ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາເມຣິກັນ ບຸກຄືບໜ້າເຂົ້າສູ່ເມືອງ Mosul ພ້ອມກັບກຳລັງອີຣັກ ແລະເຄີດ


ກຳລັງຮັກສາຄວາມປອດໄພອີຣັກ ບຸກຄືບໜ້າເຂົ້າສູ່ເມືອງ Qayara,ທາງພາກໃຕ້ຂອງເມືອງ Mosul.
ກຳລັງຮັກສາຄວາມປອດໄພອີຣັກ ບຸກຄືບໜ້າເຂົ້າສູ່ເມືອງ Qayara,ທາງພາກໃຕ້ຂອງເມືອງ Mosul.

ທະ​ຫາ​ນສະຫະລັດ​ຫລາຍ​ກວ່າ 100 ຄົນ ​ກຳລັງ​ຕິດຕາມ​ ​ກຳລັງທະຫານ ອີຣັກ ​ແລະ Kurdish Peshmerga ໄປ ​ໃນ​ການ​ບຸກຄືບ​ໜ້າ​ເອົາ​ເມືອງ Mosul ຄືນ​ມາ​ຈາກ​ກຳລັງ​ລັດ​ອິສລາມ.

​ໂຄສົກທຳນຽບຫ້າ​ແຈ ຮ້ອຍ​ເອກ​ກອງທັບ​ເຮືອ ທ່ານ Jeff Davis ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ອັງຄານ​ວານ​ນີ້​ວ່າ ອາ​ເມຣິກັນ ກຳລັງ​ໃຫ້ການ​ຊ່ວຍ​ເຫລືອ​Kurds ປະມານ 10,000 ຄົນ ກຳລັງຮັກສາ​ຄວາມ​ປອດ​ໄພ​ອີຣັກ 18,000 ຄົນ ​ແລະ​ຕຳຫລວດ​ອີຣັກອີກ​ປະມານ​ສອງ​ພັນ​ຄົນ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ປະ​ເຊີນ​ໜ້າ​ກັບ​ກຳລັງ​ລັດ​ອິສລາມ ທີ່​ໄດ້​ຕັ້ງ​ທີ່​ໝັ້ນ​ຢູ່​ໃນ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ອີຣັກ ​ເປັນ​ເວລາກວ່າ​ສອງ​ປີທີ່​ຜ່ານ​ມາ.

ກຳລັງທະຫານ Peshmerga ຄືບໜ້າເຂົ້າສູ່ພາກຕາເວັນອອກຂອງເມືອງ Mosul.
ກຳລັງທະຫານ Peshmerga ຄືບໜ້າເຂົ້າສູ່ພາກຕາເວັນອອກຂອງເມືອງ Mosul.

ການ​ຄໍານວນວ່າມີ​ພວກນັກ​ລົບ IS ​ໃນ​ເມືອງ Mosul ຢູ່​ປະມ​ານ 3,000 ຫາ 5,000 ຄົນນັ້ນ ແຕ່​ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ​ເມືອງ Mosul ​ເປັນ​ບ້ານ​ເຮືອນ​ຂອງ​ພວກ​ນັກ​ລົບ IS ທີ່​ມີ​ຄວາມ​ຊຳ​ນານ ຜູ້​ທີ່ເສຍສະຫລະ​ຫລາຍ​ໃຫ້​ແກ່​ການ​ສູ້​ລົບ ​ແລະ​ການ​ເຜີຍ​ແຜ່​ແນວ​ຄິດທີ່​ຮ້າຍ​ແຮງ.

ແຜນທີ່ຂອງ ສະຫະປະຊາຊາດ ສະແດງໃຫ້ເຫັນທາງຜ່ານບ່ອນທີ່ຄາດມີການຫລົບໜີອອກມາ ຈາກເມືອງ Mosul
ແຜນທີ່ຂອງ ສະຫະປະຊາຊາດ ສະແດງໃຫ້ເຫັນທາງຜ່ານບ່ອນທີ່ຄາດມີການຫລົບໜີອອກມາ ຈາກເມືອງ Mosul

ທ່ານ Davis ກ່າວ​ວ່າ ກຳລັງ​ທະຫານ​ສະຫະລັດ​ຫລາຍ​ກວ່າ 100 ຄົນ ແມ່ນ​ປະປົນຢູ່​ນຳ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອີຣັກ ໃນລະດັບກອງ​ບັນຊາ​ການແລະຍັງປະປົນຢູ່ກັບ Kurdish ​ແລະ ໜ່ວຍກ້າ​ຕາຍ ຕ້ານ​ການ​ກໍ່​ການ​ຮ້າຍ ​ຢູ່ໃນ​ລະດັບຕໍ່າກວ່ານຶ່ງ​ກອງພັນ.

ກຳລັງທະຫານ Peshmerga ກ້າວໜ້າເຂົ້າສູ່ທາງພາກຕາເວັນອອກຂອງເມືອງ Mosul.
ກຳລັງທະຫານ Peshmerga ກ້າວໜ້າເຂົ້າສູ່ທາງພາກຕາເວັນອອກຂອງເມືອງ Mosul.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ເນັ້ນ​ໜັກ​ວ່າ ​ກຳລັງ​ທະຫານ​ສະຫະລັດ​ທີ່​ຢູ່ກັບ ຄູ່​ຕຳແໜ່​ງ​ອີຣັກ ​ແລະ Peshmerga ຜູ້​ທີ່​ພົວພັນ​ໃນ​ການ​ປະສາ​ນງານ ​ແລະ​ການ​ຕັດສິນ​ໃຈ ​ແທນ​ທີ່​ຈະ​ສູ້​ລົບ​ຢູ່​ໃນແນວ​ໜ້າ. ​ແຕ່​ວ່າ ລັດຖະມົນຕີ​ປ້ອງກັນ​ປະ​ເທດ​ສະຫະລັດ ທ່ານ Ash Cater ​ໄດ້​ກ່າວ​ວ່າ ກຳລັງ​ທະຫານ​ສະຫະລັດ​ຍັງ​ຢູ່​ໃນສະພາບເປັນ​ອັນ​ຕະລາຍ.

ຄວັນໄຟພູ່ຂຶ້ນຈາກທີ່ໝັ້ນຂອງລັດອິສລາມ ຫລັງຈາກການໂຈມຕີທາງອາກາດຂອງແນວໂຮມ.
ຄວັນໄຟພູ່ຂຶ້ນຈາກທີ່ໝັ້ນຂອງລັດອິສລາມ ຫລັງຈາກການໂຈມຕີທາງອາກາດຂອງແນວໂຮມ.

ກຳລັງອີຣັກ ​ແລະ​ເຄີ​ດ ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຍຶດ​ເອົາ​ຫລາຍ​ສິບ​ໝູ່​ບ້ານ​ຢູ່​ນອກ​ເມືອງ Mosul ​ແລະ​ທ່ານ Davis ກ່າວ​ວ່າມີ​ສີ່​ຈຸດ​ສຳຄັນ​ຈາກ​ການ​ບຸກ​ໂຈມຕີ​ເຂົ້າ​ໄປ​ສູ່​ໂຕ​ເມືອງ. ​ກຳລັງເຄີ​ດ ​ແລະ Peshmerga ກຳລັງ​ກ້າວໜ້າ​ເຂົ້າ​ໄປ​ສູ່​ໝູ່​ບ້ານ​ຊາວ​ເຄີ​ດຈາກ​ສອງ​ຈຸດ ທາ​ງພາກ​ຕາ​ເວັນ​ອອກ​ຂອງ ​ເມືອງ Mosul ດ້ວຍ​ກຳລັງ​ຮັກສາ​ຄວາມພະຍາຍາມຮັກສາ​ປອດ​ໄພ​ອີຣັກ ທີ່ຕິດຕາມ​ຫລັງ​ມາ. ກຳລັງ ISF ກຳລັງ​ຄືບ​ໜ້າ​ຈາກຖານ​ທັບ Qayarrah West ​ແລະອີກ​ທິມ ISF ກໍກຳລັງ​ບຸກຄືບໜ້າ​ເຂົ້າໄປໃນ​ເມືອງ Mosul ຈາກ​ທາງພາກ​ຕາເວັນອອກສຽງ

ໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Iraq Mosul
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG