ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງຂອງອີຣັກ ເປີດສາກ ບຸກໂຈມຕີ ກຸ່ມລັດອິສລາມ ເພື່ອຍຶດເອົາເມືອງ ຕີກຣິດ ຄືນ


ກຳລັງຮັກສາຄວາມປອດໄພ ອີຣັກ ແລະພວກນັກຕໍ່ສູ້ Shi'ite ສົ່ງສັນຍານ ຢູ່ເທິງຫລັງລົດຫຸ້ມເກາະ ເວລາພວກເຂົາເຈົ້າ
ໄປເຕົ້າໂຮມກັນທີ່ເຂື່ອນ Udhaim ທາງທິດເໜືອຂອງແບກແດດ, ວັນທີ 1 ມີນາ 2015.
ກຳລັງຮັກສາຄວາມປອດໄພ ອີຣັກ ແລະພວກນັກຕໍ່ສູ້ Shi'ite ສົ່ງສັນຍານ ຢູ່ເທິງຫລັງລົດຫຸ້ມເກາະ ເວລາພວກເຂົາເຈົ້າ ໄປເຕົ້າໂຮມກັນທີ່ເຂື່ອນ Udhaim ທາງທິດເໜືອຂອງແບກແດດ, ວັນທີ 1 ມີນາ 2015.

ກອງທະຫານ​ ​ແລະ​ພວກນັກ​ຕໍ່ສູ້ກອງ​ຫຼອນຂອງ​ອີຣັກ ​ໄດ້​ທຳ​
ການ​ໂຈມ​ຕີ​ພວກຫົວ​ຮຸນ​ແຮງ​ກຸ່ມລັດ​ອິສລາມ ​ໃນ​ຂົງ​ເຂດ​ສຳ
ຄັນ​ແຫ່ງ​ນຶ່ງ​ທາງ​ທິດເໜືອ​ຂອງ​ນະຄອນຫຼວງ​ແບກ​ແດດ ໃນ​
ວັນ​ຈັນ​ມື້​ນີ້ ​ຊຶ່ງ​ເປັນ​ການເປີດ​ສາກ​ການ​ບຸກ​ໂຈມ​ຕີ ທີ່​ໄດ້​ມີ​
ການ​ໂຄສະນາ​ໄວ້​ລ່ວງ​ໜ້າ​ມາ​ແລ້ວ ​ເພື່ອ​ຍຶດ​ເອົາ​ເມືອງ
Tikrit ຄືນນັ້ນ.

ພວກ​ຜູ້​ບັນຊາ​ການ​ທະຫານ ກ່າວ​ວ່າ ກອງທັບ​ອາກາດ​ອີຣັກ
​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ​ໃນ​ຂະນະ​ດຽວ​ກັນກອງທະ
ຫານ​ທາງ​ພາກ​ພື້ນ​ດິນ ​ກໍໄດ້​ທຳ​ການ​ບຸກລຸກ​ເຂົ້າໄປໃນ​ຫຼາຍ
​ດ້ານ.

ກຸ່ມ​ລັດ​ອິສລາມ ​ໄດ້​ຍຶດຄອງ​ເມືອງ Tikrit ມາ​ຕັ້ງ​ແຕ່​ເດືອນມິຖຸນາ ​ເວລາ​ພວກເຂົາ​ບຸກ
ຖະລົ່ມ​ເຂົ້າ​ໄປ​ໃນ​ທົ່ວພາກ​ເໜືອ​ຂອງ​ອີຣັກ ຊຶ່ງ​ພວກ​ເຂົາ​ໄດ້ຍຶດ​ເອົາເມືອງ Mosul ​ນຳ
ຊຶ່ງ​ເປັນ​ເມືອງ​ໃຫຍ່ອັນ​ດັບ​ສອງ​ຂອງ​ອີຣັກ ທີ່​ຕັ້ງ​ຢູ່​ໃນເໜືອແຂວງ Saladin ​ຂອງ​ເມືອງ
Tikrit ​ຂຶ້ນ​ໄປ​ເລັກ​ນ້ອຍ.

Iraq Tikrit
please wait
Embed

No media source currently available

0:00 0:01:54 0:00

ນາຍົກລັດຖະມົນຕີອີຣັກ ທ່ານ Haider Al-Abadi ປະກາດ​ເລື້ອງ​ການເລີ້ມ​ການ​ປະຕິ
ບັດ​ງານ​ທາງ​ທະຫານ​ດັ່ງກ່າວ​ໃຫ້​ຮູ້​ ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ຂະນະ​ທີ່​ເດີນທາງ​ໄປ​ຍັງ
​ເມືອງ Samarra ທີ່ຢູ່ໃກ້​ກັນ ​ເພື່ອໄປ​ກຳກັບເບິ່ງ​ນຳ ການ​ດຳ​ເນີນ​ຄວາມພະຍາຍາມ
ຂອງ​ພວກ​ທະຫານ ເພື່ອປົດ​ປ່ອຍ​ເມືອງ Tikrit ​ແລະ​ແຂວງ Saladin.

ທ່ານ​ໄດ້​ຮຽກຮ້ອງໄປ​ຍັງ ພວກ​ນັກ​ຕໍ່ສູ້​ຊົນ​ເຜົ່າ​ຊຸນ​ນີ ​ໃຫ້​ໜີອອກ​ຈາກ​ກຸ່ມ​ລັດ​ອິສລາມ​.
ທ່ານ​ໄດ້​ສະ​ເໜີ ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ”​ໂອກາດ​ສຸດ​ທ້າຍ” ສຳລັບພວກ​ນັກ​ຕໍ່ສູ້​ຊົນ​ເຜົ່າ
​ຊຸນ​ນີ ​ແລະໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ນີລະ​ໂທດ​ກຳແກ່​ພວກ​ເຂົາ ​ໃນ​ລະຫວ່າງ​ຖະ​ແຫລ​ງ
ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ທີ່​ເມືອງ Samarra ນັ້ນ.

ຊາວເຄີດສ໌ ສະຫຼອງ ການຂັບໄລ່ພວກ IS ອອກຈາກເມືອງTal Hamis:

Kurds Celebrate Ouster of Islamic State From Tal Hamis
please wait

No media source currently available

0:00 0:01:05 0:00

XS
SM
MD
LG