ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງກຳລັງ ຂອງອີຣັກ ຍິງປືນໃຫຍ່ ເຂົ້າໃສ່ ພື້ນທີ່ທາງຕາເວັນອອກ ຂອງເມືອງ Mosul


ໜ່ວຍກຳລັງພິເສດ ຕໍ່ຕ້ານການກໍ່ການຮ້າຍ ຂອງອີຣັກ ກຽມ
ພ້ອມທີ່ຈະບຸກໂຈມ ທີ່ໝັ້ນຂອງກຸ່ມລັດອິສລາມ ໃນຂະນະ
ທີ່ການສູ້ລົບ ເພື່ອຢຶດເອົາເມືອງ Mosul ຈາກພວກຫົວຮຸນ
ແຮງຈັດ ກ້າວເຂົ້າສູ່ອາທິດທີສອງ ໃນຄຸ້ມ Tob Zawa, ນອກເມືອງ Mosul, ວັນທີ 24 ຕຸລາ 2016.
ໜ່ວຍກຳລັງພິເສດ ຕໍ່ຕ້ານການກໍ່ການຮ້າຍ ຂອງອີຣັກ ກຽມ ພ້ອມທີ່ຈະບຸກໂຈມ ທີ່ໝັ້ນຂອງກຸ່ມລັດອິສລາມ ໃນຂະນະ ທີ່ການສູ້ລົບ ເພື່ອຢຶດເອົາເມືອງ Mosul ຈາກພວກຫົວຮຸນ ແຮງຈັດ ກ້າວເຂົ້າສູ່ອາທິດທີສອງ ໃນຄຸ້ມ Tob Zawa, ນອກເມືອງ Mosul, ວັນທີ 24 ຕຸລາ 2016.

ກອງກຳລັງຂອງອີຣັກ ໄດ້ຍິງປືນໃຫຍ່ ເຂົ້າໃສ່ບໍລິເວນ ນອກເມືອງMosul ໃນວັນຈັນ
ມື້ນີ້ ຂະນະທີ່ການບຸກໂຈມຕີ ເພື່ອຢຶດເອົາເມືອງໃຫຍ່ອັນດັບສອງຂອງປະເທດ ຈາກ ພວກຫົວຮຸນແຮງລັດອິສລາມ ໄດ້ກ້າວເຂົ້າສູ່ສັບປະດາທີສອງຢູ່ນີ້.

ການໂຈມຕີດັ່ງກ່າວ ໄດ້ສຸມເຂົ້າ ໃກ້ເມືອງ Bartella ຕັ້ງຢູ່ກ້ຳຕາເວັນອອກຂອງ ເມືອງ Mosul ປະມານ 15 ກິໂລແມັດ. ກຳລັງຂອງອີຣັກ ພ້ອມກັນກັບ ພວກນັກລົບຊາວເຄີດ ໄດ້ເຄື່ອນຍ້າຍຜ່ານເມືອງນ້ອຍຕ່າງໆ ໄປທາງທິດຕາເວັນອອກ ແລະ ທາງໃຕ້ ຂອງ
ເມືອງ Mosul ໃນຂະນະດຽວກັນ ພວກທະຫານກໍບຸກໃກ້ເຂົ້າໄປ ໃນຕົວເມືອງ Mosul ຕື່ມອີກເລື້ອຍໆ.

ທ່ານ Brett McGurk ທູດພິເສດສຳລັບ ແນວໂຮມທີ່ນຳພາໂດຍສະຫະລັດ ທີ່ກຳລັງ ປະຕິບັດການໂຈມຕີທາງອາກາດ ທີ່ແນເປົ້າໝາຍໃສ່ ຕໍ່ຕ້ານພວກກຸ່ມລັດອິສລາມ ເປັນເວລາສອງປີຜ່ານມາ ກໍໄດ້ລົງຂໍ້ຄວາມຜ່ານທາງ Twitter ວ່າ ຫຼັງຈາກສັບປະດາ ທຳອິດ “ວັດຖຸປະສົງທັງໝົດ ໄດ້ຮັບຕາມເປົ້າໝາຍ ຈົນມາເຖິງຕອນນີ້.”

ໃນວັນຈັນມື້ນີ້ ເຊັ່ນກັນ ກຸ່ມປົກປ້ອງສິດທິມະນຸດ ຫຼື HRW ໄດ້ຮຽກຮ້ອງໃຫ້ທຳການ
ສືບສວນສອບສວນ ເຂົ້າໃນການໂຈມຕີທາງອາກາດ ເມື່ອສັບປະດາແລ້ວນີ້ ທີ່ໄດ້ ສັງຫານຢ່າງນ້ອຍ 13 ຄົນ ຢູ່ທີ່ວັດອິສລາມ ໃກ້ໆກັບເມືອງ Kirkuk. ການໂຈມຕີ
ດັ່ງກ່າວ ມີຂຶ້ນໃນລະຫວ່າງການບຸກໂຈມຕີໂດຍພວກນັກລົບລັດອິສລາມ ທີ່ເຊື່ອກັນ
ວ່າ ເປັນການແນເປົ້າໝາຍໃສ່ ພວກທະຫານຂອງອີຣັກ ທີ່ກຳລັງສົນລະວົນ ຈາກການ ສູ້ລົບໃນອ້ອມແອ້ມເມືອງ Mosul ຢູ່ນັ້ນ.

ພາບໃບປິວ ເຜີຍແພ່ໂດຍ ຫ້ອງການຂ່າວ ຂອງສຳນັກງານນາຍົກລັດຖະມົນຕີ ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ຂອງອີຣັກ ທ່ານ Haidar al-Abadi, ຂວາ, ກຳລັງພົບປະກັບ ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໃນນະຄອນຫຼວງ Baghdad, ວັນທີ 22 ຕຸລາ 2016.
ພາບໃບປິວ ເຜີຍແພ່ໂດຍ ຫ້ອງການຂ່າວ ຂອງສຳນັກງານນາຍົກລັດຖະມົນຕີ ສະແດງໃຫ້ເຫັນ ນາຍົກລັດຖະມົນຕີ ຂອງອີຣັກ ທ່ານ Haidar al-Abadi, ຂວາ, ກຳລັງພົບປະກັບ ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ໃນນະຄອນຫຼວງ Baghdad, ວັນທີ 22 ຕຸລາ 2016.

ກຸ່ມປົກປ້ອງສິດທິມະນຸດນັ້ນ ໄດ້ກ່າວວ່າ ລັກຖານທີ່ຕົນໄດ້ກວດສອບເບິ່ງ ແມ່ນສອດ
ຄ່ອງກັບການໂຈມຕີທາງອາກາດ ແຕ່ຍັງໄດ້ຊີ້ໃຫ້ເຫັນວ່າ ສະຖານທີ່ ແມ່ນຢູ່ພາຍໃນ ລັດສະມີການໂຈມຕີດ້ວຍປືນໃຫຍ່ ຂອງຊາວເຄີດ ແລະ ທີ່ໝັ້ນຂອງພວກລັດອິສລາມ.

ໂຄສົກກອງທັບສະຫະລັດ ພັນເອກ John Dorrian ໄດ້ກ່າວວ່າ ກຸ່ມແນວໂຮມ ໄດ້ “ພິຈາລະນາ ຢ່າງຄັກແນ່” ວ່າກອງກຳລັງຂອງຕົນ ບໍ່ມີຄວາມຮັບຜິດຊອບ ຕໍ່ການ
ໂຈມຕີທາງອາກາດ. ລັດຖະບານຂອງອີຣັກ ໄດ້ກ່າວວ່າ ຕົນກໍໄດ້ທຳການສືບສວນ ສອບສວນ ການໂຈມຕີດັ່ງກ່າວເຊັ່ນກັນ.

ບັນດາຜູ້ບັນຊາການ ຊາວເຄີດ ກໍໄດ້ອ້າງວ່າ ການບຸກໜ້າທີ່ສຳຄັນ ໃນວັນອາທິດວານນີ້ ຢູ່ໃນເມືອງ Bashiqa ທີ່ຕັ້ງຢູ່ບໍ່ໄກຈາກເມືອງ Bartella ທາງກ້ຳເໜືອ ປະກອບດ້ວຍ ການກ່າວວ່າ ພວກນັກລົບຂອງພວກເຂົາເຈົ້າ ໄດ້ເຂົ້າໄປໃນເມືອງດັ່ງກ່າວ. ແຕ່ຫາກວ່າ ພວກນັກຂ່າວ ບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າໄປໄດ້ ແລະ ສະຖານະພາບຂອງເມືອງນັ້ນ ແມ່ນຍັງບໍ່ໄດ້ຮັບການຢັ້ງຢືນເທື່ອ ຈົນເຖິງຕອນເຊົ້າວັນຈັນມື້ນີ້.

ການບຸກຄືບໜ້າ ໄດ້ເກີດຂຶ້ນ ໃນຂະນະທີ່ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter ຜູ້ທີ່ກຳລັງຢ້ຽມຢາມປະເທດ ໄດ້ຈັດຕັ້ງການເຈລະຈາ ກັບ ຜູ້ນຳຊາວເຄີດ ທ່ານ Masud Barzani ແລະ ບັນດາຜູ້ບັນຊາການກອງທັບທີ່ສຳຄັນ ໃນເມືອງ Irbil ທີ່ໃກ້ຄຽງ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Iraq Mosul
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG