ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້​ປະ​ທ້ວງ ອີ​ຣັກ ຍຶດ​ພື້ນ​ທີ່ ໃນ​ໃຈ​ກາງ ນະ​ຄອນຫຼວງ ແບັກ​ແດດ


​ປະ​ຊາ​ຊົນ ອີ​ຣັກ ເຕົ້າ​ໂຮມ​ກັນ​​ຢູ່​ສະ​ຖານ​ທີ່​ລະ​ເບີດ​ແຕກ ໃນ​ຈະ​ຕຸ​ລັດ ຕາ​ຣຽກ ຂອງ​ນະ​ຄອນຫຼວງ ແບັກ​ແດດ. 16 ພະ​ຈິກ, 2019.
​ປະ​ຊາ​ຊົນ ອີ​ຣັກ ເຕົ້າ​ໂຮມ​ກັນ​​ຢູ່​ສະ​ຖານ​ທີ່​ລະ​ເບີດ​ແຕກ ໃນ​ຈະ​ຕຸ​ລັດ ຕາ​ຣຽກ ຂອງ​ນະ​ຄອນຫຼວງ ແບັກ​ແດດ. 16 ພະ​ຈິກ, 2019.

ຜູ້​ປະ​ທ້ວງ​ໄດ້​ດັນ​ເຂົ້າ​ໃກ້​ເຂດ​ທີ່​ຖືກ​ປົກ​ປ້ອງກວ່າ​ເກົ່າ​ໃນ​ວັນ​ເສົາ​ວານນີ້ ໃນ​ໃຈ​ກາງນ​ະ​ຄອນຫຼວງ ແບັກ​ແດດ ເຊິ່ງ​ແມ່ນ​ເຂດ​ທີ່​ມີ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ຖານ​ທູດ​ຂອງ​ຕ່າງ​ປະ​ເທດ​ຫຼາຍ​ແຫ່ງ​ຕັ້ງ​ຢູ່, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ແລະ ການ​ແພດ​ຂອງ ອີ​ຣັກ ໄດ້​ກ່າວ​ວ່າ ຜູ້​ປະ​ທ້ວງ​ໄດ້​ຍຶດ​ການ​ຄວບ​ຄຸມ​ຈະ​ຕຸ​ລັດຍຸດ​ທະ​ສາດ ຄີ​ລາ​ນີ ແລະ ສ່ວນ​ນຶ່ງ​ຂອງ​ຂົວ​ທີ່​ນຳ​ໄປ​ສູ່ບໍ​ລິ​ເວນ​ຮັ​ກ​ສາ​ຄວາມ​ປອດ​ໄພ ​ເຂດສີ​ຂຽນ ທີ່​ລວມ​ມີຕຶກ​ອາ​ຄານ​ຂອງ​ລັດ​ຖະ​ບານ ແບັກ​ແດດ.

ຫຼັງ​ຈາກ​ການ​ປະ​ທ້ວງ​ທີ່​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ແລ້ວນີ້​ປາ​ກົດ​ວ່າ​ໄດ້​ຜ່ອນ​ຄາຍ​ລົງ​ນັ້ນ, ລະ​ເບີດ​ແຕກ​ໃນ​ຕອນ​ແລງ​ຂອງວັນ​ສຸກ​ທີ່​ຜ່ານ​ມາ ຢູ່​ຈະ​ຕຸ​ລັດ ຕາ​ຣຽກ ທີ່​ຢູ່​ໃກ້​ຄຽງ, ເຊິ່ງ​ແມ່ນ​ສູນ​ກາງ​ຂອງ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ນັ້ນ, ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 3 ຄົນ ແລະ ບາດ​ເຈັບ 18 ຄົນ.

ລະ​ເບີດ​ແຕກ​ອີກ​ຄັ້ງ​ນຶ່ງ​ໃນ​ຕອນ​ຄ່ຳ​ຂອງວັນ​ສຸກ​ ໃນ​ເມືອງ ນາ​ສ​ຊີ​ຣິ​ຢາ ຢູ່​ທາງ​ພາກ​ໃຕ້​ນັ້ນ​ໄດ້​ເຮັດ​ໃຫ້ 18 ຄົນ​ບາດ​ເຈັບ.

ມັນ​ຍັງ​ບໍ່​ເປັນ​ທີ່​ຮູ້​ຈັກ​ຢ່າງ​ແນ່​ນອນ​ໃນ​ທັນ​ທີ​ວ່າ ແມ່ນ​ໃຜ​ເປັນ​ຜູ້​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ລະ​ເບີດ​ນັ້ນ.

ການ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ຕຸ​ລາ​ທີ່​ຜ່ານ​ມາ ຍ້ອນ​ຄວາ​ມ​ອຶ​ດ​ອັດ​ທີ່​ເພີ່ມ​ຂຶ້ນ ກ່ຽວ​ກັບ ການ​ຂາດ​ວຽກ​ເຮັດ​ງານ​ທຳ ແລະ ການ​ບໍ​ລິ​ການສາ​ທາ​ລະ​ນະ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ​ການ​ປະ​ທ້ວງ​ໄດ້​ຮຽກ​ຮ້ອງ​ໃຫ້​ຂັບ​ໄລ່ຜູ້​ມີ​ອຳ​ນາດ​ຂອງ​ ອີ​ຣັກ ອອກ​ຈາກ​ຕຳ​ແໜ່ງ ແລະ ປະ​ຕິ​ຮູບ​ລັດ​ຖະ​ບານ ເພື່ອ​ກຳ​ຈັດ​ການ​ສໍ້​ລາດ​ບັງຫຼວງ ທີ່​ໄດ້​ຮຸ​ນ​ແຮງ​ຂຶ້ນຫຼັງ​ຈາກ​ການ​ໂຄ່ນ​ລົ້ມ​ຜູ້​ນຳ​ຜະ​ເດັດ​ການ​ທ່ານ ຊັດ​ດາມ ຮຸ​ສ​ເຊນ ໃນ​ການ​ຮຸກ​ຮານ​ ອີ​ຣັກ ທີ່​ນຳ​ໜ້າ​ໂດຍ ສະ​ຫະ​ລັດ ໃນ​ປີ 2003.

ປະ​ຊາ​ຊົນຫຼາຍກວ່າ 300 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ນະ​ຄອນຫຼວງ ແບັກ​ແດດ ແລະ ພາກ​ໃຕ້​ຂອງ ອີ​ຣັກ ນັບ​ຕັ້ງ​ແຕ່​ການ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG