ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງ ອີຣັກ ເຂົ້າຍຶດ ຖານທັບອາກາດ ໃກ້ກັບເມືອງ Kirkuk ໄດ້ຄືນ


ສະມາຊິກຂອງກອງກຳລັງລັດຖະບານກາງ ອີຣັກ ເຕົ້າໂຮມກັນ ເພື່ອສືບຕໍ່ເຄື່ອນທັບ ໃນລົດທະຫານທີ່ເມືອງ Kirkuk, ອີຣັກ. Oct. 16 ຕຸລາ, 2017.
ສະມາຊິກຂອງກອງກຳລັງລັດຖະບານກາງ ອີຣັກ ເຕົ້າໂຮມກັນ ເພື່ອສືບຕໍ່ເຄື່ອນທັບ ໃນລົດທະຫານທີ່ເມືອງ Kirkuk, ອີຣັກ. Oct. 16 ຕຸລາ, 2017.

ກອງກຳລັງ ອີຣັກ ໄດ້ເຂົ້າຍຶດຖານທັບອາກາດທີ່ສຳຄັນໃນພາກເໜືອຂອງເມືອງ
Kirkuk ພ້ອມກັບອີກຫຼາຍໆບ່ອນລົງໄປຫາພາກໃຕ້ຂອງເມືອງ ລຸນຫຼັງການຮຽກຮ້ອງ
ໂດຍນາຍົກລັດຖະມົນຕີ ທ່ານ Haider al-Abadi ເພື່ອນຳເອົາການຄວບຄຸມຂົງເຂດ
ທີ່ມີຄວາມຂັດແຍ້ງກັບຄືນມາຈາກກອງກຳລັງຊາວ ເຄີດ.

ກອງທັບ ອີຣັກ ໄດ້ກ່າວໃນວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້ສືບຕໍ່ເຄື່ອນຍ້າຍກຳລັງ ຫຼັງຈາກ
ໄດ້ຮັບໄຊຊະນະທີ່ລວມມີການຍຶດເອົາຖານທັບອາກາດ K1 ແລ້ວ.

ໂທລະພາບລັດຖະບານ ໄດ້ລາຍງານວ່າ ກອງກຳລັງລັດຖະບານໄດ້ເຂົ້າຄວບຄຸມ “ຂົງ
ເຂດຕ່າງໆຢ່າງກວ້າງຂວາງ”
ໃນເມືອງ Kirkuk ເມື່ອຂ້າມຄືນທີ່ຜ່ານມາ. ບັນດາເຈົ້າ
ໜ້າທີ່ຊາວ ເຄີດ ໄດ້ຄັດຄ້ານຕໍ່ການກ່າວອ້າງທີ່ວ່ານັ້ນ, ແຕ່ໄດ້ກ່າວວ່າ ກອງກຳລັງຮັກ
ສາຄວາມປອດໄພທີ່ໄດ້ຮັບການໜູນຫຼັງໂດຍທະຫານບ້ານ ໄດ້ມີສ່ວນຮ່ວມໃນ "ການ
ປະຕິບັດການຄັ້ງໃຫຍ່, ໃນຫຼາຍພາກສ່ວນ”
ທີ່ມີເຈຕະນາ ເພື່ືອບຸກເຂົ້າໄປໃນເມືອງ
Kirkuk ແລະ ຍຶດເອົາຖານທັບອາກາດ ແລະ ບໍ່ນໍ້າມັນ.

ສະພາຮັກສາຄວາມປອດໄພພາກພື້ນຊາວ Kurd ໄດ້ກ່າວວ່າ ພວກນັກຮົບທີ່ສະໜັບ
ສະໜູນລັດຖະບານ ໄດ້ເຄື່ອນກຳລັງຈາກເມືອງ Tuz Khurmatu ປະມານ 10 ກິໂລ
ແມັດທາງພາກໃຕ້ຂອງເມືອງ Kirkuk, ເພື່ອເປີດ “ການໂຈມຕີທີ່ບໍ່ມີເຫດຜົນ” ຕໍ່ກອງ
ກຳລັງ Peshmerga.

ການປະທະກັນໄດ້ມີຂຶ້ນ ໃນຂະນະທີ່ຫ້ອງການຂອງນາຍົກລັດຖະມົນຕີ Haider al-
Abadi ໄດ້ສັ່ງໃຫ້ກອງກຳລັງຮັກສາຄວາມປອດໄພ ອີຣັກ “ປະຕິບັດພາລະກິດການ
ຮັກສາຄວາມປອດໄພໃນເມືອງ ດ້ວຍການຮ່ວມມືກັບປະຊາຊົນ ແລະ ກອງກຳລັງ
Meshmerga.”

ຊາວ ເຄີດ ໄດ້ຄວາມຄຸມເມືອງ Kirkuk ນັບຕັ້ງແຕ່ໄດ້ຂັບໄລ່ພວກນັກຮົບລັດອິສລາມ
ອອກໄປ ຜູ້ທີ່ໄດ້ເຂົ້າໄປໃນ ອີຣັກ ໃນປີ 2014, ແລະ ໄດ້ໂຕ້ແຍ້ງກັບລັດຖະບານກາງ
ເປັນເວລາດົນນານ ກ່ຽວກັບວ່າ ໃຜຄວນຄວບຄຸມຂົງເຂດຕ່າງໆໃນແຂວງທີ່ຢູ່ອ້ອມ
ຮອບ, ລວມທັງບໍ່ນໍ້າມັນຂອງເຂົາເຈົ້ານຳ.

ຄວາມເຄັ່ງຕຶງໄດ້ຂະຫຍາຍເພີ່ມຂຶ້ນ ເມື່ອສາມສັບປະດາທີ່ຜ່ານມາ ເມື່ອລັດຖະບານ
ຂອງພາກພື້ນ ເຄີດ ເຄິ່ງປົກຄອງຕົນເອງ ໄດ້ຈັດການລົງປະຊາມະຕິ ແຍກຕົວເປັນ
ເອກະລາດ ທີ່ໄດ້ຖືກຮັບຮອງຢ່າງຖ້ວມລົ້ນໂດຍຄົນຜູ້ທີ່ໄດ້ລົງຄະແນນສຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG