ຫົວໜ້າ ອົງການສືບລັບ CIA ຂອງສະຫະລັດ ກ່າວໃນວັນສຸກ
ວານນີ້ວ່າ ກຸ່ມລັດອິສລາມມີອາວຸດດີແລະໄດ້ຮັບການສະໜັບ
ສະໜຸນທາງດ້ານການເງິນທີ່ດີ ແຕ່ກໍບໍ່ແມ່ນວ່າເອົາຊະນະບໍ່ໄດ້.
ທ່ານ John Brennan ກ່າວຕໍ່ສະພາສາຍພົວພັນກັບຕ່າງປະ
ເທດ ທີ່ນະຄອນນິວຢອກວ່າ ພວກຫົວຮຸນແຮງມີລະບຽບວິໄນ
ແລະມີປະສົບພະການໃນການສູ້ ລົບ ແລະຈະຢຸດຢັ້ງພາຍໃນ
ເວລາຂ້າມຄືນນັ້ນບໍ່ໄດ້.
ແຕ່ທ່ານ Brennan ກ່າວວ່າ ການໂຈມຕີທາງອາກາດ ຂອງ
ແນວໂຮມພາຍໃຕ້ການ ນຳພາຂອງສະຫະລັດໄດ້ເຮັດໃຫ້ກຳ
ລັງຂອງລັດອິສລາມ “ອ່ອນແອລົງ” ແລະມີຮ່ອງຮອຍຫຼາຍໆຢ່າງສະແດງໃຫ້ເຫັນວ່າ “ກົງ
ຈັກພວມໄດ້ຮັບຄວາມເສຍຫາຍໜັກ.”
ທ່ານກ່າວຕໍ່ໄປວ່າ “ຊື່ສຽງອັນຍິ່ງໃຫຍ່ຂອງກຸ່ມ ISIL ຫລື
ລັດອິສລາມ ທີ່ວ່າມີຄວາມສາມາດໃນເອົາໄຊຊະນະ ແລະ
ປະສົບຄວາມສຳເລັດຢູ່ໃນອີຣັກ ແລະຊີເຣຍນັ້ນ ກຳລັງຖືກ
ທຳລາຍ ເພາະວ່າ ພວກເຮົາເຫັນເຂົາເຈົ້າໄດ້ຮັບຄວາມ
ເສຍຫາຍ. ພວກເຮົາເຫັນວ່າ ມີການບໍ່ເຫັນພ້ອມ ເກີດຂຶ້ນ
ຢູ່ໃນຖັນແຖວ. ພວກເຮົາເຫັນວ່າມີສິ່ງຈຳເປັນຫຼາຍຢ່າງທີ່
ຕ້ອງໄດ້ມີໃນການຄວບຄຸມດິນແດນ ແລະມີຄວາມຮັບຜິດ
ຊອບໃນການບໍລິຫານການປົກຄອງ ອັນບໍ່ເປັນຄວາມແຂງ
ແຮງທີ່ເໝາະສົມ ສຳຫລັບພວກໂຈນບາງຄົນທີ່ເຂົ້າຮ່ວມຢູ່
ໃນຂະບວນດັ່ງກ່າວ.”
ຢູ່ ໃນອີຣັກ ກຳລັງທະຫານລັດຖະບານ ພວມບຸກຄືບໜ້າ ໃນການໂຈມຕີດ້ວຍກຳລັງ
ເປັນຈຳນວນຫຼວງຫຼາຍເພື່ອຍຶດເອົາເມືອງ Tikrit ຄືນມາຈາກກຸ່ມລັດອິສລາມ ຊຶ່ງມີ
ລາຍງານວ່າໄດ້ເລີ້ມສູນເສຍເນື້ອທີ່ແລ້ວນັ້ນ.
ທະຫານອີຣັກ ຫລາຍເຖິງ 30,000 ຄົນ ແລະພວກທະຫານບ້ານ Shi’ite ທີ່ໄດ້ຮັບການ
ໜູນຫລັງໂດຍອີຣ່ານ ໄດ້ອ້ອມເມືອງດັ່ງກ່າວໄວ້ ແລະຍຶດເອົາຫຼາຍ ເຂດຄືນມາໄດ້ແລ້ວ.