ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ພວກນັກຕໍ່ສູ້ຊາວເຄີດ ຈາກອີຣັກ ເຂົ້າໄປເມືອງ ໂຄບານີ ເພື່ອຊ່ອຍຕໍ່ສູ້ ກັບກຸ່ມ ລັດອິສລາມ


ທະຫານຊາວເຄີດຄົນນຶ່ງ ເດ່ຈັບມືກັບພວກສະໜັບສະໜຸນ ທີ່ດ່ານຂ້າມຊາຍແດນແຫ່ງນຶ່ງ ໃນພາກເໜືອຂອງອີຣັກ ວັນທີ 29 ຕຸລາ 2014

ບັນດານັກເຄື່ອນໄຫວຊີເຣຍ ກ່າວວ່າ ພວກນັກຕໍ່ສູ້​ຊາວ​ເຄີ​ດ
ຈາກອີຣັກ ​ໄດ້ໄປເຖິງເມືອງ Kobani ແລ້ວ ເພື່ອຊ່ອຍຊາວ
ເຄີດໃນຊີເຣຍ ທຳ ການສູ້ລົບຕ້ານພວກຫົວຮຸນແຮງລັດອິສ
ລາມ.

ກຸ່ມສິ້ງຊອມສິດທິມະນຸດ ໃນຊີເຣຍ ທີ່ມີສຳນັກງານ ຢູ່ອັງກິດ
ກ່າວໃນວັນພະຫັດມື້ນີ້ວ່າ ກຳລັງ peshmerga ປະມານ 10
ຄົນຈາກເຂດ Kurdistan ຂອງອີຣັກໄດ້ຂ້າມເຂົ້າໄປສູ່ເມືອງ
Kobani ແລ້ວ ຈາກ ປະເທດເທີກີ.

​ພວກ​ນັກ​ຕໍ່ສູ້ຊາວເຄີດ 150 ຄົນ ໄດ້ໃຊ້ເວລາໃນວັນພຸດວານນີ້
ເພື່ອເດີນທາງຜ່ານປະເທດເທີກີ ໄປ​ຍັງ​ເມືອງ​ໂຄ​ບາ​ນີ ​ຫົວເມືອງຊາຍແດນ ​ຂອງ​ຊີ​ເຣຍ ພາຍໃຕ້ຂໍ້ຕົກລົງກັບລັດຖະບານເທີກີ ທີ່ອະນຸຍາດໃຫ້ພວກເຂົາເຈົ້າເດີນທາງຜ່ານປະ
ເທດໄດ້ນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ພວກະບົດ​ກຸ່ມ​ນຶ່ງ​ປະມານ 50 ຄົນ​ຈາກ​ກອງທັບ​ເສລີ​ຊີ​ເຣຍ ​ເດີນທາງ​
ໄປ​ຮອດ​ເມືອງ​ໂຄ​ບາ​ນີ ​ເພື່ອ​ຊ່ອຍ​ພວກ​ຊາວ​ເຄີ​ດນັ້ນ.

​ເທີ​ກີ ​ໄດ້​ກ່າວ​ມາ​ວ່າ ຕົນ​ຈະ​ບໍ່​ສົ່ງ​ທະຫານ​ຂອງ​ຕົນ​ເອງ ​ເພາະວ່າ ​ເທີ​ກີ​ກ່າວ​ວ່າ ພວກ​ຊາວ​ເຄີ​ດຊີ​ເຣຍ​ໃນ​ເມືອງ​ໂຄ​ບາ​ນີແມ່ນ​ມີຄວາມສຳພັນກັບ ​ພັກ​ແຮງ​ງານ​ເຄີ​ດດິສຖານ ທີ່​ຜິດ​ກົດໝາຍ ຊຶ່ງ​ໄດ້​ທຳ​ການ​ຕໍ່ສູ້​ກັບ​ເທີກີ ມາ​ໄດ້ 3 ທົດ​ສະ​ວັດ​ແລ້ວ ​ເພື່ອ​ສິດທິ​ທາງ​ດ້ານ​ວັດ
ທະນະທຳ​ແລະ​ການ​ເມືອງ​ຂອງ​ຕົນ.

ພວກ​ເຮືອບິນ​ລົບ​ໄອ​ພົ່ນ​ຂອງ​ສະຫະລັດ ​ໄດ້ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ມາ​ໄດ້​ຫຼາຍ​ສັບ
ປະດາ​ແລ້ວ​ໃນ​ຂົງ​ເຂດ​ເມື​ອງ​ໂຄ​ບາ​ນີ ​ໂດຍແນ​ເປົ້າ​ໝາຍໃສ່ກຸ່ມ​ລັດ​ອິສລາມ. ທຳນຽບຫ້າ​ແຈ ກ່າວ​ໃນ​ວັນ​ພຸດວານ​ນີ້ວ່າ ກຳລັງ​ຂອງ​ສະຫະລັດ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ 8 ຖ້ຽວ​ໃນ​ຮອບ​ສອງ​ມື້​ຜ່ານ​ມາ​ນີ້ ​ໂດຍ​ໂຈມ​ຕີ​ພວກ​ນັກ​ຕໍ່ສູ້​ກຸ່ມ​ລັດ​ອິສລາມ ພ້ອມ​ທັງ​ຍານພາ ຫະນະ​ຕ່າງໆ ​ແລະ​ສູນ​ຄວບ​ຄຸມ​ແຫ່ງ​ນຶ່ງ.

Social Media Activist Fights for Kobani in His Way
please wait

No media source currently available

0:00 0:02:35 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG