ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກອີຣັກ ກ່າວວ່າ ການປະຕິບັດງານ ຍຶດເອົາເມືອງ Mosul ເປັນໄປໄວກວ່າ ທີ່ຄາດໝາຍ


ທະຫານອີຣັກຄົນນຶ່ງຕຸ້ມທຸງຊາດອີຣັກ ຫລັງຈາກປົດປ່ອຍບ້ານ Khalidiya ຈາກກຸມລັດອິສລາມ.
ທະຫານອີຣັກຄົນນຶ່ງຕຸ້ມທຸງຊາດອີຣັກ ຫລັງຈາກປົດປ່ອຍບ້ານ Khalidiya ຈາກກຸມລັດອິສລາມ.

ນາຍົກລັດຖະມົນ​ຕີ​ອີຣັກ ທ່ານ Haider al-Abadi ກ່າວ​ວ່າ ກາ​ນປະ​ຕິບັດ​ງານເພື່ອ​ຍຶດ​ເອົາ​ເມືອງ Mosul ຄືນ ​ມາ​ຈາກກຸ່ມ​ລັດ​ອິສລາມ ກຳລັງເປັນ​ໄປຢ່າ​ງວອງ​ໄວ​ກວ່າທີ່​ຄາດ
ໝາຍ​ໄວ້.

ທ່ານໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ຢູ່​ນະຄອນຫລວງ​ Paris ບ່ອນ​ທີ່​ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ ຈາກບັນດາ​ປະ​ເທດຕາ​ເວັນ​ຕົກ ​ແລະ​ຕາ​ເວັນ​ອອກກາງ ​ໄດ້​ພົບ​ປະ​ສົນທະນາ​ກັນວ່າ ຈະ​ຟື້ນຟູ​ສັນຕິ​ພາບ ​ແລະ​ສະຖຽນ​ລະ​ພາບ​ຢ່າງ​ໃດ ​ຫລັງ​ຈາກ ກຸ່ມ​ລັດ​ອິສລາມ​ຖືກ​ຂັບ​ໄລ່​ອອກ​ຈາກ​ເມືອງ Mosul ​ແລ້ວ.

ພວກພົນລະເຣືອນກຳລັງໃຫ້ການຊ່ວຍເຫລືອແກ່ທະຫານ ຫລັງຈາກປົດປ່ອຍ ຢູ່ໝູ່ບ້ານ Khalidiya ຈາກລັດອິສລາມ ພາກໃຕ້ເມືອງ Mosul ປະເທດ Iraq.
ພວກພົນລະເຣືອນກຳລັງໃຫ້ການຊ່ວຍເຫລືອແກ່ທະຫານ ຫລັງຈາກປົດປ່ອຍ ຢູ່ໝູ່ບ້ານ Khalidiya ຈາກລັດອິສລາມ ພາກໃຕ້ເມືອງ Mosul ປະເທດ Iraq.

ທ່ານ Abadi ກ່າວ​ວ່າ “​ກຳລັງ​ທະຫານພ​ວມບຸກຄືບ​ໜ້າ​ໄປສູ່່ເມືອງ​ດັ່ງກ່າວຢ່າງ​ ວ່ອງ​ໄວ ​ກ່ອນ​ທີ່​ພວກ​ເຮົາ​ໄດ້ຄິດໄວ້ ​ແລະ​ໄວ​ກວ່າ​ທີ່​ພວ​ກ​ເຮົາ​ໄດ້​ວາງແຜນ ​ໃນ ການ​ບຸກໂຈມ​ຕີ​ເອົາໄວ້.

ທຳນຽບຫ້າ​ແຈ​ສະຫະລັດ ​ໄດ້​ປະກາດ​ວ່າ ສະມາຊິກ​ທະຫານ​ຄົນ​ນຶ່ງ​ໄດ້​ເສຍ​ຊີວິດ ຈາກ​ເຫດລະ​ເບີດ​ແຕກ ​ຢູ່​ພາກ​ເໜືອ​ອີຣັກ ​ແຕ່​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອ​ວ່າ​ອຸປະຕິ​ເຫດ​ດັ່ງ ກ່າວ ພົວພັນ​ກັບ​ການ​ປະຕິບັດ​ງານ​ຢູ່ເມືອງ Mosul ຫລື​ບໍ່​.

ສະມາຊິກຕໍ່ຕ້ານ ການກໍ່ການຮ້າຍອີຣັກ ໃສ່ໜ້າກາກ ກຳລັງຄືບໜ້າເຂົ້າສູ່ເມືອງ Mosul ປະເທດ Iraq.
ສະມາຊິກຕໍ່ຕ້ານ ການກໍ່ການຮ້າຍອີຣັກ ໃສ່ໜ້າກາກ ກຳລັງຄືບໜ້າເຂົ້າສູ່ເມືອງ Mosul ປະເທດ Iraq.

ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ນາຍ​ພົນ​ສະຫະລັດ​ຄົນ​ນຶ່ງ ທີ່​ນຳພາ​ກຳລັງ​ແນ​ວ​ໂຮມ​ສູ້​ລົບ​ທາງພາກ​ພື້ນ​ດິນ​ໃນ​ອີ​ຣັກກຳລັງຊຸກຍູ້ໃຫ້​ກຳລັງ​ອີຣັກທີ່ສູ້​ລົບ​ຢູ່​ໃນ​ເມືອງ Mosul ວ່າ “ຢ່າໄດ້​ຮີບ​ຮ້ອນ ເພາະມັນຈະເປີດໂອກາດໃຫ້ແກ່ພວກ​ສັດຕູ.”

ນາຍ​ພົນ​ຕີ Gary Volesky ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຜ່ານການ​ປະຊຸມທາງ​ວີດີ ​ໂອ​ຈາກ​ນະຄອນຫຼວງ Bagdad ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ “ຂ້າພະ​ເຈົ້າໄດ້ບອກ​ໃຫ້​ອີຣັກ ຢ່າໄດ້​ຮີບ​ຮ້ອນ​ເຂົ້າ​ໄປ​ໃນ​ເມືອງ Mosul​. ຂ້າພະ​ເຈົ້າ​ບອກໃຫ້​ເຂົາ​ເຈົ້າ ວ່າ ພວກທ່ານຕ້ອງມີ​ແຮງ​ກະ​ຕຸ້ນ ສືບ​ຕໍ່​ກົດ​ດັນ ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ໃສ່​ພວກ​ສັດຕູ ​ແລ້ວພວກ​ສັດຕູ​ກໍຈະ​ແຕກສະຫລາຍ​ໄປ.”

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG