ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກ ອີຣັກ ກ່າວວ່າ ການຕໍ່ສູ້ກັບພວກ IS ສາມປີ ໄດ້ອາວະສານແລ້ວ


ນາຍົກລັດຖະມົນຕີ ອີຣັກ ທ່ານ ໄຮເດີ ອາລ-ອາບາດີ ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ, ໃນນະຄອນຫຼວງ ແບກແດັດ, ປະເທດ ອີຣັກ. 9 ທັນວາ, 2017.
ນາຍົກລັດຖະມົນຕີ ອີຣັກ ທ່ານ ໄຮເດີ ອາລ-ອາບາດີ ກ່າວຄຳປາໄສໃນກອງປະຊຸມຖະແຫຼງຂ່າວ, ໃນນະຄອນຫຼວງ ແບກແດັດ, ປະເທດ ອີຣັກ. 9 ທັນວາ, 2017.

ທ່ານ ໄຮເດີ້ ອາລ-ອາບາດີ ນາຍົກ ​ອີຣັກ ໄດ້ປະກາດໃນວັນເສົາວານນີ້ວ່າ ສົງຄາມ
ສາມປີ ທີ່ແນໃສ່ ການຂັບໄລ່ພວກລັດອິສລາມອອກໄປຈາກ ອີຣັກ ໄດ້ຮັບຜົນສຳເລັດ
ແລະ ເຖິງຈຸດອາວະສານແລ້ວ.

ທ່ານ ອາບາດີ ໄດ້ກ່າວຢູ່ໃນກອງປະຊຸມ ທີ່ນະຄອນຫຼວງ ແບກແດັດ ທີ່ຈັດຂຶ້ນໂດຍ
ສະຫະພັນນັກຂ່າວວ່າ “ກຳລັງຂອງພວກເຮົາ ຄວບຄຸມຊາຍແດນ ອີຣັກ-ຊີເຣຍ ໄດ້ທັງ
ໝົດແລ້ວ ແລະ ເພາະສະນັ້ນຂ້າພະເຈົ້າຈຶ່ງ ຂໍປະກາດວ່າ ສົງຄາມຕໍ່ຕ້ານພວກ ແດັສ
ໄດ້ສິ້ນສຸດລົງແລ້ວ.

ຄຳປະກາດດັ່ງກ່າວ ໄດ້ມີຂຶ້ນສອງມື້ລຸນຫຼັງ ຣັດເຊຍ ກ່າວວ່າຕົນໄດ້ເຮັດໃຫ້ ISIS
ປາໄຊໃນ ຊີເຣຍ ບ່ອນທີ່ນະຄອນຫຼວງ ມົສກູ ໜູນຫຼັງທາງການທະຫານຂອງ ຊີເຣຍ
ນັ້ນ.

ລັດຖະບານ ອີຣັກ ເວົ້າວ່າ ການປະກາດໄຊຊະນະນີ້ ໝາຍຄວາມວ່າ ກຳລັງຂອງຕົນ
ຮັບປະກັນຄວາມປອດໄພ ທະເລຊາຍທາງກໍ້າຕາເວັນຕົກ ນອກຈາກຊາຍແດນ ອີຣັກ-
ຊີເຣຍ ນຳ.

ພວກນັກຮົບ ISIS ຍຶດໄດ້ການຄວບຄຸມ ເກືອບນຶ່ງສ່ວນສາມຂອງ ອີຣັກ ໃນລະດູຮ້ອນ
ປີ 2014 ເປັນໄພຂົ່ມຂູ່ຢ່າງຮ້າຍແຮງ ຕໍ່ຄວາມເປັນປະເທດຂອງ ອີຣັກ. ຢ່າງໃດກໍດີ
ພາຍໃນໄລຍະສາມປີເຄິ່ງຜ່ານມານີ້ ກຳລັງຂອງ ອິຣັກ ທີ່ໜູນຫຼັງໂດຍກຳລັງປະສົມ
ນຳພາໂດຍ ສະຫະລັດ ກໍຍຶດໄດ້ດິນແດນດັ່ງກ່າວຄືນທັງໝົດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG