ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງອີຣັກ ແລະ ພວກຫົວຮຸນແຮງ ຍັງສືບຕໍ່ ປະທະກັນ ທີ່ໂຮງກັ່ນນ້ຳມັນ ໃຫຍ່ສຸດ (ສະໄລດ໌/ວີດີໂອ)


ແຜນທີ່ອີຣັກ
ແຜນທີ່ອີຣັກ
ກຳລັງ​ຂອງ​ອີຣັກ ​ແລະ​ພວກຫົວ​ຮຸນ​ແຮງນິກາຍ​ຊຸນ​ນີ ທີ່ພວມ
​ທຳ​ການ​ຕໍ່ສູ້​ກັນ​ເພື່ອ​ເຂົ້າ​ຄວບ​ຄຸມໂຮງ​ກັ່ນ​ນ້ຳມັນ​ໃຫຍ່​ທີ່​ສຸດ​
ຂອງ​ປະ​ເທດນັ້ນ ​ຍັງ​ສືບ​ຕໍ່​ປະ​ທະ​ກັນ​ ໃນ​ວັນ​ພະຫັດ​ມື້​ນີ້ ທີ່
ໂຮງກັ່ນນ້ຳມັນດັ່ງກ່າວ ໃນ​ເມືອງ Beiji.

ພວກ​ທີ່​ເຫັນ​ເຫດການ ​ແຈ້ງ​ໃຫ້​ຊາບ​ວ່າ ເຫັນ​ຄວັນ​ໄຟ​ພຸ່ງ​ຂຶ້ນ​
ຈາກໂຮງ​ກັ່ນ​ນ້ຳມັນ ​ແລະ​ກ່າວ​ວ່າ ​ເຫັນ​ທຸງ​ສີດຳ​ຂອງ​ພວກຫົວ
ຮຸນແຮງລັດ​ອິສລາມ​ຂອງ​ອີຣັກ ​ແລະ​ເຂດ Levant ປີວ​ສະບັດ
ຢູ່ອາຄານ​ຫຼັງ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ອີຣັກ ກ່າວ​ວ່າ ລັດຖະ
ບານ​ຍັງ​ຄວບຄຸມ​ໂຮງ​ກັ່ນ​ນ້ຳມັນ​ຢູ່ ຊຶ່ງ​ຕັ້ງ​ຢູ່​ລະຫວ່າງ​ກາງ​ທາງໄປ​ຫາແບັກ​ແດດ
ແລະ​ເມືອງ Mosul ນັ້ນ.

ສະຫະລັດ​ ກຳລັງ​ສືບ​ຕໍ່​ພິຈາລະນາ​ ເພື່ອ​ຊັ່ງຊາເບິ່ງ​ທາງ​ເລືອກ​ຕ່າງໆ ​ກ່ຽວກັບວ່າ​
ຈະຊ່ອຍ​ອີຣັກວິທີໃດ ເພື່ອຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ ທີ່​ໄດ້​ຍຶດ​ເອົາ​ພວກຫົວ​ເມືອງ
ສຳຄັນໆ​ໃນ​ພາກ​ເໜືອ ​ແລະ​ໄດ້​ຂົ່ມຂູ່​ທີ່​ຈະ​ບຸກລົງ​ມາສູ່ນະຄອນຫຼວງແບັກ​ແດດ
ນັ້ນ.

ພົນ​ເອກ Martin Dempsey ປະທານ​ຫົວໜ້າ​ເສນາ​ທິການ​ກອງທັບ ກ່າວ​ຕໍ່​ອະ
ນຸ​ກຳມະການ​ສະພາ​ສູງ​ສະຫະລັດ​ໃນ​ວັນ​ພຸດ​ວານ​ນີ້​ວ່າລັດຖະບານ​ອີຣັກ​ໄດ້​ຂໍ​ຮ້ອງ​ໃຫ້ສະຫະລັດຊ່ອຍ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ.
CN- Iraq Requests US Air Strikes as ISIL Advances
please wait

No media source currently available

0:00 0:02:50 0:00

ນາຍ​ພົນ Dempsey ກ່າວ​ວ່າ ລັດຖະບານ​ອີຣັກ ພາຍ​ໃຕ້​ການ​ນຳພາ​ຂອງ​ນິກາຍ Shi’ite ​ໄດ້​ສ້າງ​ຄວາມ​ລົ້ມ​ແຫຼວ​ໃຫ້​ແກ່​ປະຊາຊົນ​ຂອງ​ຕົນ ແລະ​ວ່າ​ພວກ​ຜູ້ນຳ​ບໍ່​
ໄດ້​ດຳ​ເນີນ​ຕາມ​ຄຳ​ໝັ້ນ​ໝາຍ​ຂອງ​ຕົນ​ເພື່ອ​ປະກອບ​ຄະນະ​ລັດຖະບານ​ສາມັກຄີ​
ຊາດ​ຂຶ້ນ​ກັບ​ພວກຊຸນ​ນີ ​ແລະ​ຊາວ Kurds ນັ້ນ.
Obama Faces Limited Options in Iraq
please wait

No media source currently available

0:00 0:02:58 0:00

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ​ໄດ້​ໂອ້​ລົມ​ກັນ​ທາງ ໂທລະສັບ
​ກັບ​ນາຍົກລັດຖະມົນຕີ Nouri al-Maliki ຂອງ​ອີຣັກ ຕະຫຼອດທັງ​ກັບພວກ​ຜູ້ນຳ​
ກຸ່ມ​ຊຸນ​ນີ ​ແລະ​ຊາວ Kurd ​ໃນວັນພຸດວານ​ນີ້ ຊຶ່ງ​ທ່ານ​ໄດ້​ເນັ້ນ​ເຖິງຄວາມຈຳເປັນ
ໃນການຕັ້ງ​ຄະນະລັດຖະບານ​ສາມັກຄີ​ຊາດ ທີ່​ສາມາດ​ຮັບ​ມື​ກັບ​ການ​ຂົ່ມຂູ່​ຂອງ
​ພວກ​ຫົວ​ຮຸນ​ແຮງ​ຕໍ່​ປະຊາຊົນ​ທັງ​ໝົດ​ຂອງ​ອີຣັກນັ້ນ.
iraq19june14
please wait
Embed

No media source currently available

0:00 0:00:58 0:00
XS
SM
MD
LG