ກຳລັງຂອງອີຣັກໄດ້ເຂົ້າໄປ ແລະຍຶດຄືນໂຮງກັ່ນນ້ຳມັນແຫ່ງ
ໃຫຍ່ທີ່ສຸດຂອງປະເທດ ຈາກກຸ່ມລັດອິສລາມ ໄດ້ແລ້ວ.
ໂຄສົກປະຈຳກຸ່ມປະສົມພາຍໃຕ້ການນຳພາຂອງສະຫະລັດ
ທີ່ທຳການຕໍ່ສູ້ກັບກຸ່ມລັດອິສລາມ ກ່າວວ່າ ພວກທະຫານໄດ້
ຍຶດເອົາໂຮງກັ່ນນ້ຳມັນ Baiji ແລະເຂດອ້ອມແອ້ມທັງໝົດ
ໃນເວລາປະມານຕອນທ່ຽງວັນເສົາວານນີ້. ແຕ່ບັນດາເຈົ້າ
ໜ້າທີ່ໃນແຂວງ Salahuddin ບ່ອນທີ່ໂຮງກັ່ນນ້ຳມັນຕັ້ງຢູ່
ນັ້ນ ກ່າວວ່າ ການສູ້ລົບຍັງດຳເນີນສືບຕໍ່ມາຢູ່ບາງແຫ່ງ ອ້ອມ
ແອ້ມໂຮງກັ່ນນ້ຳມັນນັ້ນ.
ພວກກະບົດໄດ້ທຳການໂຈມຕີໂຮງກັ່ນນ້ຳມັນທີ່ເມືອງ Baiji ຊຶ່ງຕັ້ງຢູ່ຫ່າງຈາກນະຄອນ
ຫຼວງແບກແດັດ 250 ຫຼັກກິໂລແມັດໄປທາງທິດເໜືອ ເປັນເວລາຫຼາຍມື້ເມື່ອໜຶ່ງອາທິດຜ່ານມາ. ພວກກະບົດໄດ້ຍຶດເອົາສະຖານທີ່ຫຼາຍແຫ່ງ ຮວມທັງບ່ອນເກັບມ້ຽນລົດຖັງ
ສະຖາບັນເຕັກນິກ ແລະຈຸດແຈກຈ່າຍນ້ຳມັນແຫ່ງໜຶ່ງ.
ໂຮງກັ່ນນ້ຳມັນ Baiji ຜະລິດນ້ຳມັນໄດ້ປະມານ 175 ພັນຖັງ ຕໍ່ມື້ ກ່ອນຖືກປິດລົງໃນເດືອນມິຖຸນາປີແລ້ວນີ້ ເວລາພວກກຸ່ມລັດອິສລາມ ເຂົ້າຍຶດເອົາ ໃນເວລາດຽວກັນກັບທີ່ຍຶດເອົາເມືອງ Mosul.
ກຳລັງຂອງອິຣັກໄດ້ບຸກເຂົ້າຍຶດເອົາຄືນ ໃນເດືອນພະຈິກ ແຕ່ກໍເສຍຄືນໃຫ້ ພວກລັດອິສ
ລາມອີກ.
ກຳລັງຂອງອີຣັກ ແລະພວກກຳລັງປະກອບອາວຸດນິກາຍ Shi’ite w ໄດ້ເຮັດໃຫ້ກະບົດກຸ່ມລັດອິສລາມໄດ້ຮັບການປາໄຊ ຢ່າງໜັກໃນເດືອນນີ້ ໂດຍຂັບໄລ່ພວກເຂົາອອກຈາກເມືອງ Tikrit ໄປ.
ກຸ່ມລັດອິສລາມໄດ້ໂຈມຕີຄືນອີກທີ່ເມືອງ Baiji ແລະໃນແຂວງ Anbar ໃນພາກຕາເວັນຕົກຂອງປະເທດ ເຮັດໃຫ້ປະຊາຊົນໃນຂົງເຂດ ຫຼາຍພັນຄອບຄົວຕ້ອງຫຼົບໜີ ແລະເວລານີ້ ກຳລັງຂົ່ມຂູ່ທີ່ຈະຍຶດເອົາ ຣາມາດີ ເມືອງຫຼວງຂອງແຂວງດັ່ງກ່າວ.
ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ປະຈຳແຂວງທ່ານໜຶ່ງ ກ່າວວ່າ ກຳລັງກອງໜຸນຫຼັງພວມເດີນ
ທາງມາ ແລະວ່າ ເມືອງດັ່ງກ່າວບໍ່ໄດ້ຢູ່ໃນອັນຕະລາຍແຕ່ຢ່າງໃດ.