ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກປະທ້ວງ ອີຣັກ ບໍ່ເອົາຫົວຊາ ຕໍ່ຄຳເຕືອນ ຂອງລັດຖະບານ


ພວກປະທ້ວງຮຽກຮ້ອງໃຫ້ລັດຖະບານປະຕິຮູບ ພາກັນແລ່ນໜີຈາກແກັສນໍ້າຕາ ທີ່ຍິງມາຈາກໜ່ວຍຮັກສາຄວາມປອດໄພ.
ພວກປະທ້ວງຮຽກຮ້ອງໃຫ້ລັດຖະບານປະຕິຮູບ ພາກັນແລ່ນໜີຈາກແກັສນໍ້າຕາ ທີ່ຍິງມາຈາກໜ່ວຍຮັກສາຄວາມປອດໄພ.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຫລາຍ​ພັນ​ຄົນ ພາກັນ​ເດີນ​ຂະ​ບວນຢູ່ນະຄອນຫລວງ​ ອີຣັກ ​ໃນ​ວັນ​ສຸກ​ວານ​ນີ້ ຫລາຍ​ຄົນ​ພາກັນ​ຖື​ດອກ​ໄມ້ແລະ​ງ່າຕົ້ນໝາກ olive ກ່ອນ​ເຂົ້າ​ ໄປເຖິງ​ຈະ​ຕຸ​ລັດ Tahrir ​ເພື່ອຮຽກຮ້ອງ​ ໃຫ້ມີ​ການ​ປ່ຽນ​ແປງ​ ທາງ​ດ້ານການ​ເມື​ອງ.

​“​ເຂົາ​ເຈົ້າ​ພາກັນ​ມາ​ຄື​ກັບ​ໝູ່​ໝົດ.” ນັ້ນຄື​ຄຳ​ເວົ້າຂອງເຈົ້າ​ໜ້າ​ທີ່​ຕຳຫລວດ​ຄົນ​ນຶ່ງທີ່​ບໍ່​ປະ ສົງ​ບອກ​ຊື່ “ເຂົາ​ເຈົ້າ​ມາ​ຈາກ​ເມືອງ Najaf, Karbala ​ແລະ Bagdad.” ​ເມືອງ ​Najaf ​ແລະ Karbala ​ເປັນ​ເມືອງທີ່​ມີ​ຊາວ Shi’ite ອາໄສ​ຢູ່​ທາງ​ພາກ​ໃຕ້ຂອງນະຄອນຫຼວງ.

ກຳລັງ​ອີຣັກ​ໄດ້​ອອກປະຕິບັດ​ງານ​ຢ່າງ​ເຕັມທີ່ພາຍໃຕ້​ອາກາດ​ທີ່ຮ້ອນ​ເອົ້າ​ກາຍ 40 ອົງສາ ​ຢູ່​ນະຄອນ Bagdad ​ໃນວັນ​ສຸກ​ວານ​ນີ້ ​ແລະໄດ້​ມີ​ການ​ຕັ້ງ​ແທ່ງຊີມັງ​ ​ແລະ​ໜາມ​ໝາກ​ຈັບ ​ຢູ່​ຕາມ​ຖະໜົນ​ຫລາຍ​ເສັ້ນທີ່​ເນັ່ງ​ໄປ​ສູ່​ຈະຕຸ​ລັດ.

ບັນດາ​ລົດ​ບັດນ້ອຍທີ່​ຢູ່​ໃນ​ເຂດ​ຮັກສາ​ຄວາມ​ປອດ​ໄພໄດ້​ຂົນພວກ​ປະ​ທ້ວງ​ໄປ​ຫາ​ທາງ​ເຂົ້າ​ຈະຕຸ​ລັດ. ຕໍ່​ມາ​ນ້ອຍ​ນຶ່ງ ພວກ​ລົດ​ໂຮງໝໍກໍ​ໄດ້​ເປີດ​ຫວໍ​ດັງ​ແລ່ນ​ຢູ່​ຕາມ​ຖະໜົນ​ດຽວກັນ ​ໄປ ​ໃນທິດ​ທາງ​ກົງ​ກັນ​ຂ້າມ ​ໂດຍ​ນຳ​ສົ່ງພວກ​ປະ​ທ້ວງ​ທີ່​ໄດ້​ຮັບ​ບາດ​ເຈັບ.

