ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຕ່າງປະເທດ ສຫລ ໝັ້ນໃຈ ວ່າ ກອງກຳລັງຂອງອີຣັກ ຈະຍຶດເອົາ ເມືອງຣາມາດີ ຄືນໄດ້


ຊາວອີຣັກ ພາກັນຫຼົບໜີ ຈາກເມືອງຣາມາດີ, ວັນທີ 16 ພຶດສະພາ 2015.
ຊາວອີຣັກ ພາກັນຫຼົບໜີ ຈາກເມືອງຣາມາດີ, ວັນທີ 16 ພຶດສະພາ 2015.

ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ
​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ ໃນ​ວັນ​ຈັນ​ມື້​ນີ້ ວ່າ ພວກ​ກອງກຳ​
ລັງ​ທີ່ນິຍົມ​ລັດຖະ ບານ​ໃນ​ອີຣັກ ຈະ​ເຂົ້າ​ຄວບ​ຄຸມ​ເມືອງຫຼວງ​
ຂອງ​ແຂວງ Ramadi ​ຄືນ ມາໄດ້ ຈາກ​ພວກ​ນັກ​ຕໍ່ສູ້ກຸ່ມ​ລັດ​
ອິສລາມ ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

​ໃນ​ການຖະ​ແຫຼ​ງ ໜຶ່ງ​ມື້​ຫຼັງ​ຈາກ​ພວກ​ຫົວ​ຮຸນ​ແຮງ ອ້າງ​ວ່າ
ຕົນ​ໄດ້​ຍຶດ​ເອົາ​ເມືອງຣາມາ​ດີ​ນັ້ນ ທ່ານ Kerry ກ່າວ​ວ່າ
​ເມືອງຣາມາ​ດີໄດ້ “​ເປັນ​ເປົ້າ​ໝາຍ​ແຫ່ງ​ໂອກາດ” ​ແລະ
​ວ່າ ທ່ານມີ​ຄວາມໝັ້ນ​ໃຈ​ວ່າ ສະຖານະ​ການ​ຢູ່​ທີ່​ນັ້ນ​ຈະ​ຕ່າວ
​ປີ້ນຄືນ “​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.”

Iraq Ramadi
please wait
Embed

No media source currently available

0:00 0:01:00 0:00

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ວ່າ ການ​ສູ້​ລົບກັນ​ເປັນ​ເວລາ 3 ມື້​ໃນ​ເມືອງຣາມາ​ດີ ​ໄດ້​ເຮັດ
ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ 500 ຄົນ​ຢູ່​ໃນຕົວ​ເມືອງ​ ທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນຫຼວງ​ແບກແດັດ
ຂອງ​ອີຣັກ ​ໄປ​ທາງ​ທິດຕາ​ເວັນ​ຕົກ 125 ຫຼັກ​ກິ​ໂລ​ແມັດ.

ນາຍົກລັດຖະມົນຕີ Haider al-Abadi ​ໄດ້ຮຽກຮ້ອງ​ໃຫ້​ພວກ​ທະຫານ​ບ້ານ​ ​ໄປຮວມກຳ
ລັງ​ກັນ​ຕໍ່ສູ້​ເອົາເມືອງ​ນີ້ຄືນ. ມີ​ລາຍ​ງານ​ວ່າ ມາ​ຮອດ​ວັນຈັນ​ມື້​ນີ້ ມີພວກ​ນັກ​ຕໍ່ສູ້​ໃນ​ຈຳນວນ​ຫຼາຍ​ຂຶ້ນ ​ເດີນທາງ​ໄປ​ຮອດ​ຂົງ​ເຂດ​ດັ່ງກ່າວ ທີ່​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ທາງ​ອາກາດ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດເຊັ່ນ​ກັນ ​ໃນ​ການ​ປະຕິ​ບັດ​ການຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ ທຸກໆ​ມື້ ​ນັບ​ແຕ່​ສັບປະດາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ບໍ່​ຍອມ​ຢືນຢັນ​ຕໍ່​ຖະ​ແຫຼ​ງການ​ຂອງກຸ່ມ​ລັດ​ອິສລາມ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ວ່າ​ຕົນ​ຍຶດ​ໄດ້​ເມືອງຣາມາ​ດີ​ແລ້ວ​ນັ້ນ ​ໂດຍ​ພຽງ​ແຕ່​ເວົ້າ​ວ່າ ​ເມືອງຣາມາ​ດີ ​ຍັງ​ຄົງຢູ່​ໃນ​ສະພາບ “ບໍ່​ແນ່ນອນ ​ແລະ​ຍາດ​ແຍ່ງກັນ​ຢູ່.” ​ແຕ່​ບຸກຄົນ​ອື່ນໆ ຮວມທັງ​ໂຄສົກ​ປະຈຳ​ເຈົ້າ​ແຂວງ ​ແຂວງ Anbar ນຳ ກ່າວ​ວ່າ​ພວກທະຫານ​ລັດຖະບານ ໄດ້​ພາກັນ​ຫຼົບໜີ​ ​ໄປຈາກ​ເມືອງ​ດັ່ງກ່າວ.

XS
SM
MD
LG