ສະພາແຫ່ງຊາດຊຸດໃໝ່ຂອງອີຣັກ ໄດ້ເສັດສິ້ນກອງປະຊຸມ
ນັດທຳອິດຂອງຕົນ ໂດຍບໍ່ໄດ້ເລືອກເອົານາຍົກລັດຖະມົນຕີ
ຄົນໃໝ່.
ພວກຜູ້ແທນໄດ້ປະຊຸມກັນ ໃນວັນອັງຄານມື້ນີ້ ເປັນເທື່ອທຳອິດ
ນັບຕັ້ງແຕ່ໄດ້ຖືກເລືອກຕັ້ງຂຶ້ນມາ ໃນທ້າຍເດືອນເມສາຜ່ານມາ
ແຕ່ວ່າປະທານພາງຂອງສະພາ ທ່ານ Mahdi al-Hafidh ໄດ້ອັດ
ກອງປະຊຸມ ຫລັງຈາກທີ່ຜູ້ແທນຈຳນວນນຶ່ງ ບໍ່ພາກັນກັບຄືນມາ
ປະຊຸມ ລຸນຫລັງການຢຸດພັກ.
ທ່ານກ່າວວ່າ ສະພາຈະປະຊຸມຕໍ່ໃນອີກນຶ່ງອາທິດ ຖ້າຫາກມີຄວາມເປັນໄປໄດ້ວ່າ ຈະມີການຕົກລົງກັນໄດ້.
ນາຍົກລັດຖະມົນຕີ Nouri al-Maliki ຊຶ່ງເປັນຕົວເກງ ທີ່ຄາດວ່າຈະໄດ້ເຂົ້າກຳຕຳແໜ່ງເປັນສະໄໝທີ 3 ຫຼັງຈາກທີ່ໄດ້ປ່ອນບັດເລືອກຕັ້ງແລ້ວ ແຕ່ວ່າຫຼັງຈາກນັ້ນ ກຸ່ມຫົວຮຸນແຮງອີສລາມຊຸນນີ ໄດ້ຍຶດເອົາຫຼາຍໆເຂດ ຢູ່ທາງພາກເໜືອ ແລະພາກຕາເວັນຕົກຂອງອີຣັກ ແລະເຮັດໃຫ້ປະເທດກ້າວເຂົ້າສູ່ວິກິດການ.
ບັນດາຜູ້ນຳຕາເວັນຕົກ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ຂອງອີຣັກ ປະກອບຄະນະລັດຖະບານ
ທີ່ຮວມເອົາຫຼາຍພັກຝ່າຍເຂົ້າຮ່ວມນຳ ເພື່ອປະສານຮອຍແຕກແຍກ ທາງດ້ານສາສະໜາ ແລະຊົນເຜົ່າ ລະຫວ່າງພວກທີ່ນັບຖືສາສະໜາອິສລາມ ນິກາຍ Shi’ite ນິກາຍ Sunni ແລະຊາວ Kurd.