ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Maliki ​ປະຕິ​ເສດ ບໍ່ຍອມສ້າງຕັ້ງ ​ລັດຖະບານ ​​ສຸກ​ເສີນ (ວີດີໂອ/ສະໄລດ໌)


Irag US CNPK
please wait
Embed

No media source currently available

0:00 0:01:30 0:00

ນາຍົກລັດຖະມົນຕີ​ອີຣັກ ທ່ານ Nouri al-Maliki ​ໄດ້​ປະຕິ​ເສດ
ບໍ່ຍອມສ້າງຕັ້ງ​ລັດຖະບານ ສຸກ​ເສີນຂຶ້ນ ​ເພື່ອ​ຊ່ອຍແກ້​ໄຂ
ສະຖານະ​ການຂອງປະ​ເທດ ​ທີ່​ໄດ້​ຖືກ​ໂຈມ​ຕີຈາກ​ກຸ່ມຫົວ​
ຮຸນ​ແຮງອີສລາມ Sunni.

ທ່ານ Maliki ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ລະຫວ່າງ​ທີ່​ທ່ານ
​ກ່າວຄຳປາໄສທາງໂທລະພາບຕໍ່​ປະຊາຊົນວ່າ ການ​ເຄື່ອນ
ໄຫວດັ່ງກ່າວ​ນັ້ນ ຜິດ​ຕໍ່​ກົດໝາ​ຍລັດຖະທຳ​ມະນູນຂອງ​
ປະ​ເທດ​ແລະ​ຜົນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງຊາດຂອງ​ອີຣັກ
ໃນ​ວັນ​ທີ 30 ​ເມສາ​ຜ່ານ​ມານີ້.

ລັດຖະມົນຕີ​ການຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້ກ່າວໃນ​ວັນ​ຈັນ​ຜ່ານ​ມານີ້​ວ່າ ບັນດາຜູ້ນຳ​ຂອງ​ອີຣັກ ​ໄດ້​ຄ້ຳປະກັນ​ກັບ​ທ່ານ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ດຳເນີນການໃຫ້ທັນກັບ
ເສັ້ນຕາຍໃນ​ວັນ 1 ກໍລະກົດ ເພື່ອເລີ້ມປະກອບ​ລັດຖະບານຊຸດໃໝ່ຂຶ້ນ​ ຫຼັງຈາກ​ການ​ເລືອກ​ຕັ້ງແລ້ວ.

CN-Kerry Appeals for Unity in Iraq
please wait

No media source currently available

0:00 0:03:13 0:00

ທັງ​ທ່ານ Kerry ​ແລະ​ປະ​ນານາ​ທິບໍດີ​ສະຫະລັດ ທ່ານ Barack Obama ​ໄດ້​ຮຽກຮ້ອງໃຫ້
ອີຣັກ ສ້າງຕັ້ງລັດຖະບານ​ໃນວົງກວ້າງ ທີ່ຮວມເອົາທຸກພັກຝ່າຍເຂົ້າຮ່ວມ ຮວມທັງພວກ​ທີ່
ນັບຖືສາສະໜາອີສລາມນິກາຍ Sunni ​ແລະຊົນ​ກຸ່ມ​ນ້ອຍ​ຊາວ​ເຄີ​ດ ນຳ.

ລັດຖະບານພາຍໃຕ້ການນຳພາໂດຍຊາວ Shi’ite ຂອງທ່ານ Maliki ໄດ້ຖືກຕຳ​ນິຕິ​ຕຽນ​ຍ້ອນບໍ່ຍອມໃຫ້ພວກຊົນກຸ່ມນ້ອຍເຂົ້າຮ່ວມ ແລະ​ເຮັດ​ໃຫ້ມີ​ຄວາມ​ເຄັ່ງ​ຕຶງ​ ທາງດ້ານສາສະ ໜາຂຶ້ນ. ນອກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຮຽກຮ້ອງ​ ໃຫ້ມີຄວາມປຸ້ມລຸມສາມັກຄີກັນໃນ​ຄຳປາໄສ
ຕໍ່​ປະຊາຊົນ​ໃນ​ວັນ​ພຸດ​ມື້​ນີ້.

CN-Obama Challenged to Avoid Mission Creep in Iraq
please wait

No media source currently available

0:00 0:01:53 0:00

ກຸ່ມຫົວ​ຮຸນ​ແຮງອີສລາມໃນອີຣັກແລະ Levant ທີ່ແຍກໂຕອອກຈາກກຸ່ມ al-Qaida ​ໄດ້​ເຂົ້າ​ຍຶດ​ເອົາ​ຫຼາຍໆ​ເຂດ ໃນທົ່ວພາກ​ເໜືອ ​ແລະພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ສະຫະລັດ ​ໄດ້​ສົ່ງທີ່ປຶກ​ສາ​ທາງທະຫານຫຼາຍເຖິງ 300 ຄົນ ​ໄປຊ່ອຍອີຣັກຮັບມື​ກັບ​ກຸ່ມ​ຫົວ​ຮຸນ​ແຮງທີ່​ວ່າ​ນີ້. ​ທີ່​ປຶກສາຈຸທຳອິດ ​ໄດ້​ເລີ້ມ​ປະຕິບັດ​ງານໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ອີກ​ຫຼາຍໆ​ກຸ່ມ​ກໍມີກຳນົດ​ຈະໄປ​ຮອດ​ໄປ​ເຖິງ ​ໃນ​ອີກບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ​ເຊັ່ນ​ກັນ.

XS
SM
MD
LG