ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ຂອງ​ອີ​ຣັກ ​ຍິງ​ສັງ​ຫານ ພວກ​ປະ​ທ້ວງຫຼາຍ​ຄົນ ໃນ​ເມືອງກາ​ບາ​ລາ


ພວກ​ຜູ້​ຊາຍ​ຫາມ​ຫີບ​ສົບ ຂອງ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ ທີ່​ໄດ້​ຖືກ​ຂ້າ​ຕາຍ ໃນ​ລະ​ຫວ່າງ​ທີ່ ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ​ໃນ​ນະ​ຄອນຫຼວງ​ແບກ​ແດດ ​ຂອງ​ອີ​ຣັກ, ​ວັນ​ທີ 4 ຕຸ​ລາ 2019.
ພວກ​ຜູ້​ຊາຍ​ຫາມ​ຫີບ​ສົບ ຂອງ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ ທີ່​ໄດ້​ຖືກ​ຂ້າ​ຕາຍ ໃນ​ລະ​ຫວ່າງ​ທີ່ ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ, ​ໃນ​ນະ​ຄອນຫຼວງ​ແບກ​ແດດ ​ຂອງ​ອີ​ຣັກ, ​ວັນ​ທີ 4 ຕຸ​ລາ 2019.

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົ​ບ​ຂອງ​ອີ​ຣັກ​ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 15 ຄົນ ໃນ​ການ​ໂຈມ​ຕີ​ພວກ​ປະ​ທ້ວງ​ທີ່​ເມືອງ​ກາ​ບາ​ລາ.

ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ກ່າວ​ວ່າ ນອກນັ້ນ​ແລ້ວ ຍັງ​ມີ​ອີ​ກ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານທີ່​ດຳ​ເນີນ​ມາ​ເປັນ​ມື້​ທີ 5 ລຽນ​ຕິດ.

ພວກ​ປະ​ທ້ວງ​ບໍ່​ຍອມ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຫ້າມ​ອອກນອກ​ເຮືອນສະ​ບັບ​ໃໝ່ຂອງເຈົ້າ​ໜ້າ​ທີ່​ອີ​ຣັກ ບໍ່​ໃຫ້​ປະ​ຊາ​ຊົນ​ໂຮມ​ຊຸມ​ນຸມ​ກັນຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ ແຕ່​ທ່ຽງຄືນ​ຫາ​ຫົກ​ໂມງ​ເຊົ້າ.

ມີ​ຢ່າງ​ໜ້ອຍ 3 ຄົນ​ໄດ້​ຖືກ​ຂ້າ​ຕາຍ ແລະ 100 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ຈັນ​ວານນີ້ ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ​ພວກ​ປະ​ທ້ວງ​ແລະ​ຕຳ​ຫຼວດ.

​ມີການ​ເຄື່ອນ​ໄຫວ​ຢູ່​ໃນ​ສະ​ພາ​ແຫ່ງ​ຊາດ ເພື່ອ​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຮ່າງ​ກົດ​ໝາຍ​ທີ່ຈະ​ຖອນ​ສິດ​ພິ​ເສດ​ແລະ​ເງິນ​ລາງວັນ​ຂອງ​ພວກ​ນັກ​ການ​ເມືອງ​ອະ​ວຸ​ໂສ ຮວມ​ທັງປະ​ທາ​ນາ​ທິ​ບໍ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີແລະ​ລັດ​ຖະ​ມົນ​ຕີ​ໃນ​ຄະ​ນະ​ລັດ​ຖະ​ບານ ແຕ່ກໍ​ບໍ່​ໄດ້​ຜົນ​ຫຍັງ​ຫຼາຍ​ ເພື່ອ​ເຮັດ​ໃຫ້ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຜ່ອນ​ເບົາ​ລົງ.

ພວກ​ນັກ​ຮຽນ​ນັກ​ສຶກ​ສາ​ແລະ​ພວກ​ປະ​ທ້ວງ​ອື່ນໆ ມີ​ຄວາມ​ໂກດ​ແຄ້ນ​ຕໍ່​ການ​ກ່າວ​ຫາ​ໃນ​ການ​ສໍ້​ລາດ​ບັງ​ຫຼວງ ການ​ເຕີບ​ໂຕ​ທີ່​ຊັກ​ຊ້າ​ຂອງ​ເສດ​ຖະ​ກິດ ແລະ​ການ​ໃຫ້ບໍ​ລິ​ການ​ທີ່​ຂີ້​ຮ້າຍ​ຂອງ​ລັດ​ຖະ​ບານທັງໆ​ທີ່​ອີ​ຣັກ​ເປັນ​ປະ​ເທດ​ທີ່​ຮັ່ງ​ມີ​ຈາກ​ການ​ຂາຍ​ນ້ຳ​ມັນ.

ພວກ​ນັກ​ຮຽນ​ນັກ​ສຶກ​ສາ​ໄດ້​ພາ​ກັນ​ບໍ່​ໄປ​ເຂົ້າ​ຮຽນ ແລະ​ທວງ​ໃຫ້ລັດ​ຖະ​ບານ​ລາ​ອອກ.

ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຮອບ​ຫຼ້າ​ສຸດ​ຢູ່​ນະ​ຄອນ​ຫຼວງ​ແບັກ​ແດດ​ແລະ​ຫົວ​ເມືອງ​ອື່ນໆ​ຂອງ​ອີ​ຣັກ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິ​ດ​ໄປ​ແລ້ວ​ບໍ່​ຕ່ຳ​ກວ່າ 86 ຄົນ ນັບ​ແຕ່​ວັນສຸກ​ແລ້ວ​ເປັນ​ຕົ້ນ​ມາ. ຈຳ​ນວນ​ດັ່ງ​ກ່າວນີ້​ແມ່​ນ​ເພີ້ມ​ໃສ່ 150 ຄົນທີ່​ເສຍ​ຊີ​ວິດ​ໄປ ໃນ​ການ​ເດີນ​ຂະ​ບວນ ​ເມື່ອ​ຕົ້ນ​ເດືອນນີ້.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG