ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານອີຣັກ ບຸກເລີກເຂົ້າໄປ ຕື່ມອີກ ໃນເມືອງ ໂມສູລ ທາງພາກເໜືອ ຂອງອີຣັກ


ທະຫານອີຣັກ ຄົນນຶ່ງ ຢືນຢູ່ເທິງ ເຮືອນຫລັງນຶ່ງທີ່ຖືກທຳລາຍ ຢູ່ໃນຄຸ້ມບ້ານ ໃນເມືອງ ໂມສູລ ຊຶ່ງໃນປັດຈຸບັນນີ້ ກຳລັງຮັກ
ສາຄວາມປອດໄພ ອີຣັກ ຢຶດເອົາຄືນມາໄດ້ ໃນລະຫວ່າງ
ການສູ້ລົບຕ້ານຢັນກັບ ກຸ່ມຫົວຮຸນແຮງລັດອິສລາມ ຢູ່ທາງທິດຕາເວັນຕົກຂອງໂມສູລ, ປະເທດອີຣັກ, ວັນທີ 25 ມິຖຸນາ 2017.
ທະຫານອີຣັກ ຄົນນຶ່ງ ຢືນຢູ່ເທິງ ເຮືອນຫລັງນຶ່ງທີ່ຖືກທຳລາຍ ຢູ່ໃນຄຸ້ມບ້ານ ໃນເມືອງ ໂມສູລ ຊຶ່ງໃນປັດຈຸບັນນີ້ ກຳລັງຮັກ ສາຄວາມປອດໄພ ອີຣັກ ຢຶດເອົາຄືນມາໄດ້ ໃນລະຫວ່າງ ການສູ້ລົບຕ້ານຢັນກັບ ກຸ່ມຫົວຮຸນແຮງລັດອິສລາມ ຢູ່ທາງທິດຕາເວັນຕົກຂອງໂມສູລ, ປະເທດອີຣັກ, ວັນທີ 25 ມິຖຸນາ 2017.

ຮອງຜູ້ບັນຊາການ ຂອງກຳລັງແນວໂຮມ ນຳພາໂດຍສະຫະລັດ ທີ່ພວມທຳງານ
ເພື່ອຜາບແພ້ ພວກກຸ່ມຫົວຮຸນແຮງລັດອິສລາມ ໄດ້ກ່າວໃນວັນຈັນມື້ນີ້ ວ່າ “ການ
ປົດປ່ອຍ ເມືອງ Mosul ຂັ້ນສຸດທ້າຍ ແມ່ນຫຽັບໃກ້ເຂົ້າມາເລື້ອຍໆ.”

ພົນຕີ Rupert Jones ຂອງອັງກິດ ໄດ້ກ່າວໃນລະຫວ່າງ ກອງປະຊຸມສະຫລຸບ ວ່າ
ກຳລັງຂອງອີຣັກ ພວມກວດລ້າງພວກຫົວຮຸນແຮງທີ່ຍັງເຫຼືອ ໃນແຕ່ລະຄຸ້ມບ້ານໃຫ້
ໝົດໄປຈາກ ເມືອງ Mosul ຊຶ່ງເປັນເມືອງທີ່ກຸ່ມລັດອິສລາມ ໄດ້ຢຶດເອົາ ເມື່ອສາມ
ປີກ່ອນ.

ພົນຕີ Jones ຍັງໄດ້ກ່າວຕື່ມວ່າ ການສູນເສຍ ເມືອງຣັກກາ ທີ່ກຸ່ມດັ່ງກ່າວໄດ້ປະ
ກາດເປັນ ນະຄອນຫຼວງຂອງຕົນ ຢູ່ໃນຊີເຣຍ ນັ້ນ “ແມ່ນຂຶ້ນຢູ່ກັບພຽງແຕ່ເວລາ
ເທົ່ານັ້ນ”
ແຕ່ທ່ານໄດ້ເຕືອນວ່າ ການສູ້ລົບ ຈະບໍ່ໄວ ຫຼື ງ່າຍດາຍເລີຍ.

