ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ປະ​ທ້ວງ ອີ​ຣັກ ປິດບໍ່​ນ້ຳ​ມັນ ຢູ່​ພາກ​ໃຕ້​ຂອງ​ປະ​ເທດ


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຍ່າງ​ກາຍຮູບ​ຂອງ​ນັກ​ການ​ເມືອງ ອີ​ຣັກ ທີ່​ຖືກ​ທຳ​ລາ ແລະ ພາ​ສາ​ອາ​ຣັບ ທີ່​ຂຽນ​ວ່າ "ຕ້ອງ​ການ​ຕົວ​ໂດຍປະ​ຊາ​ຊົນ ອີ​ຣັກ ສຳ​ລັບ​ການ​ສົ່ງ​ເສີມ​ຕໍ່ຕ້ານ​ຜູ້​ປະ​ທ້ວງ ແລະ ສຳ​ລັບ​ການ​ທຳ​ລາຍ​ພາບພົດ​ຂອງ​ການ​ປະ​ຕິວັດ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​​, ເມືອງ ຕາ​ຣຽກ, ອີ​ຣັກ.
ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ຍ່າງ​ກາຍຮູບ​ຂອງ​ນັກ​ການ​ເມືອງ ອີ​ຣັກ ທີ່​ຖືກ​ທຳ​ລາ ແລະ ພາ​ສາ​ອາ​ຣັບ ທີ່​ຂຽນ​ວ່າ "ຕ້ອງ​ການ​ຕົວ​ໂດຍປະ​ຊາ​ຊົນ ອີ​ຣັກ ສຳ​ລັບ​ການ​ສົ່ງ​ເສີມ​ຕໍ່ຕ້ານ​ຜູ້​ປະ​ທ້ວງ ແລະ ສຳ​ລັບ​ການ​ທຳ​ລາຍ​ພາບພົດ​ຂອງ​ການ​ປະ​ຕິວັດ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​​, ເມືອງ ຕາ​ຣຽກ, ອີ​ຣັກ.

ຜູ້​ປະ​ທ້ວງ​ໃນປະ​ເທດ ອີ​ຣັກ ເມື່ອ​ວັນ​ເສົາ​ວານນີ້ ໄດ້​ປິດ​ບໍ່​ນ້ຳ​ມັນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ ແລະ ໄດ້​ບັງ​ຄັບ​ໃຫ້​ຕັດ​ໄຟ​ຟ້າ​ຢູ່​ສະ​ຖານ​ທີ່​ນັ້ນ ທ່າມ​ກາງ​ຄວາມ​ວຸ້ນ​ວາຍ​ທີ່​ໄດ້​ທຳ​ລາຍ​ນະ​ຄອນຫຼວງ ແລະ ພື້ນ​ທີ່​ສ່ວ​ນຫຼາຍ​ໃນ​ພາກ​ໃຕ້​ຂອງ ອີ​ຣັກ ນັ​ບ​ຕັ້ງ​ແຕ່​ຄວາມ​ໂມ​ໂຫ​ຂອງ​ສາ​ທາ​ລະ​ນະ​ໄດ້​ເກີດ​ຂຶ້ນ​ຄັ້ງ​ທຳ​ອິດ​ເກືອບ​ສາມ​ເດືອນ​ກວ່າ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ສື່​ມວນ​ຊົນ.

ອົງ​ການ​ຂ່າວ ຮອຍ​ເຕີ ໄດ້​ລາຍ​ງານ​ວ່າ ຜູ້​ປະ​ທ້ວງ​ໄດ້​ຮ້ອງ​ຄຳ​ວ່າ “ບໍ່​ມີ​ບ້ານ​ເກີດ, ບໍ່​ມີ​ນ້ຳ​ມັນ” ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ໄດ້​ບັງ​ຄັບ​ໃຫ້​ປິດ​ບໍ່​ນ້ຳ​ມັນ ນາ​ສ​ຊີ​ຣິ​ຢາ, ເຊິ່ງ​ຜະ​ລິດ​ນ້ຳ 90,000 ຖັງ​ຕໍ່​ມື້, ໃນ​ວັນ​ເສົາ​ວານນີ້.

ອົງ​ການ​ຂ່າວ​ນັ້ນ​ໄດ້​ອ້າງເຖິງ “ແຫຼ່ງ​ຂ່າວ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ນຶ່ງ ແລະ ນ້ຳ​ມັນ​ສອງ​ແຫ່ງ” ວ່າບໍ່​ນ້ຳ​ມັນ​ນັ້ນ​ໄດ້​ຖືກ​ປິດ​ລົງ.

ອີ​ຣັກ ໄດ້​ປະ​ສົບ​ບັນ​ຫາ​ວຸ້ນ​ວາຍ​ເກືອບ​ສາມ​ເດືອນ​ແລ້ວ ດ້ວຍ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ແລະ ຕໍ່​ຕ້ານ ອີ​ຣ່ານ ທີ່ບໍ່​ມີ​ຜູ້​ນຳ​ພາ​ເປັນ​ສ່ວນ​ໃຫຍ່ ທີ່​ໄດ້​ກໍ່​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍ​ຮ້ອຍ​ຄົນ ແລະ ມີ​ການ​ປາບ​ປາມ​ທີ່​ຮຸນ​ແຮງ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່.

ຜູ້​ປະ​ທ້ວງ​ໄດ້​ຕິ​ໜິ​ຕິ​ຕຽນ​ການ​ສໍ້​ລາດ​ບັງຫຼວງ, ການ​ຂາດ​ວຽກ​ເຮັດ​ງານ​ທຳ ແລະ ການ​ຂາດ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ຫຼາຍ​ຄົນ​ໄດ້​ກໍ​ໄດ້​ກ່າວ​ປະ​ນາມ​ອິດ​ທິ​ພົນ​ຕ່າງ​ປະ​ເທດ ແລະ ຮຽກ​ຮ້ອງ​ໃຫ້​ສິ້ນ​ສຸດ​ລະ​ບົບ​ທີ່​ຖືກວາງ​ຂຶ້ນ​ນັບ​ຕັ້ງ​ແຕ່​ການ​ບຸ​ກ​ລຸກ​ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ໃນ​ປີ 2003, ເພື່ອ​ໂຄ່ນ​ລົ້ມ​ຜູ້​ທີ່​ມີ​ອຳ​ນາດ​ຂອງ​ປະ​ເທດ, ແລະ ຄວາມ​ເອ​ກະ​ລາດ​ໃນ​ຕຳ​ແໜ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ທ່ານ ອາ​ແດ​ລ ອັ​ບ​ດຸ​ລ-ມາ​ດີ ໄດ້ຖືກ​ບັງ​ຄັບ​ໃຫ້​ລົງ​ຈາກ​ຕຳ​ແໜ່ງ​ຈາກ​ການ​ກົດ​ດັນ​ຂອງ​ສາ​ທາ​ລະ​ນະ, ແນວ​ໃດ​ກໍ​ຕາມ​ທ່ານ​ໄດ້​ກ່າວ​ວ່າ ທ່ານ​ຈະ​ຄົງ​ເປັນຮັກ​ສາ​ການ​ຊົ່ວ​ຄາວ ຈົນ​ກວ່າ​ຈະ​ມີ​ການ​ເລືອກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG