ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ຂອງອີຣັກ ແລະ ລມຕ ແນວໂຮມ ຫາລືກ່ຽວກັບ ການສູ້ລົບ ກັບ ກຸ່ມລັດອິສລາມ


ກຳລັງທະຫານບ້ານຊີໄອທ໌ອີຣັກ ພວມກຽມສູ້ລົບ ຢູ່ເຂດແນວໜ້າ.
ກຳລັງທະຫານບ້ານຊີໄອທ໌ອີຣັກ ພວມກຽມສູ້ລົບ ຢູ່ເຂດແນວໜ້າ.

ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ກ່າວໃນວັນ
ອັງຄານມື້ນີ້ວ່າ ກຳລັງທີ່ນິຍົມລັດຖະບານບໍ່ໄດ້ຮັບການສະໜັບ
ສະໜຸນຢ່າງພຽງພໍ ຈາກແນວໂຮມນາໆຊາດເພື່ອຊ່ອຍໃຫ້ອີຣັກ ຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ.

ທ່ານໃຫ້ຄວາມເຫັນດັ່ງກ່າວທີ່ນະຄອນຫຼວງປາຣີ ກ່ອນພົບປະ
ກັບບັນດາລັດຖະມົນຕີການຕ່າງປະເທດຂອງແນວໂຮມ ເພື່ອ
ຫາລືກ່ຽວກັບຍຸດທະສາດ ໃນການສູ້ລົບ ກັບກຸ່ມລັດອິສລາມ ຫລັງຈາກພວກຫົວຮຸນແຮງດັ່ງກ່າວບຸກຄືບໜ້າເມື່ອບໍ່ດົນຜ່ານ
ມາ.

IS Paris Presser
please wait
Embed

No media source currently available

0:00 0:00:17 0:00

ທ່ານ Abadi ເວົ້າວ່າ ມີຄວາມຈຳເປັນ ທີ່ຈະຕ້ອງໄດ້ດຳເນີນການ ຢ່າງສະຫຼາດສ່ອງໃສ ກວ່າເກົ່າ ແລະຈຳນວນພວກນັກລົບຕ່າງປະເທດທີ່ຂ້າມເຂົ້າໄປໃນອີຣັກບໍ່ໄດ້ຊັກຊ້າລົງ ແຕ່ຢ່າງໃດທັງໆທີ່ພວກແນມໂຮມມີເປົ້າໝາຍທີ່ຈະຍຸດຕິພວກເຂົາເຈົ້າບໍ່ໃຫ້ເດີນທາງໄປ ຮ່ວມກຸ່ມລັດອິສລາມ.

ແນວໂຮມບໍ່ໃຫ້ການສະໜັບສະໜຸນກຳລັງພາກພື້ນດິນແຕ່ໄດ້ກາງຕໍ່ການໂຈມຕີທາງອາ
ກາດແທນ ເພື່ອສະໜັບສະໜຸນ ກຳລັງທີ່ນິຍົມລັດຖະບານ. ນັບແຕ່ຕົ້ນເດືອນສິງຫາມາ ເຮືອບິນລົບຂອງແນວໂຮມ ໄດ້ໂຈມຕີທາງອາກາດຫຼາຍກວ່າ 4200 ຖ້ຽວທັງຢູ່ໃນອີຣັກ ແລະຊີເຣຍ ອີງຕາມທຳນຽບຫ້າແຈ.

ການເຈລະຈາຫາລືດັ່ງກ່າວ ມີຂຶ້ນຫລັງຈາກກຸ່ມລັດອິສລາມ ເຂົ້າຢຶດເອົາເມືອງຣາມາດີ ໃນແຂວງອານບາ 125 ຫລັກກິໂລແມັດຫ່າງຈາກນະຄອນຫລວງແບກແດັດໄປທາງກ້ຳ ຕາເວັນຕົກ ຊຶ່ງພາໃຫ້ທ່ານ Abadi ຮຽກຮ້ອງໃຫ້ສົ່ງກຳລັງທະຫານບ້ານ ໄປຍັງບໍລິເວນ ດັ່ງກ່າວໃນທັນທີ ເພື່ອເຂົ້າຮ່ວມໃນການບຸກໂຈມຕີຕ້ານຄືນທີ່ເລີ້ມຂຶ້ນໃນອາທິດແລ້ວນີ້.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດສະຫະລັດກ່າວວ່າ ຈະມີການ ເພັ່ງເລັງໃສ່ ເພື່ອໃຫ້ນາຍົກລັດຖະມົນຕີ Abadi ສົ່ງພວກນັກລົບຊົນເຜົ່າທີ່ນັບຖືສາສະ ໜາອິສລາມນິຍກາຍຊຸນນີ່ ເຂົ້າຮ່ວມໃນການສູ້ລົບຕ້ານກຸ່ມລັດອິສລາມໃນແຂວງອານ ບາ ທີ່ປະຊາຊົນສ່ວນໃຫຍ່ນັບຖືນິກາຍຊຸນນີ່ນັ້ນ.

Iraq, Coalition Leaders Review Campaign to Fight Islamic State
please wait

No media source currently available

0:00 0:01:24 0:00

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ຈະເຂົ້າຮ່ວມກອງປະຊຸມດັ່ງ ກ່າວຈາກໄລຍະໄກ ຫລັງຈາກທ່ານໄດ້ປະສົບອຸບັດເຫດທາງລົດຖີບເຮັດໃຫ້ຂາທ່ານຫັກ ຢູ່ປະເທດຝຣັ່ງ ແລະຕ້ອງໄດ້ກັບຄືນບ້ານ ເພື່ອຮັບການປິ່ນປົວ. ຮອງລັດຖະມົນຕີການ ຕ່າງປະເທດ Antony Blinken ຈະພາຄະນະຜູ້ແທນຂອງສະຫະລັດເຂົ້າຮ່ວມປະຊຸມໃນ ຂະນະທີ່ແນວໂຮມປຶກສາຫາລືກັນກ່ຽວກັບການດຳເນີນຄວາມພະຍາຍາມໃນຂອບເຂດ ທີ່ກວ້າງຂວາງເປັນເວລາຫຼາຍໆເດືອນເພື່ອສ້າງຄວາມອ່ອນແອແລະທຳລາຍກຸ່ມລັດອິສ ລາມ ຮວມທັງຕັດຂາດດ້ານການເງິນ ແລະການຫລັ່ງໄຫລຂອງພວກນັກລົບຕ່າງປະເທດ ໄປຮ່ວມກຸ່ມລັດອິສລາມນັ້ນ.

ເບິ່ງລາຍງານກ່ຽວຂ້ອງ ຂອງ Zlatica Hoke:

UN Appeals For $500 Million to Fund Aid In Iraq
please wait

No media source currently available

0:00 0:01:41 0:00

XS
SM
MD
LG