ລາຍງານພິເສດ: ໂມສູລ ຈະລົ້ມແລ້ວ, ແຕ່ມັນຈະຢືນຢູ່ໄດ້ ດົນປານໃດ?
ລາຍງານພິເສດ: ໂມສູລ ຈະລົ້ມແລ້ວ, ແຕ່ມັນຈະຢືນຢູ່ໄດ້ ດົນປານໃດ?

ທ່ານໂຈນສ໌ ໄດ້ກ່າວຕື່ມ ໂດຍໃຊ້
ຄຳຫຍໍ້ ໃນພາສາອາຣັບ ສຳລັບ
ກຸ່ມພວກຫົວຮຸນແຮງ ວ່າ “ພວກ
Daesh ກຳລັງຕໍ່ສູ້ ເພື່ອຄວາມ
ຢູ່ລອດ ຂອງພວກເຂົາ ສະນັ້ນ
ແລ້ວ ຄວາມອາດສາມາດ ໃນ
ການ ວາງແຜນຂອງພວກເຂົາ
ແລະ ການໂຈມຕີໂດຍກົງ
ທັງຫຼາຍ ຈຶ່ງໄດ້ເຮັດໃຫ້ ພວກ
ເຂົາ ເຊື່ອມກຳລັງລົງຢ່າງໜັກ.”

ກຳລັງທະຫານຂອງອີຣັກ ດ້ວຍການໜູນຫລັງ ໂດຍການໂຈມຕີທາງອາກາດ ຂອງ
ກຸ່ມແນວໂຮມ ແລະ ການສະໜັບສະໜູນ ທາງພາກພື້ນດິນ ໄດ້ຕີເລິກເຂົ້າໄປຕື່ມອີກ
ໃນເມືອງເກົ່າແກ່ຂອງ ໂມສູລ ເມື່ອວັນອາທິດວານນີ້ ໂດຍມີຜູ້ບັນຊາການທະຫານ
ອີຣັກ ທ່ານນຶ່ງ ກ່າວວ່າ 65 ຫາ 70 ເປີເຊັນ ຂອງເມືອງນັ້ນ ໄດ້ຖືກປົດປ່ອຍແລ້ວ.

Analyst: Mosul Must Have Multi-Sectarian Government
please wait

No media source currently available

0:00 0:02:06 0:00

ພັນໂທ Salam al-Obeidi ໄດ້ກະປະມານວ່າ ມີພວກນັກລົບອິສລາມ ຫລົງເຫຼືອ
ຢູ່ພຽງ “ຮ້ອຍກວ່າຄົນ” ໃນໂມສູລ ແລະ ວ່າ ຍັງເຫຼືອພື້ນທີ່ ຕ່ຳກວ່າ ນຶ່ງຕະລາງ
ກິໂລແມັດ ທີ່ຈະຕ້ອງໄດ້ຢຶດຄືນມາ ຈາກພວກຫົວຮຸນແຮງເຫຼົ່ານັ້ນ.

ຜູ້ບັນຊາການອີກທ່ານນຶ່ງ ພົນໂທ Abdulwahab al-Saadim ໄດ້ຄາດຄະເນ
ວ່າ “ພວກເຮົາຈະສຳເລັດປະຕິບັດການ ອີກພາຍໃນສອງສາມມື້. ການສິ້ນສຸດ
ແມ່ນຈະເກີດຂຶ້ນ ໃນໄວໆນີ້. ມັນຈະໃຊ້ເວລາພຽງບໍ່ເທົ່າມື້.”

ແປດເດືອນ ຂອງການຕໍ່ສູ້ ໄດ້ທຳລາຍເຜົາຜານ ສ່ວນໃຫຍ່ຂອງເມືອງເກົ່າແກ່ນີ້
ລວມທັງ ວັດອິສລາມໃຫຍ່ al-Nuri ອາຍຸ 850 ປີ ທີ່ເປັນສັນຍາລັກຂອງເມືອງ ແລະ
ຫໍຄອຍທີ່ງ່ຽງ 45 ແມັດ ຂອງວັດນີ້ ຖືກພວກນັກລົບຈີຫາດ ໃຊ້ລະເບີດຖິ້ມໃສ່ ເມື່ອ
ສັບປະດາແລ້ວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG