ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານອີຣັກ ຍັງສືບຕໍ່ ບຸກໂຈມຕີ ເພື່ອເຂົ້າຍຶດເອົາ ເມືອງ Ramadi ຄືນ


ກຳລັງຮັກສາຄວາມປອດໄພຂອງອີຣັກ ຂ້າມຂົວ ທີ່ແມ່ນ້ຳ Euphrates ສ້າງໂດຍໜ່ວຍວິສະວະກອນກອງທັບ ຫຼັງຈາກ ກຸ່ມລັດອິສລາມໄດ້ທຳລາຍຂົວຕ່າງໆ​ ໄປສູ່ເຂດໃຈກາງ ເມືອງ.
ກຳລັງຮັກສາຄວາມປອດໄພຂອງອີຣັກ ຂ້າມຂົວ ທີ່ແມ່ນ້ຳ Euphrates ສ້າງໂດຍໜ່ວຍວິສະວະກອນກອງທັບ ຫຼັງຈາກ ກຸ່ມລັດອິສລາມໄດ້ທຳລາຍຂົວຕ່າງໆ​ ໄປສູ່ເຂດໃຈກາງ ເມືອງ.

ທະຫານ​ອີ​ຮັກ ​ຍັງ​ສືບ​ຕໍ່​ທຳ​ການ​ສູ້​ລົບ ​ໃນວັນ​ພຸດ​ມື້ນີ້ ຢູ່​ເມືອງ
Ramadi ທີ່​ພວກ​ເຂົາ​ເຈົ້າພະຍາຍາມ​ຕ່າວ​ປີ້ນ ການ​ສູນ​ເສຍ
​ທີ່​ສຳຄັນເມື່ອ​ຕົ້ນປີນີ້ແລະ​ຍຶດ​ເອົ​າເມືອງ​ດັ່ງກ່າວ​ນີ້ຄືນ​ມາ​ຈາກ​
ພວກ​ຫົວ​ຮຸນ​ແຮງກຸ່ມ​ລັດ​ອິສລາມ.

ການ​ບຸກ​ໂຈມ​ຕີ​ໄດ້​ກ້າວ​ເຂົ້າສູ່​ມື້ທີ​ສອງ ​ໂດຍ​ແນ​ໃສ່​ບັນດາ​ຕຶກ​
ໂຮງການ​ຂອງ​ລັດຖະບານ.​ ​ເຈົ້າໜ້າ​ທີ່​ອີ​ຣັກ​ໄດ້​ສະ​ແດງ​ຄວາມ​
ຫວັງ​ໄປ​ໃນແງ່​ດີ​ວ່າ ກຳລັງ​ຂອງ​ຕົນ ຈະ​ສາມາດ ​ເຂົ້າຄວບ​ຄຸມ​
ເມືອງ​ດັ່ງກ່າວ ພາຍ​ໃນ​ສອງ​ສາມມື້ຂ້າງ​ໜ້ານີ້.

​ໂຄສົກ​ຂອງ​ກຳລັງ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ
ທີ່​ໃຫ້ການ​ສະໜັບສະ​ໜຸນ ​ແກ່​ທະຫານ​ອີຣັກ​ ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ ​ຕໍ່​ເປົ້າໝາຍ​
ຂອງ​ກຸ່ມ​ລັດອິສລາມ​ ພັນ​ເອກ Steve Warren ​ໄດ້​ໃຫ້​ຄວາມ​ເຫັນ​ແບບ​ລະມັດລະວັງໃນ
ການ​ຊັ່ງຊາ​ເບິ່ງ​ສະຖານະ​ການ​ ​ໂດຍ​ກ່າວໃນ​ວັນ​ອັງຄານວານ​ນີ້ວ່າ​ ​ໃນ​ຂະນະ​ທີ່ການ​ບຸກ​ເຂົ້າຍຶດ​ເອົາ​ເມືອງ Ramadi ​ເປັນ​ສິ່ງ​ທີ່​ຫລີກ​ລ່ຽງບໍ່​ໄດ້​ນັ້ນ​ ​ແຕ່​ກໍ​ຈະ​ມີ ການ​ສູ້​ລົບ​ກັນ​ຢ່່າງ
ດຸ​ເດືອດ​ເກີດ​ຂຶ້ນ ​ແລະ​ຈະ​ໃຊ້​ເວລາ​ດົນ​ສົມຄວນ.

ທະຫານອີຣັກ ປັກທຸງຊາດ ໃສ່ໂຮງການລັດຖະບານແຫ່ງນຶ່ງ ໃນເມືອງ Ramadi ຂະນະທີ່ກຳລັງອີຣັກ ບຸກຄືບໜ້າ ເຂົ້າສູ່ໃຈກາງເມືອງ
ທະຫານອີຣັກ ປັກທຸງຊາດ ໃສ່ໂຮງການລັດຖະບານແຫ່ງນຶ່ງ ໃນເມືອງ Ramadi ຂະນະທີ່ກຳລັງອີຣັກ ບຸກຄືບໜ້າ ເຂົ້າສູ່ໃຈກາງເມືອງ

ທ່ານ​ກ່າວ​ວ່າ ມີ​ພວກ​ຫົວ​ຮຸນ​ແຮງ​ປະມານ 250 ຫາ 350 ຄົນ​ຢູ່​ໃນ​ເມືອງ​ດັ່ງກ່າວ​ແລະ​ອີກ​
ຫລາຍໆ​ຮ້ອຍ​ຄົນ​ຢູ່​ໃນ​ບໍລິ​ເວນ​ໃກ້​ຄຽງ.

​ເຮື​ອບິນ​ລົບ​ຂອງ​ກຳລັງ​ປະສົມໄດ້​ທຳການໂຈມ​ຕີ​ເປົ້າໝາຍ​ຕ່າງໆຫຼາຍ​ສິບ​ຖ້ຽວໃນ​ເມືອງ
Ramadi ມາ​ໄດ້​ຫລາຍ​ອາທິດແລ້ວ ຮວມທັງ​ເປົ້າໝາຍ ​ຢູ່​ໃນ​ເຂດ​ຊານ​ເມືອງ ​ໃນ​ວັນ​ອັງ
ຄານ​ວານ​ນີ້.​ ທ່ານ Warren ​ເວົ້າວ່າ ການ​ໂຈມ​ຕີ​ຍັງ​ຈະ​ດຳ​ເນີນ​ຕໍ່​ໄປເພື່ອ​ສະ​ແດງ​ໃຫ້​ນັກ​
ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ເຫັນ​ວ່າ ພວກ​ເຂົາຈະບໍ່​ມີ​ບ່ອນ​ທີ່​ສາມາດ​ຫລົບ​ລີ້​ໄດ້.

ການ​ສູນ​ເສຍ​ເມືອງ Ramadi ​ໃນ​ເດືອນ​ພຶດສະພາ​ປີນີ້ແມ່ນ​ການ​ສູນ​ເສຍ​ທີ່​ສຳຄັນ​ສຳລັບ
​ລັດຖະບານ​ແລະ​ກອງທັບ​ອີຣັກ.​ ຄວາມ​ພະຍາຍາມ​ເພື່ອ​ຍຶດ​ເອົາ​ເມືອງດັ່ງກ່າວຄືນ ຊຶ່ງ​ຕັ້ງ
ຢູຸ່ປະມານ 100 ຫລັກ​ກິ​ໂລ​ແມັດ​ຫ່າງຈາກ​ນະຄອນຫຼວງ​ແບັກ​ແດດ​ໄປ​ທາງ​ກ້ຳ​ຕາ​ເວັນ​ຕົກ​
ໄດ້​ໃຊ້​ເວລາ​ຫຼາຍໆ​ເດືອນ ໃນ​ການ​ສູ້​ລົບ​ກັນ​ຢູ່​ໃນເຂດ​ຊານ​ເມືອງ ​ແລະ​ການ​ປະຕິບັດ​ງານ​
ເພື່ອ​ຕັດ​ເສັ້ນທາງ​ລຳລຽງ​ເຂົ້າ​ໄປ​ສູ່​ເມືອງດັ່ງກ່າວ.

Iraqi Troops Advance Into Ramadi Fighting IS
please wait

No media source currently available

0:00 0:01:02 0:00

XS
SM
MD
LG