ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ ລັດອິສລາມ ທຳລາຍ ວັດອິສລາມ ທີ່ເປັນສັນຍາລັກ ຂອງອີຣັກ


ພາບຈາກວີດີໂອ ສະແດງໃຫ້ເຫັນໃກ້ໆ ວັດອິສລາມໃຫຍ່ al-Nuri ຂອງ Mosul ໃນອີຣັກ, ວັນທີ 21 ມິຖຸນາ 2017.
ພາບຈາກວີດີໂອ ສະແດງໃຫ້ເຫັນໃກ້ໆ ວັດອິສລາມໃຫຍ່ al-Nuri ຂອງ Mosul ໃນອີຣັກ, ວັນທີ 21 ມິຖຸນາ 2017.

ວັດອິສລາມ al-Nuri ທີ່ເປັນສັນຍາລັກ ຂອງເມືອງ Mosul ແລະ ມີຫໍຄອຍອຽງໜ້ອຍນຶ່ງ
ທີ່ຮູ້ຈັກກັນດີ ​ໃນ​ຊື່ al-Hadba ແປວ່າ “ຫລັງກ່ອມ” ແມ່ນບໍ່ມີອີກຕໍ່ໄປແລ້ວ ເພາະມັນ
ໄດ້ຖືກທຳລາຍໂດຍກຸ່ມລັດອິສລາມ ໃນຂະນະທີ່ກອງກຳລັງຂອງອີຣັກ ໄດ້ພະຍາຍາມ
ທີ່ຈະຂັບ​ໄລ່ກຸ່ມກໍ່ການຮ້າຍນີ້ ອອກຈາກທີ່ໝັ້ນ​ແຫ່ງສຸດທ້າຍຢູ່ໃນເມືອງດັ່ງກ່າວ.

ຫໍຄອຍ Al-Hadba ຕັ້ງຢູ່ວັດອິສລາມໃຫຍ່ ຫຼື Grand Mosque ເຫັນໄດ້ ຜ່ານປ່ອງຢ້ຽມ ຂອງຕຶກແຫ່ງນຶ່ງ ໃນເມືອງເກົ່າແກ່ ຂອງ Mosul ປະເທດອີຣັກ, ວັນທີ 1 ມິຖຸນາ 2017.
ຫໍຄອຍ Al-Hadba ຕັ້ງຢູ່ວັດອິສລາມໃຫຍ່ ຫຼື Grand Mosque ເຫັນໄດ້ ຜ່ານປ່ອງຢ້ຽມ ຂອງຕຶກແຫ່ງນຶ່ງ ໃນເມືອງເກົ່າແກ່ ຂອງ Mosul ປະເທດອີຣັກ, ວັນທີ 1 ມິຖຸນາ 2017.

ນາຍົກລັດຖະມົນຕີຂອງອີຣັກ ທ່ານ Haider al-Abadi ໄດ້ປະກາດຜ່ານ​ທາງ Twitter
ຂອງທ່ານ ເມື່ອຕອນແລງວັນພຸດວານນີ້ວ່າ “ການທຳລາຍຫໍຄອຍ al-Hadba ແລະ
ວັດ al-Nuri ຖືເປັນການຍອມຮັບ​ເຖິງຄວາມຜ່າຍແພ້ຢ່າງເປັນທາງການ.”

ວັດອິສລາມທີ່​ສ້າງ​ຂຶ້ນ​ໃນຍຸກສະໄໝກາງ ຍັງ​ເປັນ​ທີ່ຮູ້ຈັກກັນດີ ວ່າ​ເປັນວັດໃຫຍ່ຂອງ
​ເມືອງ Mosul ໄດ້ຕັ້ງຢູ່ທີ່​ນັ້ນມາເປັນເວລາຫຼາຍກວ່າ 800 ປີ ແລະ ເປັນບ່ອນທີ່ຜູ້ນຳ
ກຸ່ມລັດອິສລາມ Abu Bakr al-Baghdadi ໄດ້ປະກາດຕົນເອງ ເປັນຜູ້ນຳ ຂອງ
ສາສະໜາ ອິສລາມ ເມື່ອປີ 2014 ໃນດິນແດນບາງສ່ວນ ຂອງອີຣັກ ແລະ ຊີເຣຍ.

ເຈົ້າໜ້າທີ່ກອງທັບຂອງອີຣັກ ທ່ານນຶ່ງ ໄດ້ກ່າວວ່າ ກອງກຳລັງຂອງຕົນ ແມ່ນຢູ່
ປະມານ 50 ແມັດ ຈາກວັດອິສລາມດັ່ງກ່າວ ໃນຄ່ຳຄືນຂອງວັນພຸດວານນີ້ ເມື່ອພວກ
ຫົວຮຸນແຮງລັດອິສລາມ “ໄດ້ກໍ່ອາຊະຍາກຳ ທີ່ເປັນປະຫວັດການອີກຄັ້ງນຶ່ງ ດ້ວຍ
ການທຳລາຍ”
ສະຖານທີ່ດັ່ງກ່າວນີ້.

ອົງການຂ່າວ Amaq ຂອງກຸ່ມລັດອິສລາມ ໄດ້ອອກ ຖະແຫລງການຂອງຕົນ ດ້ວຍ
ຫົວຂໍ້ທີ່ໂຕ້ແຍ້ງ ໂດຍກ່າວຫາວ່າ ເຮືອບິນ ສະຫະລັດ ໄດ້ທຳລາຍວັດອິສລາມແຫ່ງນັ້ນ.

ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ແລະ ກຳລັງແນວໂຮມ ໄດ້ປະຕິເສດໃນທັນທີ ຕໍ່
ການກ່າວຫາຂອງກຸ່ມກໍ່ການຮ້າຍ.

ພົນຕີ Joseph Martin ຮັບຜິດຊອບບັ້ນລົບ Inherent Resolve ໄດ້ກ່າວ ໃນ
ຖະແຫລງການ ສະບັບນຶ່ງ ໂດຍໃຊ້ຄຳຫຍໍ້ ສຳລັບກຸ່ມກໍ່ການຮ້າຍ ວ່າ “ໃນຂະນະທີ່
ກຳລັງຮັກສາຄວາມປອດໄພຂອງອີຣັກ ທີ່ເປັນພາຄີ ຂອງພວກເຮົາ ເຄື່ອນເຂົ້າ
ໄປໃກ້ ວັດອິສລາມ al-Nuri ຢູ່ນັ້ນ ກຸ່ມ ISIS ໄດ້ທຳລາຍຊັບສົມບັດທີ່ຍິ່ງໃຫຍ່
ອັນນຶ່ງຂອງ​ເມືອງ Mosul ແລະ ອີຣັກ.”

ພົນຕີ Martin ກ່າວຕື່ມວ່າ “ຄວາມຮັບຜິດຊອບຂອງຄວາມເສຍຫາຍນີ້ ແມ່ນຕົກ
ຢູ່ທີ່ໜ້າປະຕູຂອງ ກຸ່ມ ISIS”
ຊຶ່ງທ່ານເອີ້ນ ການກະທຳນີ້ ວ່າ ເປັນ “ອາຊະຍາກຳ
ຕໍ່ປະຊາຊົນ​ເມືອງ Mosul ແລະ ຊາວອີຣັກໝົດທຸກຄົນ.”

ວັດອິສລາມ al-Nuri ໄດ້ຖືວ່າ ເປັນສະຖານທີ່ພິເສດ ທີ່ເປັນຕຳນານ ຂອງກຸ່ມລັດ
ອິສລາມ.

Iraq Mosul Mosque
please wait
Embed

No media source currently available

0:00 0:01:14 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG