​ຢູ່​ທີ່​ນັ້ນ ​ແລະບັນດາ​ອົງການ​ຊ່ວຍ​ເຫລືອ​ ​ລາຍ​ງານ​ວ່າ ຫລາຍ​
ພັນ​ຄົນ​ໄ​ດ້ພາກັນ​ຫລົບໜີ​ໃນ​ແຕ່ລະ​ມື້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Iraq Mosul
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG