ພວກເຮືອບິນລົບຂອງອີຣັກ ໄດ້ທຳການໂຈມຕີໃນຄືນຜ່ານມານີ້
ໃສ່ເມືອງ Tikrit ທາງພາກເໜືອຂອງປະເທດ ໃນຂະນະທີ່ທຳ
ການຕໍ່ສູ້ ເພື່ອຍາດເອົາເມືອງດັ່ງກ່າວຄືນມາຈາກພວກຫົວຮຸນ
ແຮງຊຸນນີ ທີ່ໄດ້ປະກາດຈັດຕັ້ງລັດອິສລາມຂຶ້ນ ໃນຫລາຍໆ
ເຂດຂອງອີຣັກແລະຊີເຣຍ.
ການສູ້ລົບກັນໄດ້ດຳເນີນສືບຕໍ່ມາຮອດວັນຈັນມື້ນີ້ ທີ່ເມືອງ Tikrit
ຊຶ່ງເປັນນຶ່ງໃນຫຼາຍໆຫົວເມືອງ ທີ່ພວກຫົວຕໍ່ສູ້ຈາກກຸ່ມ ISIL ໄດ້
ເຂົ້າຄວບຄຸມ ຕັ້ງແຕ່ຕອນລິເລີ້ມການໂຈມຕີຂອງພວກເຂົາໃນ
ຕົ້ນເດືອນມິຖຸນານີ້ເປັນຕົ້ນມາ.
ໃນວັນອາທິດວານນີ້ ພວກ ISIL ໄດ້ປະກາດໃນຖະແຫຼງການທີ່ອັດສຽງໄວ້ ແລະລົງໃນ Internet ວ່າ ຫົວໜ້າຂອງຕົນ ຄືນາຍ Abu Bakr al-Baghdadi ເປັນຫົວໜ້າລັດໃໝ່
ທີ່ເອີ້ນວ່າຄາລີເຟທ (caliphate) ຊຶ່ງເປັນຄຳສັບປະວັດສາດ ທີ່ໝາຍເຖິງລັດອະທິປະໄຕຂອງພວກທີ່ມີຄວາມເຫລື້ອມໃສຢ່າງເຄັ່ງຄັດໃນສາສະໜາອິສລາມ.
ກຸ່ມ ISIL ເຄີຍເປັນສາຂານຶ່ງຂອງເຄືອຂ່າຍ al-Qaida ໃນອີຣັກ ແຕ່ພວກຜູນຳຂອງກຸ່ມ al-Qaida ໄດ້ປະກາດຕັດກຸ່ມ ISIL ອອກຈາກເຄືອຂ່າຍຂອງຕົນ ໃນຕົ້ນປີນີ້ ຍ້ອນ ກຸ່ມ ISIL ມີຄວາມປາດຖະໜາຢາກຕັດສາສະໜາອະທິປະໄຕອອກ ແລະບໍ່ຍອມຮັບຟັງຄຳ
ສັ່ງໃດໆ.