ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ອີຣັກ ປະກາດເຖິງການປົດປ່ອຍ ເມືອງ Fallujah ຢ່າງເຕັມສ່ວນ


Iraq Says Fallujah 'Fully Liberated'
please wait

No media source currently available

0:00 0:02:01 0:00

ກອງກຳລັງທະຫານ ອີຣັກ ໄດ້ປົດປ່ອຍເມືອງ Fallujah ຈາກພວກນັກຮົບລັດ ອິສລາມ ຫຼັງຈາກການໂຈມຕີທາງທະຫານທີ່ໃຊ້ເວລາເປັນເດືອນເພື່ອຍຶດເອົາ ການຄວບຄຸມເມືອງ ດັ່ງກ່າວຄືນມາ ອີງຕາມເຈົ້າໜ້າທີ່ອາວຸໂສຂອງ ອີຣັກ.

ນາຍພົນ Abdul-Wahab-al-Saadi ໄດ້ກ່າວໃນວັນອາທິດວານນີ້ວ່າ ເມືອງ Fallujah ໃນຕອນນີ້ແມ່ນ “ໄດ້ຖືກປົດປ່ອຍຢ່າງສົມບູນແລ້ວ” ຫຼັງຈາກກອງ ກຳລັງ ອີຣັກ ໄດ້ຍຶດ ເອົາການຄວບຄຸມບ້ານ Julan ເຊິ່ງເປັນເຂດສຸດທ້າຍ ຂອງເມືອງທີ່ພວກ IS ຍັງຄວບຄຸມ ຢູ່ນັ້ນ.

ເມືອງດັ່ງກ່າວໄດ້ຖືກທຳລາຍຢ່າງໃຫຍ່ຫຼວງ.

ສະມາຊິກຂອງກອງກຳລັງຮັກສາຄວາມປອດໄພ ອີ້ຣັກ ຖືທຸງຂອງພວກລັດອິສລາມ, ຫຼັງຈາກໄດ້ດຶງມັນລົງຈາກຕຶກຫຼັງໜຶ່ງໃນເມືອງ Fallujah, ປະເທດ ອີີຣັກ. 25 ມິຖຸນາ 2016.
ສະມາຊິກຂອງກອງກຳລັງຮັກສາຄວາມປອດໄພ ອີ້ຣັກ ຖືທຸງຂອງພວກລັດອິສລາມ, ຫຼັງຈາກໄດ້ດຶງມັນລົງຈາກຕຶກຫຼັງໜຶ່ງໃນເມືອງ Fallujah, ປະເທດ ອີີຣັກ. 25 ມິຖຸນາ 2016.

ການໂຈມຕີທາງອາກາດໂດຍພັນທະມິດນຳໜ້າໂດຍ ສະຫະລັດ ແລະ ກອງທະ ຫານບ້ານ ທີ່ເຂັ້ມແຂງຂອງຊາວມຸສລິມ ນິກາຍຊີໄອທ໌, ກອງກຳລັງທະຫານ ອີຣັກ ໄດ້ຕໍ່ສູ້ຢ່າງດຸ ເດືອດເປັນເວລາຫຼາຍສັບປະດາ ເພື່ອຂັບໄລ່ພວກນັກຮົບ ຫົວຮຸນແຮງອອກໄປ. ບໍ່ມີລາຍ ງານອັນກະຈ່າງແຈ້ງເທື່ອ ກ່ຽວກັບ ຈຳນວນຜູ້ ເສຍຊີວິດ ແລະ ບາດເຈັບ ຂອງພວກຫົວ ຮຸນແຮງ IS ແລະ ກອງກຳລັງຮັກ ສາຄວາມປອດໄພ ອີຣັກ ໃນການຕໍ່ສູ້ເພື່ອຍາດເມືອງ ດັ່ງກ່າວຄືນມາ.

ປະຊາຊົນຜູ້ຢ້ານຕາຍຈາກການຍິງຕໍ່ສູ້ກັນ ຈຳນວນ 85,000 ຄົນ ໄດ້ພາກັນ ຫຼັ່ງໄຫຼໜີ ອອກຈາກເມືອງ ແລະ ຂອບເຂດທີ່ຢູ່ອ້ອມຂ້າງ, ເຊິ່ງເປັນຈຳນວນ ລົ້ນເຫຼືອສຳລັບຂອງ ອົງການມະນຸດສະທຳ ແລະ ລັດຖະບານ ອີຣັກ ທີ່ພະຍາ ຍາມຈະຊ່ວຍເຫຼືອພວກເຂົາເຈົ້າ.

ຜູ້ຫຼົບໜີຈຳນວນຫຼາຍ ແມ່ນບໍ່ມີທີ່ພັກອາໄສຢ່າງພຽງພໍ, ພວກເຂົາເຈົ້າອາໄສ ຢູ່ພາຍໃຕ້ ແສງຕາເວັນທີ່ມີອຸນຫະພູມຮ້ອນສູງເຖິງ 45 ອົງສາ ຫຼື ສູງກວ່ານັ້ນ ແລະ ພາຍຸດິນຊາຍ ທີ່ຮ້າຍແຮງ.

XS
SM
MD
LG