ສະພາແຫ່ງຊາດຂອງ ອີຣັກ ໄດ້ຮັບເອົາການລາອອກຈາກຕຳແໜ່ງຂອງນາຍົກລັດຖະມົນຕີ ອັບດຸລ ມາດີ ໃນວັນອາທິດວານນີ້, ແຕ່ເຂົາເຈົ້າບໍ່ຄາດວ່າມັນຈະເຮັດໃຫ້ການປະທ້ວງຕໍ່ຕ້ານລັດຖະບານ ທີ່ມີຄວາມຮຸນແຮງດົນເກືອບສອງເດືອນຢຸດໄດ້.
ທ່ານ ມາດີ ໄດ້ລາອອກໃນວັນສຸກທີ່ຜ່ານມາ. ປະທານາທິບໍດີ ບາຮາມ ຕໍ່ໄປຈະຂໍໃຫ້ກຸ່ມສະມາຊິກພັກການເມືອງທີ່ໃຫຍ່ທີ່ສຸດ ໃນສະພາແຫ່ງຊາດສະເໜີຊື່ນາຍົກລັດຖະມົນຕີຄົນໃໝ່.
ແຕ່ນີ້ອາດນຳໄປສູ່ການເຮັດຂໍ້ຕົກລົງຫຼາຍອາທິດ ເພາະວ່າມັນບໍ່ແນ່ນອນວ່າພັນທະມິດຂອງພັກໃດແມ່ນກຸ່ມທີ່ໃຫຍ່ທີ່ສຸດ.
ທ່ານ ມາດີ ແລະ ລັດຖະບານຂອງທ່ານໄດ້ຕົກລົງທີ່ຈະຢູ່ຕໍ່ໃນການຮັບບົດບາດເປັນຜູ້ຄວບຄຸມລັດຖະບານ ຈົນກວ່ານາຍົກລັດຖະມົນຕີຄົນໃໝ່ໄດ້ຖືກຮັບຮອງເອົາ.
ການລາອອກຂອງທ່ານ ມາດີ ເບິ່ງຄືວ່າຈະບໍ່ສ້າງຄວາມພໍໃຈໃຫ້ແກ່ຜູ້ປະທ້ວງຕໍ່ຕ້ານລັດຖະບານ ຜູ້ທີ່ໄດ້ເວົ້າວ່າມັນບໍ່ພຽງພໍທີ່ຈະໃຫ້ນາຍົກລັດຖະມົນຕີຄົນໃໝ່ເຂົ້າມາຄວບຄຸມແທນ, ເຂົາເຈົ້າຮຽກຮ້ອງການປ່ຽນແປງລະບົບການເມືອງທັງໝົດ, ເຊິ່ງເຂົາເຈົ້າເອີ້ນວ່າ ສໍ້ລາດບັງຫຼວງ, ບໍ່ເໝາະສົມ ແລະ ບໍ່ໄດ້ເຮັດຫຍັງຫຼາຍເພື່ອຊ່ວຍຊາວ ອີຣັກ ທີ່ທຸກຍາກ ເຖິງແມ່ນຈະມີນ້ຳມັນຂອງປະເທດຢ່າງຫຼວງຫຼາຍກໍຕາມ.
ສະມາຊິກສະພາ ອີຣັກ ທ່ານ ອາເມັດ ອາລ-ຈາບູຣີ ໄດ້ກ່າວຕໍ່ວີໂອເອ ພະແນກ ເຄີດິສ ວ່າ “ຄືທີ່ທ່ານຮູ້, ພັກການເມືອງໃນ ອີຣັກ ໄດ້ພົວພັນໃນການສໍ້ລາດບັງຫຼວງ, ບໍ່ແມ່ນຄົນຜູ້ທີ່ເປັນນາຍົກລັດຖະມົນຕີ. ບັນດາພັກການເມືອງຈະໃຫ້ຄົນໃດຄົນນຶ່ງເປັນຫົວໜ້າຂອງລັດຖະບານ ແລະ ພັກການເມືອງຕ່າງໆ ຜູ້ທີ່ໄດ້ພົວພັນໃນການສໍ້ລາດບັງຫຼວງ ແລະ ເຂົ້າຄວບຄຸມການເງິນໃນຫຼາຍພາກສ່ວນ.”
ທ່ານ ອາລ-ຈາບູຣີ ໄດ້ກ່າວວ່າ ການລາອອກຂອງນາຍົກລັດຖະມົນຕີໄດ້ເກີດຂຶ້ນປະມານສອງເດືອນຊ້າເກີນໄປ, ໂດຍເວົ້າວ່າທ່ານຄວນລາອອກຕອນທີ່ຜູ້ປະທ້ວງ ອີຣັກ ຄົນທຳອິດໄດ້ຖືກຂ້າຕາຍ.
ໃນຂະນະດຽວກັນ, ຜູ້ປະທ້ວງອີກຄົນນຶ່ງກໍຖືກຂ້າຕາຍໃນວັນອາທິດວານນີ້ ເມື່ອກອງກຳລັງຮັກສາຄວາມປອດໄພ ອີຣັກ ໄດ້ຍິງປືນໃສ່ຜູ້ເດີນຂະບວນ ເພື່ອຢຸດເຂົາເຈົ້າຈາກການປີນຂ້າມສິ່ງກີດຂວາງທີ່ເປັນຄອນກຣີດ ອ້ອມຕຶກສະພາແຫ່ງຊາດໃນນະຄອນຫຼວງ ແບັກແດດ. ອີກ 9 ຄົນໄດ້ຮັບບາດເຈັບ.
ການປະທ້ວງຕໍ່ຕ້ານລັດຖະບານທົ່ວປະເທດໄດ້ສັງຫານປະຊາຊົນເກືອບ 400 ຄົນ ແລະ ບາດເຈັບຫຼາຍກວ່າ 1,000 ຄົນນັບຕັ້ງແຕ່ຕົ້ນເດືອນຕຸລາເປັນຕົ້ນມາ.