ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ໂຈມຕີ ທາງອາກາດຊ່ວຍ ຊາວເຄີດ ຕໍ່ສູ້ ຍຶດຄືນ ເມືອງ ຊິນຈາ ໃນ ອີຣັກ


ນັກຮົບ ຊາວ ເຄີດ peshmerga ຄົນໜຶ່ງ ພັກຜ່ອນໃນລະຫວ່າງປະຕິບັດການຍຶດຄືນເມືອງ ຊິນຈາ ຢູ່ທາງພາກເໜືອຂອງປະເທດ ອີຣັກ. 12 ພະຈິກ, 2015.
ນັກຮົບ ຊາວ ເຄີດ peshmerga ຄົນໜຶ່ງ ພັກຜ່ອນໃນລະຫວ່າງປະຕິບັດການຍຶດຄືນເມືອງ ຊິນຈາ ຢູ່ທາງພາກເໜືອຂອງປະເທດ ອີຣັກ. 12 ພະຈິກ, 2015.

ນັກຮົບຊາວເຄີດຫຼາຍພັນຄົນ ໄດ້ດຳເນີນການສູ້ຮົບໃນວັນພະຫັດ ມື້ນີ້ ເພື່ອຍຶດເອົາເມືອງ Sinjar ຢູ່ທາງພາກເໜືອຂອງ ອີຣັກ ຈາກ ກຸ່ມ ລັດອິສລາມ.

ພວກຫົວຮຸນແຮງໄດ້ຍຶດເອົາເມືອງ Sinjar ໃນເດືອນ ສິງຫາ ປີ 2014 ໃນຂະນະທີ່ພວກເຂົາໄດ້ຄຸກຄາມເຂດທີ່ມີຊົນເຜົ່າກຸ່ມນ້ອຍ Yazidi ອາໄສຢູ່ ແລະ ປິດລ້ອມໂຈມຕີພວກເຂົາເຈົ້າຢູ່ເທິງພູເຂົາ. ມັນເປັນການໂຈມຕີທີ່ກໍ່ໃຫ້ມີການໂຈມຕີທາງອາກາດໂດຍພັນທະ ມິດນຳໜ້າໂດຍ ສະຫະລັດ ໃນ ອີຣັກ ຫຼາຍກວ່າ 5,000 ຄັ້ງ.

ຖະແຫຼງການຂອງຊາວ ເຄີດ ໄດ້ກ່າວວ່າ ນັກຮົບຫຼາຍກວ່າ 7,500 ຄົນ ກຳລັງພະຍາຍາມທີ່ຈະເຂົ້າຄວບຄຸມເມືອງ Sinjar, ຕັດຂາດເສັ້ນທາງລຳລຽງທີ່ສຳຄັນ ຂອງພວກ ລັດອິສລາມ ແລະ ສ້າງເຂດກັນບັງເພື່ອປົກປ້ອງພົນລະເຮືອນ. ກ່ອນໜ້າການປະ ຕິບັດການ

ດັ່ງກ່າວ ການໂຈມຕີທາງອາກາດຂອງພັນທະມິດ ໄດ້ຕົກລົງໃສ່ໃນຂົງເຂດນັ້ນເປັນເວລາດົນ ກວ່າໜຶ່ງສັບປະດາມາແລ້ວ.

ເມືອງ Sinjar ແມ່ນຕັ້ງຢູ່ຕາມທາງຫຼວງທີ່ສຳຄັນ ຕາມເສັ້ນທາງລະຫວ່າງ ເມືອງ Mosul ທີ່ ຄວບຄຸມໂດຍ ພວກລັດອິສລາມ ຫາພາກຕາເວັນອອກ ແລະ ເມືອງຫຼວງທີ່ຕັ້ງຂຶ້ນເອງໂດຍ ກຸ່ມດັ່ງກ່າວຫາພາກຕາເວັນຕົກໃນເມືອງ Raqqa ປະເທດ ຊີເຣຍ.

ເຈົ້າໜ້າທີ່ຂັ້ນສູງຂອງ ອົງການສະຫະປະຊາຊາດ ໄດ້ກ່າວໃນວັນພຸດວານນີ້ວ່າ ທະຫານຮັກ ສາຄວາມປອດໄພຂອງ ອີຣັກ ມີຄວາມກ້າວໜ້າໃນການຕໍ່ສູ້ຢ່າງ ຊັກຊ້າແຕ່ຮອບຄອບກັບ ພວກທີ່ປະກາດຕົນເອງວ່າເປັນພວກລັດອິສລາມ ເຊິ່ງຄວບ ຄຸມບໍລິເວນທີ່ກວ້າງຂວາງຂອງ ປະເທດ.

ທ່ານ Jan Kubis ໄດ້ກ່າວຕໍ່ສະພາຄວາມໝັັ້ນຄົງ ອົງການສະຫະປະຊາຊາດວ່າ ຕັ້ງແຕ່ກາງ ເດືອນກໍລະກົດເປັນຕົ້ນມາ, ທະຫານຮັກສາຄວາມປອດໄພ ແລະ ທະຫານບ້ານນິກາຍ Shi’ite ສະໜັບສະໜູນໂດຍພັນທະມິດໂຈມຕີທາງອາກາດສາກົນ ໄດ້ຜັກດັນນັກຮົບ ລັດອິສລາມ ອອກຈາກເມືອງ ແລະ ບ້ານຕ່າງໆ, ແລະ ໄດ້ປົດປ່ອຍໂຮງກັ່ນນ້ຳມັນທີ່ໃຫຍ່ທີ່ສຸດຂອງປະເທດ ຈາກການຄວບຄຸມຂອງກຸ່ມພວກກໍ່ການຮ້າຍຢ່າງມີຄວາມສຳຄັນຍິ່ງ.

ທ່ານ Kubis ໄດ້ກ່າວວ່າ “ທະຫານສະໜັບສະໜູນລັດຖະບານໄດ້ພິສູດຄວາມ ສາມາດຂອງ ພວກເຂົາເຈົ້າ ເພື່ອດຳເນີນການປະຕິບັດການທາງທະຫານໃນ ຫຼາຍພື້ນທີ່ຢ່າງພ້ອມພຽງ ກັນ.”

ທ່ານທູດໄດ້ກ່າວວ່າ ທະຫານ ອີຣັກ ແລະ ອາສາສະໝັກຊົນເຜົ່າຫຼາຍຄົນແມ່ນມີ ແຜນປະຕິ ບັດການ ການປົດປ່ອຍໃນຫຼາຍພື້ນທີ່ເຊັ່ນ Ramadi ເມືອງຫຼວງ ຂອງ ແຂວງ Anbar, ແລະ ໃນພື້ນທີ່ພາກເໜືອຂອງຊາວ ເຄີດ.

Iraq
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG