ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງສຸດອີຣັກ ຕັດສິນເຫັນດີ ນຳ ນ.ຍ. Nouri al-Maliki (ສະໄລດ໌/ວີດີໂອ)


ສານ​ສູງ​ສຸດ​ຂອງ​ອີຣັກ ​ໄດ້​ຕັດສິນ​ວ່າ ລັດຖະບານ​ປະສົມ​ຂອງ​ນາ
ຍົກລັດຖະມົນຕີ Nouri al-Maliki ​ເປັນ​ພັກ​ໃຫຍ່​ທີ່​ສຸດ​ໃນສະພາ
​ແຫ່ງ​ຊາດ ອັນ​ເປັນ​ການ​ໃຫ້ການ​ສະໜັບສະໜຸນ​ຕໍ່​ຄວາມ​ພະຍາ
ຍາມຂອງ​ທ່ານ​ ເພື່ອ​ໃຫ້​ໄດ້ຄອງ​ຕຳ​ແໜ່ງ​ ທີ່​ທ່ານ​ໄດ້​ດຳລົງ​ມາ​ຕັ້ງ​
ແຕ່​ປີ 2006 ນັ້ນ ​ຢູ່​ຕໍ່​ໄປ.


ສານ​ໄດ້​ອອກ​ຄຳ​ຕັດສິນ​ຂອງ​ຕົນ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເວລາ​ພຽງ​ບໍ່​
ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ​ທ່ານມາ​ລິກກີ ປະກາດ​ໃຫ້​ຮູ້​ວ່າ ທ່ານ​
ໄດ້​ຍື່ນ​ຄຳ​ຮ້ອງ​ຟ້ອງ​ປະທານາທິບໍດີ Fouad Massoum ທີ່​ບໍ່
​ໄດ້​ສະ​ເໜີ​ແຕ່ງ​ຕັ້ງ​ນາຍົກ​ລັດຖະມົນຕີ​ຄົນ​ໃໝ່​ ຕາມກຳນົດ​ເວລາ
​ເສັ້ນ​ຕາຍໃນ​ວັນ​ອາທິດ​ວານ​ນີ້.

ບໍ່​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນທີວ່າ ​ເວລາ​ໃດ​ທ່ານ Massoum ຈະ​ຮ້ອງ​ຂໍໃຫ້​ທ່ານ​ມາ​ລິກກີ
ປະກອບ​ຄະນະ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ.

ກ່ອນ​ໜ້າການ​ຕັດສິນ​ຂອງ​ສານ​ນັ້ນ ສະຫະ​ປະຊາ​ຊາດ​ແລະ​ສະຫະລັດ​ໄດ້​ສະ​ແດງ​ໃຫ້
ການ​ສະໜັບສະໜຸນ​ແກ່​ທ່ານ Massoum ​ແລະ​ການຄັດ​ເລືອກ​ເອົາ​ນາຍົກລັດຖະມົນ
ຕີຄົນ​ໃໝ່ ທີ່​ຈະ​ນຳພາ​ໃນ​ການ​ປະກອບຄະນະ​ລັດຖະບານອີຣັກຊຸດ​ໃໝ່​ທີ່​ຮວມ​ເອົາ​ທຸກ​
ພັກ​ຝ່າຍ​ເຂົ້າ​ຮ່ວມນຳ​ນັ້ນ.

IRAQ SOTVOSOT
please wait
Embed

No media source currently available

0:00 0:03:31 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ການ​ປະກອບ​ລັດຖະ
ບານ ​ແມ່ນ​ສຳຄັນ​ທີ່​ສຸດ​ສຳລັບ​ສະຖຽນ​ລະ​ພາບ​ຂອງ​ອີຣັກ ​ແລະ​ຮຽກຮ້ອງ​ໃຫ້​ທ່ານ​ມາ​ລິກກີ​ຫລີກ​ເວັ້ນ ຈາກ​ການ​ເຮັດ​ໃຫ້​ສະຖານະ​ການຮຸນ​ແຮງຂຶ້ນຕື່ມ.

ທ່ານ Kerry ກ່າວ​ວ່າ “ສິ່ງນຶ່ງ​ທີ່​ຊາວ​ອີຣັກໝົດ​ສູ່​ຄົນ ​ຈຳ​ເປັນ​ຕ້ອງຮູ້​ນັ້ນ ກໍ​ແມ່ນ​ວ່າ
ຈະ​ມີ​ການ​ສະໜັບສະໜຸນ​ໜ້ອຍ​ຫຼາຍ​ຈາກ​ນາໆ​ຊາດ ກ່ຽວ​ກັບ​ສິ່ງ​ໃດ​ກໍ​ຕາມ ທີ່ຫັນ
​ເຫ​ອອກຈາກ​ການ​ດຳ​ເນີນ​ຂັ້ນ​ຕອນ​ທີ່​ຖືກ ຕ້ອງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນ​ທີ່​
ມີ​ຢູ່ໃນ​ປັດຈຸບັນ ​ແລະກຳລັງດຳ​ເນີນ​ຢູ່ ໃນ​ເວລາ​ນີ້ ຊຶ່ງພວກ​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​
ເຮັດ​ໃຫ້​ສຳ​ເລັດເສັດ​ສິ້ນລົງ ແລະ​ອຳນວຍ​ໂອ​ກາດ​ໃຫ້​ມີ​ການ​ລົງມະຕິ​ຮັບ​ເອົາຄະ
ນະ​ລັດຖະບານ​ໃໝ່ ແລະ​ກ້າວໜ້າ​ຕໍ່​ໄປ.”

XS
SM
MD
LG