ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາ ອີຣັກ ປະຕິເສດ ການລົງ ປະຊາມະຕິ ຂອງຊາວເຄີດ


ບັນດາສະມາຊິກສະພາ ອີຣັກ ເຂົ້າຮ່ວມກອງປະຊຸມ ໃນນະຄອນຫຼວງ ແບກແດັດ, ອີຣັກ. 8 ກັນຍາ, 2014
ບັນດາສະມາຊິກສະພາ ອີຣັກ ເຂົ້າຮ່ວມກອງປະຊຸມ ໃນນະຄອນຫຼວງ ແບກແດັດ, ອີຣັກ. 8 ກັນຍາ, 2014

ສະພາແຫ່ງຊາດ ອີຣັກ ໃນວັນອັງຄານວານນີ້ ໄດ້ກ່າວປະນາມການ ລົງປະຊາມະຕິ ທີ່
ມີກຳນົດຈະຈັດຂຶ້ນ ໃນທ້າຍເດືອນນີ້ ເຊິ່ງມີຄວາມເປັນໄປໄດ້ວ່າ ຈະມອບເອກະລາດ
ໃຫ້ຊາວ ເຄີດ ໃນ ອີຣັກ.

ຊາວເຄີດໃນສາມເມືອງທີ່ປະກອບ​ເປັນ​ເຂດປົກຄອງຕົນເອງໃນ ອີຣັກ ນັ້ນ ມີແຜນຈະ
ຈັດການລົງຄະແນນສຽງຂອງເຂົາເຈົ້າ ໃນວັນທີ 25 ກັນຍານີ້, ເຖິງແມ່ນວ່າ ສະພາແຫ່ງ
ຊາດໄດ້ເອີ້ນການລົງຄະແນນສຽງດັ່ງກ່າວວ່າ “ບໍ່ຖືກຕ້ອງຕາມລັດຖະທຳມະນູນ” ກໍ
ຕາມ.

ສະພາແຫ່ງຊາດ ໄດ້ເອີ້ນການລົງປະຊາມະຕິໃນເວັບໄຊຂອງເຂົາເຈົ້າ ວ່າ “ເປັນໄພຂົ່ມ
ຂູ່ຕໍ່ຄວາມໝັ້ນຄົງຂອງ ອີຣັກ” ແລະ ໄດ້ກ່າວໃນການ ຕັດສິນຂອງເຂົາເຈົ້າວ່າ ລັດຖະ
ບານກາງ “ຄວນເອົາທຸກມາດຕະການ ທີ່ຈຳເປັນເພື່ອຮັກສາໄວ້ຊຶ່ງ”
ຄວາມເປັນໜຶ່ງ
ດຽວກັນຂອງປະເທດ.

ສະມາຊິກສະພາຊາວເຄີດທຸກຄົນ ໄດ້ປະຕິເສດ ບໍ່​ຍອມ​ເຂົ້າຮ່ວມກອງປະຊຸມສະພາ
ແຫ່ງຊາດໃນວັນອັງຄານວານນີ້, ອີງຕາມຄຳເວົ້າຂອງສະມາຊິກສະພາ Mahmoud
al-Mashhadani ຜູ້ທີ່ໄດ້ມີໜ້າຢູ່ໃນເວລານັ້ນ.

ເຈົ້າໜ້າທີ່ຊາວ ເຄີດ ລະດັບສູງຄົນນຶ່ງໄດ້ກ່າວຕໍ່ອົງການຂ່າວ Reuters ວ່າ ການລົງ
ຄະແນນສຽງຂອງສະພາແຫ່ງຊາດແມ່ນບໍ່ມີຂໍ້ຜູກມັດ ແລະ ຈະບໍ່ມີຜົນກະທົບ​ໃດໆ​ຕໍ່​
ການລົງປະຊາມະຕິ.

ທ່ານ Hoshyar Zebari ອະດີດລັດຖະມົນຕີການຕ່າງປະເທດ ແລະ ການເງິນ ແລະ
ຕອນນີ້ແມ່ນຜູ້ຊີ້ນຳອາວຸໂສ ຂອງທ່ານ Massoud Barzani ປະທານຂອງລັດຖະບານ
ພາກພື້ນ Kurdistan ໄດ້ກ່າວວ່າ "ສະພາຊາວ ເຄີດ ຈະເປັນຜູ້ຕອບຮັບຕໍ່ມະຕິດັ່ງກ່າວ
ຢ່າງແນ່ນອນ ໃນເວລາທີ່ເຂົາເຈົ້າປະຊຸມກັນໃນວັນພະຫັດມື້ອື່ນນີ້.”

ການລົງປະຊາມະຕິແມ່ນໄດ້ຖືກຄັດຄ້ານໂດຍປະເທດ ເທີກີ, ອີຣ່ານ ແລະ ຊີເຣຍ ທີ່ຕັ້ງ
ຢູ່ໃກ້ຄຽງໃນພາກພື້ນດັ່ງກ່າວ, ທີ່ຢ້ານວ່າລັດທິແຍກ ດິນແດນໃນ ອີຣັກ ອາດຂະຫຍາຍ
ໄປເຖິງປະຊາກອນຊາວ ເຄີດ ທີ່ ອາໄສຢູ່ພາຍໃນເຂດແດນຂອງເຂົາເຈົ້າ. ຫ້ອງການ
ຂອງອົງການສະຫະປະຊາຊາດໃນ ອີຣັກ ໄດ້ກ່າວວ່າ ເຂົາເຈົ້າຈະບໍ່ “ເຂົ້າຮ່ວມໃນວິທີ
ທາງ ຫຼື ຮູບແບບ”
ໃດໆຂອງການລົງຄະແນນສຽງນັ້ນ.

ປະຊາຊົນຊາວ ເຄີດ ໃນພາກຕາເວັນອອກກາງໄດ້ພະຍາຍາມສ້າງຕັ້ງປະ​ເທດເອກະ
ລາດຂອງເຂົາເຈົ້າຂຶ້ນມາ ນັບຕັ້ງແຕ່ຢ່າງໜ້ອຍໃນທ້າຍຂອງສົງຄາມໂລກຄັ້ງທີ 1, ເມື່ອ
ບັນດາມະຫາອຳນາດຫົວເມືອງຂຶ້ນໄດ້ແບ່ງປັນພາກພື້ນດັ່ງກ່າວ ແລະເຮັດໃຫ້ຊາວ
ເຄີດ ຖືກແບ່ງແຍກອອກ ຢູ່ໃນຫຼາຍໆປະເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG