ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງອີຣັກ ເລີ້ມບຸກເຂົ້າໄປ ໃນເມືອງ Mosul ແລ້ວ


Iraq Mosul
please wait
Embed

No media source currently available

0:00 0:00:58 0:00

ທະຫານອິຣັກ ​ໄດ້​ເລີ້ມເຄື່ອນ​ກຳລັງຢ່າງ​ລະ​ໝັດ​ລະວັງ ​ໃນ​ວັນ​ພະຫັດ​ມື້​ນີ້ ເຂົ້າ​ໄປໃນ​ເຂດ​ຄຸ້ມ​ ພາຍ​ໃນ​ກຳ​ແພງເມືອງ Mosul ​ໂດຍກວດ​ຄົ້ນ​ໄປໃນ​ແຕ່​ລະ​ບ້ານ​ເພື່ອຄ້ຳປະ ກັນ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເຮືອນ. ພວກ​ທະຫານ​ຕ້ອງ​ໄດ້​ລະມັດລະວັງ​ກັບ​ດັກ​ລະເບີດ ພ້ອມ ທັງການດັກ​ສະກັດ​ໂຈມ​ຕີ ແລະການ​ຍິງ​ສັງຫານ​ຈາກ​ໄລຍະ​ໄກ ຂອງ​ພວກ ຫົວຮຸນແຮງ ກຸ່ມລັດອິສລາມ ຊຶ່ງ​ໄດ້​ຮັບ​ການ​ຮຽກຮ້ອງຈາກຜູ້ນຳຂອງພວກເຂົາ ​ໃຫ້​ສືບຕໍ່ຕັ້ງຢູ່​ກັບ​ທີ່​ແລະ ຕ້ານຍັນ ບໍ່ໃຫ້ສູນເສຍເມືອງສຳຄັນ​ແຫ່ງສຸດທ້າຍທີ່ພວກເຂົາຍຶດຄອງໃນອີຣັກນັ້ນ.

ການບຸກ​ເຂົ້າ​ໄປໃນ​ເມືອງ Mosul ຊຶ່ງກຸ່ມລັດອິສລາມ ​ໄດ້​ເຂົ້າ​ຍຶດຄອງ ດົນ​ກວ່າ 2 ປີ​ມາ​ແລ້ວ ພາ​ໃຫ້​ຫຼາຍຮ້ອຍຄອບຄົວ​ຫຼັ່ງ​ໄຫຼ​ໜີອອກ​ໄປ​ຈາກ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ. ພວກ​ເຂົາ​ເຈົ້າ​ເລີ່​ມພາກັນອອກ​ຈາກ​ເມືອງ Mosul ຊຶ່ງບາງ​ພວກກໍພາກັນຖື​ທຸງ​ຂາວ ບາງພວກກໍ​ສົ່ງ​ສັນຍານ​ຂອງ​ການ​ໄດ້​ຮັບ​ໄຊຊະນະ ​ໃສ່​ກອງກຳລັງ​ລັດຖະບານ ທີ່ໄດ້​ຮັບ​ການຝຶກ​ແອບ​ທະຫານ​ສະຫະລັດ ທີ່​ໄດ້​ຮັບ​ໄຊຊະນະຫຼາຍໆ​ຄັ້ງ​ໃນ​ປີ​ນີ້ ​ໃນທີ່​ອື່ນໆ​ໃນປະ​ເທດ​ອີຣັກ ຕໍ່ພວກ​ນັກ​ລົບ​ລັດ​ອິສລາມ ຮວມທັງ​ທີ່​ເມືອງ Fallujah ນຳ.

ກອງກຳລັງທະຫານພິເສດ ຕຽມຕົວຊອກຫາໃນບ້ານເຮືອນຕ່າງໆ ໃນເມືອງ Gogjali, ທາງພາກຕາເວັນອອກຂອງນະຄອນ Mosul, ອີຣັກ, 2 ພະຈິກ, 2016.
ກອງກຳລັງທະຫານພິເສດ ຕຽມຕົວຊອກຫາໃນບ້ານເຮືອນຕ່າງໆ ໃນເມືອງ Gogjali, ທາງພາກຕາເວັນອອກຂອງນະຄອນ Mosul, ອີຣັກ, 2 ພະຈິກ, 2016.

​ໃນ​ຂະນະ​ທີ່​ປະຊາຊົນ ​ໃນເມືອງ Gogjali ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Mosul ພາກັນສະ​ແດງ​ຄວາມ​ຍິນ​ດີ ຕ້ອນ​ຮັບການປົດປ່ອຍ​ຈາກພວກ​ນັກ​ລົບ​ລັດ​ອິສລາມ ກໍມີ ຄວາມ​ຢ້ານ​ກົວ​ຍິ່ງ​ເພີ່ມ​ຂຶ້ນ ​ໃນ​ຂະນະ​ທີ່​ເຂດ​ຄຸ້ມ​ຕ່າງໆ​ພາກ​ຕາ​ເວັນ​ຕົກ​ຂອງເມືອງ​ ທີ່​ນິຍົມກຸ່ມລັດອິສລາມຢ່າງ​ຫຼວງຫຼາຍນັ້ນ ​ຕົກ​ຢູ່​ໃນ​ກຳມື​ຂອງກຳລັງ​ລັດຖະບານ ການ​ແກ້​ແຄ້ນ​ແລະ​ການ​ຕອບ​ໂຕ້​ຄືນ ກໍ​ຈະ​ເລີ້ມຂຶ້ນ ທັງ​ຈາກ​ປະຊາຊົນໃນເຂດ​ທ້ອງ​ຖິ່ນ ​ແລະພວກ
ທີ່​ໄດ້​ຮັບ​ຄວາມທຸກ​ທໍລະມານ ​ຈາ​ກພວກ​ນັກ​ລົບ​ຂອງ​ກຸ່ມ​ລັດ​ອິສລາມ ​ໃນ​ເວລາ 2 ປີ
ທີ່​ພວກ​ເຂົາ​ຍຶດຄອງເມືອງ Mosul ​ແລະ​ພວກ​ທະຫານ​ບ້ານ Sunni ​ທີ່​ຖືກ​ກ່າວ​ຫາ​ວ່າ ​
ໄດ້​ທຳ​ການ​ໂຈມ​ຕີ ​ເພື່ອ​ແກ້​ແຄ້ນ ຕໍ່​ພວກ​ຜູ້​ຊາຍ​ແລະ​ເດັກ​ຊາຍ ​ໃນເຂ​ດ​ໝູ່​ບ້ານອ້ອມ​ແອ້ມ
ທີ່​ສົງ​ໄສ​ວ່າມີ​ຄວາມ​ສຳພັນ​ກັບກຸ່ມລັດອິສລາມ.

ພາບແຜ່ນນີ້ ຖ່າຍຈາກ website ຂອງກຸ່ມຫົວຮຸນແຮງ, 5 ກໍລະກົດ, 2014.
ພາບແຜ່ນນີ້ ຖ່າຍຈາກ website ຂອງກຸ່ມຫົວຮຸນແຮງ, 5 ກໍລະກົດ, 2014.

​ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ ຕົນ​ໄດ້​ຮັບ​ລາຍ​ງານວ່າ ພວກ​ທີ່​ເປັນ​ໃຈກັບ​ພວກ​ນັກ​ລົບ​ກຸ່ມ​ລັດ​ອິສລາມ ມີ​ການ​ກ່າວ​ຫາ​ວ່າ ​ໄດ້​ຖືກ​ນຳ​ມາ​ສົບ​ປະໝາດ ​ທໍ​ລະ​ມານ ແລະ​ທຸບ​ຕີ ​ໃນ​ຂະນະ​ທີ່​ພວກ​ນັກ​ລົບ​ກັບ​ກຸ່ມ​ທະຫານ​ບ້ານ ທີ່​ເອີ້ນ​ວ່າ Sabawi Tribal Mobilization ​ໄດ້​ກວດຄົ້ນ​ຕາ​ມໝູ່​ບ້ານ​ຕ່າງໆ ​ທາງ​ພາກ​ໃຕ້​ຂອງ​ເມືອງ. ທ່ານ Lynn Maalouf ຈາກ​ອົງການ​ນິລະ​ໂທດ​ກຳ​ສາກົນ ​ໄດ້​ກ່າວ​ວ່າ “ມັນ​ເປັນປະ​ເພນີ​ທີ່​ອັນຕະລາຍໃນ​ການ​ບໍ່​ຖືກລົງ​ໂທດ ຊຶ່ງ​ພວກ​ທີ່​ກໍ່​ການ​ໃນ​ການ​ໂຈມ​ຕີ ທຳນອງ​ນີ້ ຮູ້ສຶກ​ວ່າ ​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້​ຢ່າງ​ເສລີ ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ່າງໆ​ ​ແລະ​ບໍ່ຮ້ອງ​ໄດ້​ຮັບໂທດແຕ່​ຢ່າງ​ໃດ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກຜູ້ຄົນພາກັນລົບໜີອອກຈາກບ້ານ ຈາກຜົນກະທົບຈາກການຕໍ່ສູ້ຈາກກອງກຳລັງອີຣັກ ແລະກຸ່ມລັດອິສລາມ ຈາກເມືອງ Gogjali, ເຂດນຶ່ງຂອງນະຄອນ Mosul, ອິຣັກ, 2 ພະຈິກ, 2016.
ພວກຜູ້ຄົນພາກັນລົບໜີອອກຈາກບ້ານ ຈາກຜົນກະທົບຈາກການຕໍ່ສູ້ຈາກກອງກຳລັງອີຣັກ ແລະກຸ່ມລັດອິສລາມ ຈາກເມືອງ Gogjali, ເຂດນຶ່ງຂອງນະຄອນ Mosul, ອິຣັກ, 2 ພະຈິກ, 2016.

XS
SM
MD
LG