ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທັບ ອີຣັກ ໂຈມຕີຜັກດັນເລິກເຂົ້າໄປໃນ ພາກເວັນຕົກຂອງເມືອງ ໂມຊູລ


ກອງກຳລັງພິເສດ ອີຣັກ ເຄື່ອນເຂົ້າໃນພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 24 ກຸມພາ, 2017.
ກອງກຳລັງພິເສດ ອີຣັກ ເຄື່ອນເຂົ້າໃນພາກຕາເວັນຕົກຂອງເມືອງ ໂມຊູລ, ອີຣັກ. 24 ກຸມພາ, 2017.

ວັນອາທິດວານນີ້ ກອງກຳລັງ ອີຣັກ ໄດ້ຜັກດັນເຂົ້າໄປໃນພາກຕາເວັນຕົກເລິກກວ່າເກົ່າ, ຍຶດໄດ້ເພີ່ມເຕີມສອງໝູ່ບ້ານ ຈາກພວກຫົວຮຸນແຮງ ລັດອິສລາມ ໃນຂະນະທີ່ປະຊາຊົນ ໃນທ້ອງຖິ່ນ ສືບຕໍ່ຫຼົບໜີໄປຫາພາກ ສ່ວນທີ່ລັດຖະບານຄວບຄຸມໃນເມືອງທີ່ຖືກໂຈມຕີ ນັ້ນ.

ໃນການເລີ່ມໂຈມຕີຄັ້ງໃໝ່ຂອງລັດຖະບານໜຶ່ງສັບປະດາເຕັມ, ພວກຜູ້ເຫັນເຫດການ ແລະ ບັນດາຜູ້ບັນຊາການທະຫານໄດ້ກ່າວວ່າ ກອງກຳລັງ ອີຣັກ ທີ່ໄດ້ຮັບການໜູນຫຼັງ ໂດຍກຳລັງທາງອາກາດນຳໜ້າໂດຍ ສະຫະລັດ ນັ້ນ, ໄດ້ປົດປ່ອຍຫຼາຍຫົວເມືອງ ແລະ ໄດ້ ເພັ່ງເລັງໃສ່ການຂະຫຍາຍ ແລະ ປ້ອງກັນຂົວຂ້າມແມ່ນ້ຳ Tigris ຫຼາຍແຫ່ງ.

ບໍ່ມີການລາຍງານໃນທັນທີທັນໃດ ກ່ຽວກັບ ຜູ້ບາດເຈັບ ແລະ ເສຍຊີວິດໃນການໂຈມຕີ ຄັ້ງນີ້.

ລາຍງານຂອງອົງການຂ່າວ ຊາວເຄີດ ຂອງ ອີຣັກ ຈາກຈຸດເກີດເຫດ ກ່າວວ່າ ພວກພົນ ລະເຮືອນໄດ້ສືບຕໍ່ຫຼົບໜີ ອອກຈາກເມືອງທີ່ມີ ການຕໍ່ສູ້ໄປພ້ອມໆກັນ, ເຊິ່ງຄົນສ່ວນ ຫຼາຍນັ້ນໄດ້ຂີ່ລົດເມໄປຄ້າຍອົບ ພະຍົບທີ່ສາມາດຮອງຮັບຄົນໄດ້ 20,000 ຄົນ ໃນພາກ ຕາເວັນຕົກ ຂອງເມືອງ Mosul. ລາຍງານຂອງອົງການຂ່າວ Rudaw ກ່າວວ່າ ປະຊາ ຊົນເກືອບ 4,000 ຄົນໄດ້ຫຼົບໜີ ອອກຈາກຫຼາຍເມືອງໃນ ເວລາ 48 ຊົ່ວໂມງທີ່ຜ່ານມາ.

ໃນຍາມທີ່ມີສັນຕິພາບນັ້ນ, ພາກຕາເວັນຕົກຂອງເມືອງ Mosul ແມ່ນບ່ອນຢູ່ຂອງພົນ ລະເຮືອນ 750,000 ຄົນ. ແຕ່ໃນວັນເສົາທີ່ຜ່ານມາ, ອົງການສະຫະປະຊາຊາດ ໄດ້ ອະທິບາຍເຖິງວິກິດການມະນຸດສະທຳໃນບໍລິເວນກວ້າງຂວາງ, ດ້ວຍການປະເຊີນໜ້າ ຂອງພົນລະເຮືອນກັບ ຄວາມຂາດແຄນອາຫານ, ນໍ້າມັນເຊື້ອໄຟ ແລະ ອຸປະກອນການ ແພດ.

ພົນລະເຮືອນຫຼາຍຄົນທີ່ຕົກຢູ່ພາຍໃຕ້ການໂຈມຕີໃນພາກຕາເວັນຕົກຂອງເມືອງ Mosul ໄດ້ຫຼົບໜີໄປສະຖານທີ່ດັ່ງກ່າວ ຫຼັງຈາກຖືກບັງຄັບໃຫ້ອອກຈາກພາກຕາເວັນອອກຂອງ ເມືອງ ເພື່ອຫຼີກລ່ຽງການຕໍ່ສູ້ທີ່ດຸເດືອດ ໃນສັບປະດາທີ່ຜ່ານມາ.

ກອງທັບພັນທະມິດນຳໜ້າໂດຍ ສະຫະລັດ ທີ່ຖືກສົ່ງໄປຢ່າງເປັນທາງການໃນຖານະ ຄູຝຶກ ແລະ ຜູ້ຊີ້ນຳນັ້ນ, ໄດ້ຊ່ວຍເຫຼືອກອງກຳລັງ ອີຣັກ ໃນການໂຈມຕີເມືອງ Mosul, ເຊິ່ງໄດ້ເລີ່ມຂຶ້ນໃນເດືອນພະຈິກທີ່ຜ່ານ ມາ ແລະ ໄດ້ຂະຫຍາຍເຂົ້າໄປໃນພາກ ຕາເວັນຕົກຂອງເມືອງທີ່ຖືກ ປ້ອງກັນຢ່າງໜັກນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG