ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງກຳລັງ ອີຣັກ ຍຶດໄດ້ຄືນເມືອງ ຣາມາດີ ຈາກພວກ IS


ສະມາຊິກຂອງ ກອງກຳລັງປາບປາມລັດທິກໍ່ການຮ້າຍ ອີຣັກ ກວດກາ ເຂດອ້ອມຮອບຂອງລາວໃນຖະໜົນແຫ່ງໜຶ່ງ
ຂອງເມືອງ ຣາມາດີ ຕິດກັບຊຸມຊົນ Dhubbat ແລະ Hoz, 25 ທັນວາ, 2015.
ສະມາຊິກຂອງ ກອງກຳລັງປາບປາມລັດທິກໍ່ການຮ້າຍ ອີຣັກ ກວດກາ ເຂດອ້ອມຮອບຂອງລາວໃນຖະໜົນແຫ່ງໜຶ່ງ ຂອງເມືອງ ຣາມາດີ ຕິດກັບຊຸມຊົນ Dhubbat ແລະ Hoz, 25 ທັນວາ, 2015.

ກອງກຳລັງ ອີຣັກ ໄດ້ເກັບກວາດຖະໜົນໃນເມືອງ ຣາມາດີ ຢ່າງລະ ມັດ ລະວັງໃນວັນຈັນມື້ນີ້, ເພື່ອຊອກຫາລະເບີດ ແລະ ກັບດັກລະ ເບີດທີ່ມີຄວາມ ເປັນໄປໄດ້ວ່າ ພວກຫົວຮຸນແຮງ ລັດອິສລາມ ໄດ້ ຕິດຕັ້ງໄວ້ກ່ອນພວກເຂົາຈະສູນເສຍ ການຄວບຄຸມເມືອງໃຫ້ທະ ຫານ ອີຣັກ.

ກອງກຳລັງດັ່ງກ່າວໄດ້ເຮັດວຽກມຸ້ງໜ້າໄປຫາສູນກາງ ຂອງບໍລິ ເວນຕຶກອາຄານ ຂອງລັດຖະບານຫຼັງຈາກຍຶດຂົງເຂດດັ່ງກ່າວໄດ້ຄືນໃນວັນອາທິດວານນີ້. ພວກຫົວຮຸນແຮງ ລັດອິສລາມ ໄດ້ຍຶດເອົາເມືອງດັ່ງກ່າວເຊິ່ງເປັນເມືອງຫຼວງ ຂອງແຂວງ Anbar ໃນເດືອນພຶດ ສະພາທີ່ຜ່ານມາ.

ກອງກຳລັງຮັກສາຄວາມໝັ້ນຄົງ ອີຣັກ ເດີນທາງເຂົາໃນຊຸມຊົນ Huz ທີ່ຖືກທຳລາຍຢ່າງໜັກ ໃນຕົວເມືອງ ຣາມາດີ, 115 ກິໂລແມັດ ທາງພາກຕາເວັນຕົກຂອງ ນະຄອນຫຼວງ ແບກແດັດ. 26 ທັນວາ 2015.
ກອງກຳລັງຮັກສາຄວາມໝັ້ນຄົງ ອີຣັກ ເດີນທາງເຂົາໃນຊຸມຊົນ Huz ທີ່ຖືກທຳລາຍຢ່າງໜັກ ໃນຕົວເມືອງ ຣາມາດີ, 115 ກິໂລແມັດ ທາງພາກຕາເວັນຕົກຂອງ ນະຄອນຫຼວງ ແບກແດັດ. 26 ທັນວາ 2015.

ກອງກຳລັງ ອີຣັກ ຍັງບໍ່ໄດ້ປະກາດໄຊຊະນະທັງໝົດເທື່ອ ເພາະວ່າອາດຍັງມີກຸ່ມພວກ Jihad ຫຼົງເຫຼືອຢູ່. ບັນດາເຈົ້າໜ້າທີ່ກ່າວວ່າ, ແນວໃດກໍຕາມ, ກອງກຳລັງນີ້ບໍ່ໄດ້ປະເຊີນໜ້າກັບການ ຕໍ່ຕ້ານເລີຍຕັ້ງແຕ່ພວກ Jihad ໄດ້ຫຼົບໜີອອກໄປໃນວັນອາທິດວານນີ້. ຕອນນີ້ຍັງບໍ່ມີລາຍ ງານທີ່ໜ້າເຊື່ອຖືໄດ້ກ່ຽວກັບຜູ້ບາດເຈັບ ແລະ ເສຍຊີວິດ

ແລະກໍຍັງບໍ່ທັນກະຈ່າງແຈ້ງເທື່ອ ວ່າມີພົນລະເມືອງຫຼາຍປານໃດຍັງເຫຼືອຢູ່ໃນກາງເມືອງ ຣາມາດີ, 100 ກິໂລແມັດທາງພາກຕາເວັນຕົກຂອງ ນະຄອນຫຼວງ ແບກແດັດ. ແຕ່ວ່າໂຄສົກ ອີຣັກ ຄົນໜຶ່ງເວົ້າວ່າ ປະຊາຊົນສ່ວນໃຫຍ່ທີ່ອາໄສຢູ່ໃນເຂດດັ່ງກ່າວ ໄດ້ໄປຫາບ່ອນຫຼົບລີ້ຢູ່ ໂຮງພະຍາບານທີ່ຢູ່ໃກ້ຄຽງ.

ຫຼັງຈາກຫຼາຍເດືອນຂອງການກະກຽມ, ກອງກຳລັງ ອີຣັກ ທີ່ໄດ້ຮັບການໜູນຫຼັງໂດຍການໂຈມ ຕີທາງອາກາດນຳໜ້າໂດຍ ສະຫະລັດ ໄດ້ພັກດັນເຂົ້າໄປໃນໃຈກາງຂອງເມືອງໃນສັບປະດາທີ່ ຜ່ານມາ ໃນຄວາມພະຍາຍາມຮ່ວມກັນ ເພື່ອຍຶດຄືນເມືອງດັ່ງກ່າວຈາກນັກຮົບລັດອິສລາມ.

XS
SM
MD
LG