ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສະ​ຖານ​ທີ່​ພັກ​ຊົ່ວ​ຄາວ ຂອງພວກ​ປະ​ທ້ວງ ​ອີ​ຣັກ ຖືກ​ເຜົາ​ໄໝ້ ແລະ​ຖືກ​ທັບ​ມ້າງ ແຕ່​ພວກ​ເຂົາ ກໍບໍ່​ຍອມ​ແພ້


ສະ​ຖານ​ທີ່​ພັກ​ຕັ້ງ​ຕູບ​ຜ້າ​ຂອງ​ພວກ​ປະ​ທ້ວງ ແບບ​ອັນ​ນີ້ ໃນ​ເມືອງ​ຄາ​​ຣບາ​ລາ ໄດ້​ຖືກ​ຕັ້ງ​ຂຶ້ນ ຫຼາຍໆ​ແຫ່ງໃນຫົວ​ເມືອງ​ຕ່າງ​ຂ​ອງ​ອີ​ຣັກ. ​ພວກ​ຕູບ​ຜ້າ​ໃນ​ເມືອງ​ບາ​ສ​ຣາ ໄດ້​ຖືກ​ເຜົາ​ໄໝ້​ໃນ​ຄືນ​ວັນ​ສຸກ, ວັນ​ທີ 25 ມັງ​ກອນ 2020. (Heather Murdock/VOA)
ສະ​ຖານ​ທີ່​ພັກ​ຕັ້ງ​ຕູບ​ຜ້າ​ຂອງ​ພວກ​ປະ​ທ້ວງ ແບບ​ອັນ​ນີ້ ໃນ​ເມືອງ​ຄາ​​ຣບາ​ລາ ໄດ້​ຖືກ​ຕັ້ງ​ຂຶ້ນ ຫຼາຍໆ​ແຫ່ງໃນຫົວ​ເມືອງ​ຕ່າງ​ຂ​ອງ​ອີ​ຣັກ. ​ພວກ​ຕູບ​ຜ້າ​ໃນ​ເມືອງ​ບາ​ສ​ຣາ ໄດ້​ຖືກ​ເຜົາ​ໄໝ້​ໃນ​ຄືນ​ວັນ​ສຸກ, ວັນ​ທີ 25 ມັງ​ກອນ 2020. (Heather Murdock/VOA)

ໃນ​ຂ​ະ​ນະ​ທີ່​ແ​ບັກ​ແດດ ​ກຳ​ລັງມືດ​ລົງ​ໃນ​ຕອນ​ຄ່ຳ​ຄືນ​ວັນ​ສຸກ​ຜ່ານ​ມາ ພວກ​ຊ​າຍ​ໜຸ່ມ​ຈຳ​ນວນ​ນຶ່ງ ​ທີ່​ຖືກຳ​ບັງ​ເຮັດ​ດ້ວຍ​ເຫຼັກ​ທີ່​ຕັດ​ເຄິງ​ຈາກ​ຖັງນ້ຳ​ມັນ ໄດ້​ພາ​ກັນ​ບຸກເຂົ້າໄປ​ໃນຝຸງ​ຄົນທີ່​ກຳ​ລັງ​ເພີ້ມ​ຂຶ້ນ​ເລື້ອຍໆ. ​ສ່ວນ​ຕຳຫຼວດ​ປາບ​ຈະ​ລາ​ຈົນ ໄດ້​ເຄື່ອນ​ກຳ​ລັງໄປ​ໜ້າ​ຜ່ານ​ຂົວ​ແຫ່ງ​ນຶ່ງ ເພື່ອ​ກົດ​ດັນ​ພວກ​ປະ​ທ້ອງໃຫ້ກັບ​ຄືນ​ໄປພ້ອມດ້ວຍ​ການ​ຍິງ​ປືນ ​ແລະແກັ​ສ​ນ້ຳ​ຕາເຂົ້າໃສ່ພວກ​ເຂົາ. ຄວັນ​ຈາກ​ການ​ເຜົາ​ຢາງ​ລົດ​ພັດໝຸນ​ຂຶ້ນ​ສູ່​ທ້ອງ​ຟ້າ​ໃນ​ຄືນມື້ນັ້ນ.

ອັ​ກ​ສອນ​ສີ​ຂາວ​ທີ່​ຂຽນ​ໃສ່​ຖັງ​ນ້ຳ​ມັນ​ທັງຫຼາຍ ອ່ານ​ວ່າ “ລະ​ວັງ ພວກ​ຍອມ​ຕາຍ​ກຳ​ລັງ​ເຄື່ອນ​ໜ້າ.”