​ໃນ​ຕອນ​ບ່າຍ​ມື້ວານ​ນີ້ລົມ​ກໍ​ໄດ້​ພັດ​ເອົາຄວັນ​ລະ​ເບີດນໍ້າຕາ​ອອກ​ມາ​ຈາກ​ຈະຕຸ​ລັດ Tahrir ​ມີ​ການຍິງ​ປືນ​ຂຶ້ນ​ເທິງ​ຟ້າ ໃນ​ຂະນະ​ທີ່ ​ພວກ​ປະ​ທ້ວງ​ ພາກັນ​ບຸກ​ຜ່ານ​ກຳ​ລັງ​ຮັກສາ​ຄວາມ ​ປອດ​ໄພ ຝູງ​ຊົນ​ກໍ​ພາກັນ​ດຶງ​ແທ່ງ​ຊິ​ມັ ງໃຫ້​ລົ້ມ​ລົງ ທີ່​ກີດ​ກັ້ນທາງ​ເຂົ້າ​ຂົວ​ຈາກ​ຈະຕຸ​ລັດ ​ໄປ ຫາເຂດ​ນາໆ​ຊາດ​ຂອງ​ນະຄອນ Bagdad ຊຶ່ງເປັນທີ່​ຕັ້ງ​ຂອງໂຮງການລັດຖະບານ ​ແລະ​ບັນດາສະຖານທູດ​ຕ່າງປະ​ເທດ.

ແມ່ຍິງປະທ້ວງຄົນນຶ່ງກຳລັງຖືກຊ່ວຍຈາກ ການຖືກແກັສນໍ້າຕາ.
ແມ່ຍິງປະທ້ວງຄົນນຶ່ງກຳລັງຖືກຊ່ວຍຈາກ ການຖືກແກັສນໍ້າຕາ.

ການ​ປະ​ທ້ວງ​ທີ່​ຄ້າຍຄື​ກັນ​ໃນ​ອາທິດ​ແລ້ວ​ນີ້ ​ໄດ້ກາຍ​ເປັນການ​ຈາລະ​ຈົນ ​ທີ່ເຮັດ​ໃຫ້​ສີ່​ຄົນ​ເສຍ​ຊີ​ວິດ ຫລັງຈາກ​ພວກ​ປະ​ທ້ວງ​ໄດ້​ລຸເຂົ້າ​ໄປໃນ​ເຂດ​ນາໆ​ຊາດແລະ​ໄດ້​ບຸກ​ເຂົ້າ​ໄປ​ໃນ ຫ້ອງການ​ນາຍົກລັດຖະມົນ​ຕີ.

ນາຍົກລັດຖະມົນຕີ Haider al Abadi ​ໄດ້​ຮຽກຮ້ອງໃຫ້ຍົກ​ເລີກການ​ເດີ​ນຂະ​ບວນ​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ຫລຸດຜ່ອນ​ຄວາມ​ກົດ​ດັນ​ ຕໍ່ກຳ​ລັງ​ຮັກສາ​ຄວາມ​ປອດ​ໄພ​ອີຣັກ ​ທີ່​ໄດ້​ເຂົ້າ​ຮ່ວມ​ຢູ່​ໃນ​ການ​ບຸກ​ໂຈມ​ຕີ​ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຢູ່ທີ່​ເມືອງ Fallujah.

​ແຕ່​ວ່າ​ມີພວກ​ປະ​ທ້ວງໃນ​ຈຳນວນບໍ່​ເທົ່າ​ໃດ​ຄົນ​ທໍ່​ນັ້ນ ​ໄດ້​ຮັບ​ຟັງການ​ຮ້ອງ​ຂໍ​ຂອງ ນາຍົກລັດຖະມົນຕີ Abadi.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG