ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ຕໍ່ຕ້ານ ໃນຊີເຣຍ ແລະຊາວເຄີດ ຈາກອີຣັກ ໄປສົມທົບ ປົກປ້ອງ ເມືອງ Kobani


Islamic State VO
please wait
Embed

No media source currently available

0:00 0:00:57 0:00

ພວກ​ນັກລົບຊາວ​ເຄີ​ດໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ​ໄດ້ຮັບກຳລັງ
ສະໜັບສະໜຸນທີ່ສົ່ງໄປສົມທົບ ໃນການສູ້ລົບເປັນເວລາຫຼາຍ
ອາທິດ ກັບກຸ່ມຫົວຮຸນແຮງ​ລັດ​ອີສລາມ ​ທີ່​ເມືອງ Kobani.

ກຸ່ມ​ຕໍ່ຕ້ານ​ລັດຖະບານປະມານ 50 ຄົນ ຈາກ​ກອງທັບ​ຊີ​ເຣຍ​ເສລີ
​ໄດ້ໄປ​ຮອດ​ເມືອງ Kobani ​ໃນວັນພຸດ​ມື້​ນີ້​ແລ້ວຫຼັງຈາກ​ທີ່​ໄດ້​ຂ້າມ
​ເຂົ້າ​ໄປ​ໃນ​ຊີ​ເຣຍ ຜ່ານທາງ​ເທີ​ກີ​ນັ້ນ.

ພວກ​ເຂົາ​ເຈົ້າ​ໄດ້ໄປ​ຮ່ວມ​ການສູ້ລົບຢູ່​ທີ່​ນັ້ນ ກັບ​ກຸ່ມ​ລັດ​ອີສລາມ
ຫຼັງ​ຈາກ​ທີ່​ໄດ້​ໃຊ້​ເວລາ ກວ່າ 3 ປີ​ເຄິ່ງ ​ໃນ​ການ​ຕໍ່ສູ້​ກັບກອງ​ກຳລັງ​ທະຫານຊີ​ເຣຍ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ໂຄ່ນລົ້ມປະທານາທິບໍດີ Bashar al-Assad.

​ໃນ​ວັນ​ພຸດ​ມື້​ນີ້​ເຊັ່ນ​ກັນ ພວກນັກລົບຊາວເຄີ​ດຈາກອີຣັກ ​ກໍໄດ້ໄປຮອດ​ສະໜາມ​ບິນແຫ່ງນຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງເທີ​ກີ ​ແລະຫລັງຈາກນັ້ນກໍ​ອອກ​ເດີນທາງ​ໄປ​ຍັງ​ເຂດ​ຊາຍ​ແດນ​ຊີ​ເຣຍ ​ໂດຍ​ໄດ້ຮັບການ​ອາລັກຂາ​ຈາກ​ກອງ​ກຳລັງຮັກສາ​ຄວາມ​ປອດ​ໄພ​ຂອງ​ເທີ​ກີ.

ລົດຂະ​ບວນນຶ່ງ ທີ່ລຳລຽງພວກນັກລົບຊາວເຄີດອີກ​ກຸ່ມ​ນຶ່ງ ທີ່​ມີ​ອາວຸດໜັກ ກໍ​ໄດ້​ຂ້າມເຂົ້າ​ໄປ​ໃນ​ເທີ​ກີໂດຍ​ທາງບົກ​ໃນ​ວັນ​ພຸດ​ມື້​ນີ້​ ຊຶ່ງກຳລັງເດີນທາງໄປສູ່​ເມືອງ Kobani ​ເຊັ່ນ​ກັນ.

ລັດຖະບານ​ເທີ​ກີ​ໄດ້ຕົກລົງໃນສັບປະດາ​ແລ້ວ​ນີ້​ ຈະ​ອະນຸຍາດ​ໃຫ້ພວກ​ນັກລົບຊາວ​ເຄີ​ດ 150 ຄົນ ຈາກ​ເຂ​ດ Kurdistan ໃນອີຣັກ ໃຫ້ຜ່ານດິນແດນ​ຂອງ​ຕົນ​ໄປຍັງເມືອງ Ko-bani.

XS
SM
MD
LG