ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ປະຊາຊົນ 30 ຄົນ ເສຍຊີວິດ ຈາກການວາງລະເບີດ ໃນທົ່ວອີຣັກ (ວີດີໂອ)


ພວກຳລັງຮັກສາຄວາມປອດໄພ ຊາວເຄີດສ໌ ກວດກາເບິ່ງ ບ່ອນມີການໂຈມຕີໃນລົດຄັນນຶ່ງ ໃນເມືອງ Kirkuk, ວັນທີ 23 ສິງຫາ 2014.

ການ​ໂຈມ​ຕີ​ດ້ວຍລະ​ເບີດ​ໃນ​ທົ່ວ​ອີຣັກ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຢ່າງ​
ໜ້ອຍ 30 ຄົນ​ເສຍ​ຊີວິດ ​ໃນ​ວັນ​ເສົາ​ວານ​ນີ້ ນຶ່ງ​ມື້ ຫຼັງ​ຈາກ​ການ​
ບຸກ​ໂຈມ​ຕີ​ໂບກ​ອິສລາມ​ນິກາຍ​ຊຸນ​ນີ​ແຫ່ງ​ນຶ່ງ ທີ່​ໄດ້ສັງຫານ​ພວກ
​ທີ່​ໄປ​ໂບດຢ່າງ​ໜ້ອຍ 60 ຄົນ ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ໄປສວດ​
ມົນ​ພາວະນາ​ເປັນ​ປະຈຳ ​ໃນ​ແຕ່​ລະອາ​ທິດ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ໄດ້​ຂັບ
​ລົດ​ເຂົ້າຕຳ​ຕຶກ​ກະຊວງ​ພາຍ​ໃນຫຼັງ​ນຶ່ງ ​ໃນ​ແບກ​ແດັດ​ໃນ​ວັນ​ເສົາ​
ວານ​ນີ້ ​ເຮັດ​ໃຫ້​ ​ຢ່າງ​ໜ້ອຍ 8 ຄົນ​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ອີກ​
ຫຼາຍ​ຄົນ. ​ເວລາ​ນີ້​ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ຫຼື​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດ
ຊອບ​ໃນ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້​ເທື່ອ.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກ ກ່າວ​ວ່າ ລະ​ເບີດ 3 ລູກ​ໄດ້​ເຕກຂຶ້ນ​ໃນ​ເມືອງ Kirkuk ສັງຫານ​ປະ
ຊາຊົນ​ຢ່າງ​ໜ້ອຍ 18 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ ຫຼາຍ​ກວ່າ 100 ຄົນ. ລະ​ເບີດ​ອີກ​ລູກ​ນຶ່ງ​ໄດ້​ສັ່ນ​ສະ​ເທືອ​ນ​ເມືອງ Irbil ​ເມືອງຫຼວງ​ຂອງ​ເຂດ​ຊາວ​ເຄີ​ດສ໌ຂອງ​ອີຣັກ ຊຶ່ງ​ທຳມະ​ດາ​ເປັນ
​ເມືອງ​ທີ່​ມິດ​ງຽບນັ້ນ.

ອົງການ​ຂ່າວ Reuters ຍັງ​ແຈ້ງ​ໃຫ້​ຊາບເຊັ່ນ​ກັນ​ວ່າ ມີ​ການວາງ​ລະ​ເບີດ​ທີ່​ພາ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ ​ເກີດ​ຂຶ້ນ​ໃນ​ເມືອງ Tikrit.

​ໃນ​ຂະນະ​ດຽວ​ກັນ ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ຮຽກຮ້ອງ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ໃນ​ທັນທີ​
ສຳລັບ​ເມືອງ Amerli ​ໃນ​ພາກ​ເໜືອ​ຂອງ​ອີຣັກ ​ເພື່ອ​ປ້ອງ​ກັນ ອັນ​ທີ່​ທ່ານ​ກ່າວ​ວ່າ ການ​ຂ້າ​ລ້າງ​ຜານ​ຜູ້​ຄົນ​ເປັນ​ໝູ່ທີ່​ອາດ​ມີ​ຂຶ້ນ​ໄດ້​ນັ້ນ. ທ່ານ Nickolay Mladenov ກ່າວ​ໃນ​ວັນ​ເສົາ
ວາ​ນນີ້​ວ່າ ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ ​ໄດ້ປິດ​ລ້ອມ ​ບໍ່​ໃຫ້​ປະຊາຊົນ​ໄດ້​ຮັບສະບຽງອາຫານ
​ແລະ​ນ້ຳ​ດື່ມ​ນ້ຳ​ໃຊ້ ​ມາ​ໄດ້​ເກືອບ 2​ ເດືອນ​ແລ້ວ. ທ່ານ​ຮຽກຮ້ອງ​ໃຫ້​ລັດຖະບານ​ອີຣັກ ກະ
ທຳທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນສາມາດ ​ເພື່ອ​ທັບ​ມ້າງ​ການ​ປິດ​ລ້ອມ ​ແລະ​ຮັບປະກັນ​ວ່າ ພວກ​ຊາວ​ເມືອງ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ເພື່ອ​ໃຫ້​ຊີວິດຢູ່​ລອດ ຫຼື​ອົບ​ພະຍົບ ອອກ​ໄປ​ຢູ່​ບ່ອນ​ອື່ນ.

​ໃນ​ການ​ເຄື່ອນ​ໄຫວ​ອີກ​ດ້ານ​ນຶ່ງ ກອງທັບ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ​ ໃກ້​ກັບ​ເຂື່ອນ Mosul ​ເພື່ອ​ຊ່ອຍ​ເຫຼືອ​ການ​ປະຕິບັດ​ງານ​ຮັກສາ​ຄວາມ​
ປອດ​ໄພ​ຂອງ​ອີຣັກນັ້ນ ​ແລະ​ວ່າ ການ​ໂຈມ​ຕີ​ໄດ້​ທຳລາຍ​ລົດ​ຄັນ​ນຶ່ງ​ ທີ່​ພວກ​ຫົວ​ຮຸນ​ແຮງ
​ລັດ​ອິສລາມ​ ນຳ​ໃຊ້​ນັ້ນ.

iraq24august14
please wait
Embed

No media source currently available

0:00 0:00:21 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິ​ທະ​ຍຸ-ໂທ​ລະ​ພາບ ວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG