ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາຜູ້ນຳອີຣັກ ປຶກສາກັນ ເລືອກເອົາ ຜູ້ບັນຊາການ ທະຫານ ຄົນນຶ່ງ


ພວກທະຫານອີຣັກ ຊູສອງນິວ ຊຶ່ງເປັນສັນຍາລັກ ຂອງໄຊຊະນະ ຫຼັງຈາກ ທີ່ຍຶດສະໜາມກິລາ Ramadi ແລະ ບໍລິເວນຄຸ້ມບ້ານ al-Bugleeb ຄືນ ຈາກການຄວບຄຸມ, ວັນທີ 6 ຕຸລາ 2015.
ພວກທະຫານອີຣັກ ຊູສອງນິວ ຊຶ່ງເປັນສັນຍາລັກ ຂອງໄຊຊະນະ ຫຼັງຈາກ ທີ່ຍຶດສະໜາມກິລາ Ramadi ແລະ ບໍລິເວນຄຸ້ມບ້ານ al-Bugleeb ຄືນ ຈາກການຄວບຄຸມ, ວັນທີ 6 ຕຸລາ 2015.

ບັນດາຜູ້ນຳຂອງ​ອີຣັກ ຈະ​ເລີ້ມ​ຂັ້ນຕອນການ​ຄັດ​ເລືອກ​ເອົາ​
ຜູ້​ບັນຊາ​ການ​ທະຫານ​ໃນ​ວັນ​ພຸດ​ມື້​ນີ້ ​ທີ່​ສາມາດ​ເປັນ​ຜູ້ນຳພາ
ໃນການຈັດ​ແຈງ​ກອງ​ກຳລັງ​ຕ່າງໆ ເພື່ອຕໍ່ສູ້ກັບ​ພວກ​ຫົວ​ຮຸນ​ແຮງ
​ລັດ​ອິສລາມ ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.

​ເສນາ​ທິການ​ຮ່ວມ​ຂອງ​ກອງທັບ​ສະຫະລັດ ພົນ​ເອກ Joseph
Dunford ກ່າວ​ໃນວັນ​ອັງຄານວານ​ນີ້ ​ລະ​ຫວ່າງ​ການເດີນທາງ​
ໄປ​ຢ້ຽມຢາມ ອີຣັກ ວ່າ ກຸ່ມແນວ​ໂຮມ​ພາຍໃຕ້ການນຳພາ​ຂອງ
​ສະຫະລັດຕ້ອງ​ມີ​ຄົນ​ນຶ່ງ ​ທີ່​ສາມາດ​ອອກຄຳສັ່ງ ກ່ຽວ​ກັບ​ການ​ຕໍ່ສູ້
​ທາງ​ພາກພື້ນດິນ ​ເພື່ອຈະ​ສະໜອງ​ການ​ສະໜັບສະໜູນ ​ທີ່​ດີ​ຂຶ້ນ.

​ໃນ​ຂະນະ​ທີ່​ກຸ່ມ​ແນວ​ໂຮມ ​ເປັນຜູ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດຢູ່​ນັ້ນ ພວກນັກລົບ​ຈາກ
ກອງທັບອີຣັກ ພວກ​ທະຫານ​ບ້ານ Shi’ite ພວກ ຊົນເຜົ່າ Sunni ​ແລະ ກອງ​ກຳລັງ​
ຊາວ​ Kurd ຕ່າງກໍພວມ​ສູ້​ລົບ​ກັບ ພວກ​ຫົວ​ຮຸນ​ແຮງ ຢູ່​ໃນຫຼາຍໆ​ເຂດ ຂອງ​ອີຣັກ ໂດຍ
ປະສົບ​ຜົນ​ສຳ​ເລັດ ​ໃນລະດັບທີ່ແຕກ​ຕ່າງ​ກັນ. ​ໂດຍ​ລວມ​ແລ້ວ ກຸ່ມພວກ​ຫົວ​ຮຸນ​ແຮງ​
ລັດ​ອິສລາມ ຍັງ​ສາມາດຍຶດຄອງດິນແດນສ່ວນໃຫຍ່ ທີ່​ຕົນຢຶດ​ໄດ້ ເມື່ອດົນກວ່າ​ປີ​ນຶ່ງ​
ຜ່ານ​ມາ.

ນາຍ​ພົນ Dunford ກ່າວ​ວ່າ ທ່ານ​ຈະ​ບໍ່​ອະທິບາຍ​ເຖິງ ສະຖານະ​ການ ​ໃນ​ອີຣັກ ວ່າ
ຢູ່ໃນ​ສະພາບ​ທີ່​ບໍ່ໄປບໍ່ມາ ​ແລະ ຈະ​ບໍ່​ກ່າວ​ເຖິງ​ກຳນົດ​ເວລາກ່ຽວກັບການບຸກໂຈມຕີ
ທີ່ແນ່ນອນ.

ໄຊຊະນະບັ້ນນຶ່ງ​ທີ່​ໄດ້​ຮັບມາ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ ກໍ​ແມ່ນ​ໂຮງ​ກັນນ້ຳມັນທີ່​ສຳຄັນ ​ໃນ​ເມືອງ
Beiji ຢູ່ທາງກ້ຳ​ເໜືອ​ຂອງ​ນະຄອນຫຼວງ Baghdad ບ່ອນ​ທີ່ ບັນດາ​ເຈົ້າໜ້າ​ທີ່ກອງ​ທັບ
​ສະຫະລັດ ​ແລະ ອີຣັກ ກ່າວ​ວ່າ ກອງ​ກຳລັງ​ຂອງ​ອີຣັກ ​ໄດ້​ຢຶດຄືນ​ມາ​ໄດ້ ​ແລະ “ຢູ່​ໃນ​
ການ​ຄວບ​ຄຸມຢ່າງ​ຄົບ​ຖ້ວນ”
ຫຼັງຈາກ​ທີ່​ໄດ້​ສູ້​ລົບກັນມາ​ດົນກວ່ານຶ່ງ​ປີ.

​ໂຄສົກ​ກອງທັບ​ສະຫະລັດ ພັນ​ຕີ Mike Filanowski ກ່າວໃນ​ວັນ​ອັງຄານ​ວານ​ນີ້ ຢູ່​ທີ່​
ນະຄອນຫຼວງ Baghdad ວ່າ ທະຫານ​ອີຣັກ ຈຳນວນ 15,000 ຄົນ ​ແລະ ກຳລັງ​ຮັກສາ​
ຄວາມ​ປອດ​ໄພ ຈຳນວນ​ນຶ່ງ ​ໄດ້ເຂົ້າ​ຄວບ​ຄຸມ ​ເມືອ​ງ Beiji ແລະ ​ໄດ້ກວດລ້າງ​ກຳລັງສັດຕູ
ທີ່​ຍັງ​ຫຼົງ​ເຫຼືອຢູ່​ນັ້ນ ອອກ​ໄປ​ຈາກ​ບໍລິ​ເວນ​ດັ່ງກ່າວນຳ​ດ້ວຍ.

US Iraq
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG