ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ລ້ຳ​ໜ້າ​ໃນ​ການ​ເຂົ້າ​ຍຶດຄອງ​ເຂດ​ທີ່​ໝັ້ນ​ຂອງ​ກຸ່ມ​ລັດ​ອິສລາມ ​ໃນ​ເມືອງ Mosul


ກອງກຳລັງ Peshmerga ລ້ຳ​ໜ້າ​​ເຂົ້າ​ໄປ​ໃນ​​ເມືອງ Mosul ​ເພື່ອ​ໂຈມຕີ ກຸ່ມ​ລັດ​ອິສລາມ,​ເມືອງ Mosul, ອີຣັກ, 18 ຕຸລາ 2016.
ກອງກຳລັງ Peshmerga ລ້ຳ​ໜ້າ​​ເຂົ້າ​ໄປ​ໃນ​​ເມືອງ Mosul ​ເພື່ອ​ໂຈມຕີ ກຸ່ມ​ລັດ​ອິສລາມ,​ເມືອງ Mosul, ອີຣັກ, 18 ຕຸລາ 2016.

ກອງ​ກຳລັງ​ອິຣັກ​ແລະ​ຊາວ​ເຄີ​ດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ເຂົ້າ​ຍຶດຄອງ ໝູ່​ບ້ານ​ຕ່າງໆ ຂ້າງ​ນອກ​ເມືອງ Mosul ພາກ​ເໜືອ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າກຳລັງ​ຕ້ານ​ຢັນ ຕໍ່ສູ້​ເພື່ອ​ໃຫ້​ຍຶດຄືນ​ເຂດ​ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ລັດ​ອິສລາມ.

ການ​ປະຕິບັດ​ງານ ​ໂຈມ​ຕີທາງ​ອາກາດທີ່​ໜຸນ​ຫຼັງ​ໂດຍໜ່ວຍປະສົ​ມທີ​ນຳພາ​ໂດຍ​ສະຫະ​ລັດ ທີ່​ພົວພັນ​ກັບກຳລັງ ​ກຸ່ມ Sunni ​ແລະ ຊາວ Shi’ite ​ແລະ​ຍັງ​ສືບ​ຕໍ່​ປະຕິບັດ​ງານ​ເປັນ​ມື້​ທີ​ສອງ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ການ​ຕໍ່ສູ້​ໃນເຂດ​ເດີມ ທີ່​ຕັ້ງ​ຢູ່​ຂ້າງນອກ
ເມືອງ Mosul.

ປະທາ​ນາທິບໍດີ ​ເກີດ ທ່ານ Masoud Barzani ​ໄດ້​ກ່າວ​ວ່າ ມື້​ທຳ​ອິດ ຂອງ​ການ​ໂຈມ​ຕີ ​ໃນ​ລັດສະໝີ ກວ່າ 200 ຕາຕະລາງ​ກິ​ໂລ​ແມັດ. ທ່ານ​ໄດ້ປະກາດ​ອອກ​ໄປ​ວ່າ “ເມືອງ Mosul ຈະ​ຖືກ​ປົດ​ປ່ອຍ” ​ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ ພວກ​ຕໍ່ສູ້​ຂອງ​ທ່ານ ​ແມ່ນ​ທຳ​ການຕໍ່ສູ້ຢ່າງ​ຕັ້ງໜ້າຢ່າງດີ​ທີ່​ສຸດ​ຄວາມ​ສາມາດ​ຂອງ​ພວກ​ເຂົາ​ເຈົ້າ ທີ່​ຈະ​ຮັກສາ​ເມືອງ​ເອົາ​ໄວ້ ບໍ່​ໄຫ້​ກາຍເປັນຄືກັບ​ເມືອງ​ສົງຄາມ​ເຊັ່ນ​ນະຄອນ Aleppo ​ໃນ​ຊີ​ເຣຍ.

ນີ້​ແມ່ນ​ການປະຕິບັດ​ງານທາງ​ທະຫານ ທີ່​ໃຫຍ່ ​ໃນ​ອີຣັກ ນັບ​ຕັ້ງ​ແຕ່​ກອງ​ກຳລັງ ສະຫະລັດ ​ໄດ້​ໜີ​ອອກ​ຈາກອີຣັກໄປເມື່ອ ຫ້າ​ປີ​ກ່ອນ.​ ແຕ່​ວ່າ ມັນ​ໄດ້​ສ້າງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ເຖິງ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເຮືອນ​ຈຳນວນ​ນັບໝື່ນ​ທີ່​ອາ​ໄສ​ຢູ່​ໃນ​ຂົງ​ເຂດນັ້ນ.

​ໂຄສົກ​ຂອງທຳນຽບຫ້າແຈ ທ່ານ Peter Cook ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກອງ​ກຳ ລັງຊາວ​ອິຣັກ​ແລະ​ຊາວ​ເຄີ​ດ “ນັ້ນ​ແມ່ນ​ລ້ຳ​ໜ້າ​ກ່ອນ​ກຳໜົດ​ໃນ​ຂະນະ​ນີ້,” ທ່ານ​ໄດ້​ກ່າວ ​ວ່າ ກອງ​ກຳລັງສະຫະລັດ ​ແມ່ນ​ຢູ່ອ້ອມ​ຂ້າງ​ອ້ອມ​ແອວ​ຂອງ​ເມືອງ Mosul ​ໃນ​ບົດບາດ​ທີ່​ເຂັ້ມ​ແຂງ​ແລະ​ໃຫ້​ການ​ສະໜັບສະໜຸນ ກອງ​ກຳລັງ​ອິຣັກ ບໍ່​ເທົ່າ​ໃດ ​ເປັນ​ສ່ວນ​ນ້ອຍ ກຳລັງອິຣັກເປັນຜູ້ນຳໜ້າ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນ​ຊົມ: ພາບ​ວີ​ດີ​ໂອ ຈາກ​ການ​ຕໍ່ສູ້​ທີ່​ແນວ​ໜ້າ

Operation to Re-take Mosul Begins
please wait

No media source currently available

0:00 0:00:53 0:00

XS
SM
MD
LG