ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ນາຍົກ ອີຣັກ ທ່ານ Maliki ຈະຮ້ອງຂໍ ການຊ່ວຍເຫຼືອ ຈາກ ສຫລ (ວີດີໂອ)


ນາຍົກລັດຖະມົນຕີ ອີຣັກ ທ່ານ Nouri al-Maliki ຄາດ​ວ່າ​ຈະ​
ຂໍ​ຮ້ອງການ​ຊ່ວຍ​ເຫຼືອ​ເພີ້ມຕື່ມ ກ່ຽວ​ກັບອຸບປະກອນທາງທະຫານ
ຈາກສະຫະລັດ ແລະ​ການ​ຮ່ວ​ມມືຕໍ່​ຕ້ານການ​ກໍ່​ການ​ຮ້າຍ​ຫລາຍ
​ຂື້ນ ​ເວລາ​ທ່ານ​ພົບ​ກັບປະທາ​ນາ​ທິບໍດີ Barack Obama ທີ່​ທໍາ
ນຽບຂາວ ​ໃນ​ວັນ​ສຸກ​ມື້​ນີ້.

ການ​ຢ້ຽມຢາມ​ທີ່​ວ່າ​ນີ້ ມີ​ຂື້ນເກືອບ​ສອງປີ ຫລັງ​ຈາກ​ລັດຖະບານ
ທ່ານ Maliki ​ໄດ້​ປະຕິ​ເສດ ບໍ່​ຍອມ​ອະນຸຍາດໃຫ້ກໍາລັງ​ທະຫານ
ສະຫະລັດ ຢູ່​ໃນ​ອີຣັກຕໍ່​ໄປ ​ໂດຍ​ໄດ້​ຮັບ​ການ​ຄຸ້ມ​ກັນ​ທາງ​ດ້ານ​ກົດ
ໝາຍ ທີ່ກຸງ​ວໍ​ຊິງ​ຕັນຢືນ​ຢັດ​ວ່າ​ ຈຳ​ເປັນ ເພື່ອ​ປົກ​ປ້ອງກໍາລັງ​ທະ
ຫານ​ສະຫະລັດ. ​ໃນ​ຂະນະ​ທີ່​ພວມ​ເກີດການ​ປະ​ເຊີນ​ໜ້າ ກັນ​
ທາງ​ດ້ານ​ກົດໝາຍສຸດ​ຂີດ​ນັ້ນ ທ່ານ Obama ​ໄດ້​ສັ່ງ​ໃຫ້​ຖອນ​ທະ
ຫານສະ ຫະລັດທັງ​ໝົດ​ອອກ ​ພາຍໃນ​ທ້າຍ​ປີ 2011.

​ໃນໄລຍະ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ອີຣັກ ​ໄດ້​ກ້າວເຂົ້າ​ໄປ​ສູ່​
ຄວາມ​ຄວາມ​ວຸ້ນວາຍ|​ທາງ​ສາສະໜາ ທີ່​ຮ້າຍ​ແຮງຫລາຍ​ຂື້ນ
ຊຶ່ງ​ພາ​ໃຫ້​ມີຄວາມ​ຢ້ານ​ກົວ​ວ່າ ​ປະ​ເທດດັ່ງກ່າວ​ອາດ​ຈະຕ່າວ​ຄືນ
​ເຂົ້າໄປສູ່ສົງຄາມຢ່າງເຕັມ​ອັດຕາ​ອີກ. ທໍານຽບ ຂາວກ່າວ​ໃນ​ວັນ​
ພະຫັດ​ວານນີ້ວ່າການສືບ​ຕໍ່ໃຫ້​ຄວາມຊ່ວຍ​ເຫລືອ​ແກ່ອີຣັກ​ແມ່ນ ມີ​ຄວາມ​ຈໍາເປັນ ​ແຕ່​ບໍ່​ໄດ້​ຕອບຄຳ​ຖາມ​ບັນດານັກ​ຂ່າວ ກ່ຽວກັບ​ວ່າ ປະທານາທິ ບໍດີ ຈະ​ສາມາດ​ເອົາ​ຊະນະ​ຄໍາ​ຖາມ​ທີ່​ເພີ້​ມຂື້ນ ຈາກ​ລັດຖະສະພາ ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ດັ່ງກ່າວ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສະຫະລັດ ຄົນ​ນຶ່ງ​ກ່າວວ່າ ການ​ຈັດ​ສົ່ງ​ເຮືອບິນ​ລົບອາຍ​ພົ່ນ F-16 ແກ່​
ອີຣັກ ​ຈະ​ດຳ​ເນີນ​ໄປ​ຕາມ​ໝາຍ​ກຳນົດ ຄື​ໃນ​ທ້າຍ​ປີ​ໜ້ານີ້ ​ເຖິງ​ແມ່ນ​ມີ​ການ​ຊັກ​ຊ້າ​ແດ່​ເລັກ
ນ້ອຍ​ ໃນ​ຕອນ​ທຳ​ອິດ​ກໍ​ຕາມ. ອີຣັກ​ໄດ້​ວາງ​ເງິນ​ມັດ​ຈຳ​ໄວ້​ລ່ວງ​ໜ້າ​ຈຳນວນ 650 ລ້ານດອນ​ ລາ ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ສຳລັບ​ເຮືອບິນ​ລົບ​ເຫຼົ່ານີ້.
XS
SM
MD
LG