ມາ​ເຖິງ​ຕອນ​ເຊົ້າ ຊາຍ​ໜຸ່ມ​ອີກ​ສອງ​ຄົນ​ໄດ້​ເສຍ​ຊີ​ວິດ ໃນ​ນະ​ຄອນ​ຫຼວງ​ແບັກ​ແດດ. ຢູ່​ໃນ​ເມືອງ​ບາ​ສ​ຣາ ທີ່​ເຕັມ​ໄປ​ດ້ວຍ​ຕູບ​ຜ້າ ກໍ​ໄດ້​ຖືກ​ເຜົາ​ໄໝ້​ຢູ່​ທີ່​ຄ້າຍ​ອັນ​ເປັນ​ຈຸດ​ບ່ອນ​ທີ່​ພວກ​ເຂົາ​ໄດ້​ນັ່ງ​ປະ​ທ້ວງ ແລະ​ພວກ​ປະ​ທ້ວງ​ຢູ່​ໃນ​ເມືອງ​ຄາ​ຣ​ບາ​ລາ ໄດ້​ກຽມ​ພ້ອມເພື່ອ​ການ​ປະ​ທະກັບ​ຕຳຫຼວດ​ອີກ​ນຶ່ງວັນ.

ທ່າມ​ກາງ​ຄວາມ​ວຸ້ນ​ວາຍໃນ​ຄືນ​ວັນ​ສຸກນັ້ນ ຂໍ້​ຄວາມ​ທວີດ​ເຕີ້ພຽງອັນ​ດຽວ ໄດ້ເຮັດ​ໃຫ້​ສະ​ຖາ​ນະ​ການ​ພິກ​ປີ້ນ. ການ​ຄັດ​ຄ້ານ​ຢ່າງແຂງ​ພຽງ​ຄັ້ງ​ດຽວ​ເທົ່າ​ນັ້ນ ​ເຮັດ​ໃຫ້​ຂະ​ບວນ​ການ​ຕໍ່​ຕ້ານ​ລັດ​ຖະ​ບານ ໃນ​ອີ​ຣັກ ອ່ອນ​ກຳ​ລັງ​ລົງ​ໄດ້ ຢ່າງຊັດ​ເຈັນ.

ນັກ​ສອນ​ສາ​ສະ​ໜາ​ຜູ້​ທີ່ມີ​ຊື່​ສຽງ ທ່ານ​ມຸກ​ຕາ​ດາ ອາ​ລ-ຊາ​ເດີ ກໍ​ໄດ້​ຖອນ​ການ​ສະ​ໜັບ​ສະ​ໜຸນ​ຕໍ່ພວກ​ເດີນ​ຂະ​ບວນ​ປະ​ທ້ວງໄປໂດຍ​ປະ​ລິ​ຍາຍ ແລະ​ຈຳ​ພວກ​ທີ່​ເປັນລູກ​ສິດ​ຂອງ​ທ່ານນັ້ນ ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ກໍ​ໄດ້​ພາ​ກັນ​ເກັບ​ມ້ຽນ​ຕູບ​ຜ້າ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ໄດ້​ພາ​ກັນ​ອອກ​ໄປ​ຈາກ​ສະ​ຖານ​ທີ່​ຕັ້ງ​ຕູບ​ທັງຫຼາຍ.

ປາ​ສະ​ຈາກ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ທ່ານ​ຊາ​ເດີ​ແລ້ວ ພວກ​ປະ​ທ້ວງ​ໄດ້​ກ່າວ​ວ່າ ພວກ​ທະ​ຫານ​ບ້ານຫຼາຍ​ຄົນ​ ແລະກອງ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຂອງ​ອີ​ຣັກ ຈະ​ພະ​ຍາ​ຍາມຍຸ​ຕິ​ການ​ຕັ້ງ​ຕູບ​ເພື່ອ​ນັ່ງ​ປະ​ທ້ວງ​ທີ່​ແກ່​ຍາວ​ມາ​ໄດ້​ເກືອບ​ສີ່​ເດືອນ​ແລ້ວນັ້ນ ແລະ​ການ​ໂຮມ​ຊຸມ​ນຸມ ຢູ່​ໃນ​ອີ​ຣັກ ທີ່​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສະ​ພາບ​ການທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ.

ໃນ​ທັນ​ທີ​ທັນ​ໃດ ພວກ​ປະ​ທ້ວງ​ຢູ່​ໃນ​ແບັກ​ແດດ ກໍ​ໄດ້​ສູນ​ເສຍ​ການ​ຄວບ​ຄຸມ ຢູ່​ໃນ​ໝູ່​ບ້ານ​ຕ່າງໆໃນ​ບໍ​ລິ​ເວນອ້ອມ​ແອ້ມ ແລະ​ໄດ້​ພາ​ກັນ​ຖອຍ​ໄປ​ຕັ້ງ​ຢູ່​ໃນ​ຈະ​ຕຸ​ລັດ​ຕາ​ຮີ​ຣ ທີ່​ເປັນ​ຈຸດ​ສູນ​ກາງ​ຂອງ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຂອງ​ພວກ​ເຂົາ​ເຈົ້າ. ໃນ​ວັນ​ເສົາ​ວານນີ້ ພວກ​ເຂົາ​ໄດ້​ເຂົ້າ​ຮ່ວມ​ກັບ​ພວ​ກ​ປະ​ທ້ວງ​ກຸ່ມ​ອື່ນໆ ໂດຍຮ່ວມ​ກັນ​ຊຸມ​ນຸມຂຶ້ນ​ອີກ​ຄັ້ງ​ນຶ່ງ ຢູ່​ພາຍ​ໃນ​ຈະ​ຕຸ​ລັດ​ດັ່ງ​ກ່າວນັ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG