ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບ ໃນເມືອງ Mosul ເລີ້ມຂຶ້ນ ຂະນະທີ່ ທະຫານອີຣັກ ຂັບໄລ່ ກຸ່ມລັດອິສລາມ


ທະຫານອີຣັກຢືນຍາມ ຂະນະທີ່ພວກນາຍພົນ ຖະແຫຼງຂ່າວ ກ່ຽວກັບໄຊຊະນະ ທີ່ເມືອງ Gogjal ຢູ່ທາງຕາເວັນອອກ ຂອງເມືອງ Mosul ປະເທດອີຣັກ. (ວັນທີ 3 ພະຈິກ 2016)
ທະຫານອີຣັກຢືນຍາມ ຂະນະທີ່ພວກນາຍພົນ ຖະແຫຼງຂ່າວ ກ່ຽວກັບໄຊຊະນະ ທີ່ເມືອງ Gogjal ຢູ່ທາງຕາເວັນອອກ ຂອງເມືອງ Mosul ປະເທດອີຣັກ. (ວັນທີ 3 ພະຈິກ 2016)

ທະຫານອີຣັກ​ ເລີ້ມເຄື່ອນ​ກຳລັງຢ່າງ​ລະ​ມັດ​ລະວັງ ​ໃນ​ວັນ​ພະຫັດ​ວານ​ນີ້ ເຂົ້າ​ໄປໃນ​ຄຸ້ມໆ​ນຶ່ງ​ ​ຂອງ​ເຂດ​ກຳ​ແພງເມືອງ Mosul ​ໂດຍກວດ​ຄົ້ນ​ໄປ ໃນ​ແຕ່​ລະ​ບ້ານເຮືອນ ​ເພື່ອຄ້ຳປະ ກັນ​ຄວາມ​ປອດ​ໄພໃຫ້ແກ່​ພົນລະ​ເຮືອນ. ພວກ​ທະຫານຕ້ອງ​ໄດ້​ລະມັດລະວັງ​ກັບ​ລະ​ເບີດ ພ້ອມທັງ ການດັກ​ສະກັດ​ໂຈມ​ຕີ ແລະການ​ຍິງ​ສັງຫານ​ ຈາກ​ໄລຍະ​ໄກ ຂອງ​ພວກຫົວຮຸນ ແຮງກຸ່ມລັດອິສລາມ ຊຶ່ງ​ໄດ້​ຮັບ​ການ​ຮຽກຮ້ອງຈາກຜູ້ນຳຂອງພວກເຂົາ ​ໃຫ້​ສືບຕໍ່ຕັ້ງຢູ່​ກັບ ​ທີ່​ແລະຕ້ານຍັນການ​ໂຈມ​ຕີ ບໍ່ໃຫ້ສູນເສຍ ເມືອງສຳຄັນແຫ່ງສຸດທ້າຍ ທີ່ພວກເຂົາຍັງຍຶດ ຄອງຢູ່ໃນປະເທດອີຣັກ.

ເດັກນ້ອຍ ຍົກມືເປັນໂຕ V ສັນຍາລັກຂອງໄຊຊະນະ ທີ່ເມືອງ Gogjali
ເດັກນ້ອຍ ຍົກມືເປັນໂຕ V ສັນຍາລັກຂອງໄຊຊະນະ ທີ່ເມືອງ Gogjali


ການບຸກ​ເຂົ້າ​ໄປ ໃນ​ເມືອງ Mosul ຊຶ່ງກຸ່ມລັດອິສລາມ ເຂົ້າ​ຍຶດ​ເອົາ ມາໄດ້ດົນ​ກວ່າ 2 ປີ ແລ້ວນັ້ນພາ​ໃຫ້​ຫຼາຍຮ້ອຍຄອບຄົວ​ຫຼັ່ງ​ໄຫຼ​ໜີອອກ​ໄປ​ຈາກ​ເມືອງ​ດັ່ງກ່າວ. ພວກ​ເຂົາ​ເຈົ້າ​ ເລີ່​ມພາກັນຫລົບໜີ​ອອກ​ໄປຈາກ​ເມືອງ Mosul ຊຶ່ງບາງ​ພວກກໍພາກັນຖື​ທຸງ​ຂາວບາງຄົນ ກໍ​ສົ່ງ​ສັນຍານ ​ຂອງ​ການ​ໄດ້​ຮັບ​ໄຊຊະນະ ​ໃສ່​ກອງກຳລັງ​ລັດຖະບານ ທີ່ໄດ້​ຮັບ​ການຝຶກ​ແອບໂດຍ​ສະຫະລັດ ທີ່​ເຄີຍ​ໄດ້​ຮັບ​ໄຊຊະນະຫຼາຍໆ​ຄັ້ງມາ​ແລ້ວ​ໃນ​ປີ​ນີ້ ​ຢູ່​ບ່ອນ​ອື່ນໆ​ໃນ​ອີຣັກ ​ໃນ​ການ​ຕໍ່ສູ້​ກັບພວກ​ນັກ​ລົບ​ລັດ​ອິສລາມ ຮວມທັງ​ທີ່​ເມືອງ Fallujah ນຳດ້ວຍ.

ໃນ​ຂະນະ​ທີ່​ປະຊາຊົນ ​ໃນເມືອງ Gogjali ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Mosul ພາ ກັນສະ​ແດງ​ຄວາມ​ຍິນ​ດີ ຕ້ອນ​ຮັບການປົດປ່ອຍຈາກພວກ​ນັກ​ລົບ​ລັດ​ອິສລາມ ກໍມີຄວາມ​ຢ້ານ​ກົວ​ເພີ່ມ​ຂຶ້ນວ່າ​ໃນ​ຂະນະ​ທີ່ຄຸ້ມ​ຕ່າງໆ​ທາງພາກ​ຕາ​ເວັນ​ຕົກ​ຂອງເມືອງ​ທີ່​ນິຍົມກຸ່ມລັດ ອິສລາມນັ້ນ ​ຕົກ​ຢູ່​ໃນ​ກຳມື ​ຂອງທະຫານ​ຝ່າຍລັດຖະບານ ການ​ແກ້​ແຄ້ນ​ແລະ​ການ​ຕອບ​ໂຕ້​ຄືນກໍ​ຈະ​ເລີ້ມຂຶ້ນ ທັງ​ຈາກ​ປະຊາຊົນໃນເຂດ​ທ້ອງ​ຖິ່ນ ​ແລະພວກທີ່​ໄດ້​ຮັບ​ຄວາມທຸກ​ທໍ ລະມານຈາ​ກພວກ​ນັກ​ລົບລັດ​ອິສລາມ ​ໃນ​ເວລາ 2 ປີ ທີ່​ພວກ​ເຂົາ​ຍຶດຄອງເມືອງ Mosul ຢູ່​ນັ້ນ ​ແລະ​ຈາ​ຫພວກ​ທະຫານ​ບ້ານ Sunni ​ທີ່​ຖືກ​ກ່າວ​ຫາ​ວ່າ ​ໄດ້​ທຳ​ການ​ໂຈມ​ຕີ​ເພື່ອ​ແກ້​ແຄ້ນ ຕໍ່​ພວກ​ຜູ້​ຊາຍ ​ແລະ​ເດັກ​ຜູ້ຊາຍ ​ໃນເຂ​ດ​ໝູ່​ບ້ານອ້ອມ​ແອ້ມ ທີ່​ສົງ​ໄສ​ວ່າ​ມີ​ຄວາມ​ສຳ ພັນ​ກັບກຸ່ມລັດອິສລາມນັ້ນ.

Video of the Mosul, Iraq offensive, Nov. 3, 2016
please wait

No media source currently available

0:00 0:00:45 0:00

ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້​ກ່າວໃນມື້​ວັນ​ພຸດ​ ຜ່ານ​ມາ​ນີ້ວ່າ ຕົນ​ໄດ້​ຮັບ​ລາຍ​ງານວ່າ ພວກ​ທີ່​ເປັນ​ໃຈ ກັບພວກນັກ​ລົບ ​ກຸ່ມ​ລັດ​ອິສລາມ ​ໄດ້​ຖືກ​ນຳ​ມາ​ສົບ​ປະໝາດ ​ທໍ​ລະ​ມານ ແລະ​ທຸບ​ຕີ ​ໃນ​ຂະນະ​ທີ່​ພວກ​ນັກ​ລົບ​ຂອງ​ກຸ່ມ​ທະຫານ​ບ້ານທີ່​ເອີ້ນ​ວ່າກອງ​ກຳລັງ​ຊົ​ນ​ເຜົ່າ Sabawi ​ໄດ້​ກວດຄົ້ນ​ຕາ​ມ​ບ້ານ​ຕ່າງໆ ​ທາງ​ພາກ​ໃຕ້​ຂອງ​ເມືອງ. ທ່ານ Lynn Maalouf ຈາກ​ອົງການ​ນິລະ​ໂທດ​ກຳ​ສາກົນ ກ່າວ​ວ່າ “ມັນ​ເປັນປະ​ເພນີ​ທີ່​ເປັນ​ອັນຕະລາຍໃນ​ການ ​ບໍ່ຖືກລົງ​ໂທດ ຊຶ່ງ​ພວກ​ທີ່ ​ກໍ່​ການ​ໃນ​ການ​ໂຈມ​ຕີທຳນອງ​ນີ້ ຮູ້ສຶກ​ວ່າເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້​ຢ່າງ​ເສລີ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ່າງໆ​ ​ແລະ​ບໍ່​ໄດ້​ຮັບການລົງໂທດ​ໃດໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Mosul
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG