ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີພວກ ISIS ເພື່ອປົດປ່ອຍເມືອງ ໂມຊູລ ຖືກຖ່ວງດຶງ ໃຫ້ຊ້າລົງ


ກອງກຳລັງປາບປາມລັດທິກໍ່ການຮ້າຍ ປ້ອງກັນຖະໜົນໃກ້ກັບ
ເມືອງເກົ່າໃນພາກຕາເວັນຕົກຂອງເມືອງ ໂມຊູລ. 3 ມິຖຸນາ, 2017.
ກອງກຳລັງປາບປາມລັດທິກໍ່ການຮ້າຍ ປ້ອງກັນຖະໜົນໃກ້ກັບ ເມືອງເກົ່າໃນພາກຕາເວັນຕົກຂອງເມືອງ ໂມຊູລ. 3 ມິຖຸນາ, 2017.

ເຖິງແມ່ນຈະໄດ້ປະຕິຍານໄວ້ແລ້ວກໍຕາມ ວ່າການໂຈມຕີພວກຣັດອິສລາມໃນເມືອງ
ໂມຊູລ ຈະໃຫ້ເປັນ “ບັ້ນຮົບສຸດທ້າຍ” ແຕ່ກຳລັງຂອງອີຣັກ ກໍສືບຕໍ່ ຖືກຂັດຂວາງ ຢູ່ໃນພາກສ່ວນເກົ່າແກ່ຂອງໂຕເມືອງບ່ອນທີ່ພວກໄອຊີສ ຍັງຄົງລີ້ຊ່ອນຢູ່.

ຫຼາຍມື້ຕໍ່ມາ ຫຼັງຈາກໄດ້ລົງມືບຸກ ບັ້ນຮົບຫຼ້າສຸດແລ້ວ ພວກກຳລັງທີ່ສະໜັບສະໜູນ
ໂດຍ ສະຫະລັດ ກໍໄດ້ປະຕິບັດພາລະກິດຊ້າລົງ ໃນທ້າຍສັບປະດາຜ່ານມາ ໂດຍເວົ້າ
ວ່າ ຍ້ອນມີບັນຫາໃນການປົກປ້ອງປະຊາຊົນ ຢູ່ໃນເຂດທີ່ຖືກຂັງ ແລະ ຄວບຄຸມໂດຍ
ພວກໄອຊິສ. ພວກບັນຊາການທັງຫຼາຍຍອມຮັບວ່າ ການສູ້ຮົບໃນເມືອງໂມຊູລ ຈະກິນ ເວລາດົນກວ່າທີ່ຄາດໄວ້ລ່ວງໜ້າ.

ພົນຈັດຕະວາ ນາຈິມ ອັບດູລາ ອາລຈູບູຣີ ຂອງອີຣັກ ໄດ້ບອກ ວີໂອເອ ວ່າ “ພວກເຮົາ ພວມຕໍ່ສູ້ສົງຄາມທີ່ຍາກລຳບາກ. ມັນຈະກິນເວລາອີກ ຢ່າງໜ້ອຍນຶ່ງເດືອນ ກ່ອນຈະ
ປົດປ່ອຍເມືອງເກົ່າໄດ້ ເພາະວ່າພວກໄອຊີສໃຊ້ພົນລະເຮືອນເປັນໂລ້ກຳບັງ.”

ນາຍພົນ ອາລຈູບູຣີ ກ່າວວ່າ ກອງກຳລັງຂອງເພິ່ນ ໄດ້ຍຸຕິ ການບຸກໂຈມຕີໄວ້ຊົ່ວຄາວ ເພື່ອເປີດຊ່ອງທາງເທື່ອໃໝ່ ໃຫ້ພວກພົນລະເຮືອນໄດ້ຫຼົບໜີອອກຈາກບ້ານເຮືອນຂອງ ພວກເຂົາເຈົ້າໄປ ໂດຍຜ່ານເສັ້ນທາງຂອງລັດຖະບານ.

ທ່ານກ່າວວ່າ “ພວກເຮົາຕ້ອງໄດ້ເບິ່ງຄືນ ແຜນການຂອງພວກເຮົາຢູ່ເລື້ອຍໆ ເພື່ອ ປ່ຽນເສັ້ນທາງເປັນບາງເທື່ອ ແລະເຄື່ອນໄຫວໄປບ່ອນຕ່າງໆອິງໃສ່ວ່າ ບ່ອນໃດສູ້ ຮົບກັນໜັກທີ່ສຸດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG