ກຳລັງຂອງອີຣັກ ສືບຕໍ່ບຸກໂຈມຕີ ພວກຫົວຮຸນແຮງລັດອິສລາມ ທີ່ຍັງຫລົງເຫຼືອຢູ່
ເຂົ້າໄປໄດ້ເທື່ອລະນີ້ວ ໄດ້ເຮືອນເທື່ອລະຫຼັງ ໃນເມືອງ Mosul ແມ່ນແຕ່ກະທັງ ເວລາບັນດາເຈົ້າໜ້າທີ່ ພາກັນສະເຫຼີມສະຫຼອງ ໄຊຊະນະ ຢູ່. ການສູ້ລົບ ບັດນີ້
ແມ່ນຢູ່ໃນບໍລິເວນຄັບແຄບຕ່າງໆ ທີ່ການໂຈມຕີທາງອາກາດ ຕໍ່ຕ້ານເປົ້າໝາຍ
ຕ່າງໆ ຂອງກຸ່ມລັດອິສລາມ ໄດ້ຊັ່ນຄອນ ພວກຕຶກອາຄານທີ່ຄວບຄຸມໂດຍ
ພວກອີຣັກ.
ພວກທະຫານໄດ້ບັນລະຍາຍວ່າ ການຕໍ່ສູ້ບັ້ນສຸດທ້າຍ ກັບພວກຫົວຮຸນແຮງ
ລັດອິສລາມ ເປັນການສູ້ລົບທີ່ໂຫດຫ້ຽມທີ່ສຸດ ໃນຂະນະທີ່ພວກເຂົາເຈົ້າ ບຸກເຂົ້າ
ໄປໃນເຮືອນແຕ່ລະຫຼັງ ບ່ອນທີ່ພວກຫົວຮຸນແຮງໃສ່ເສື້ອສະລະເບີດສະຫລະຊີບ
ຫລົບລີ້ຢູ່ນັ້ນ.
ໃນຂະນະທີ່ແສງຕາເວັນຄ້ອຍຕໍ່າລົງ ໃນເມືອງ ໂມຊູລ ເມື່ອວັນອາທິດວານນີ້
ຂະບວນລົດຂອງນາຍົກລັດຖະມົນຕີ Haidar al-Abadi ກໍໄດ້ເຄື່ອນອອກໄປ
ຈາກ “ເມືອງໂມຊູລທີ່ໄດ້ຖືກປົດປ່ອຍ.” ພວກຄົນຂອງທ້ອງຖິ່ນບາງສ່ວນ ເບິ່ງ
ຄືວ່າ ຮູ້ສຶກຕື່ນເຕັ້ນ ໄດ້ເຕົ້າໂຮມກັນ ເພື່ອລະນຶກເຖິງການມາຢ້ຽມຢາມຂອງທ່ານ
ນາຍົກ ຊຶ່ງກ້ອງຖ່າຍຮູບ ໃນໂທລະສັບມືຖືຂອງພວກເຂົາເຈົ້າ ແມ່ນກຽມພ້ອມ.
ສ່ວນໃຫຍ່ຂອງເມືອງໂມຊູລ ໄດ້ຖືກຄວບຄຸມ ໂດຍກຳລັງຂອງອີຣັກ ໂດຍທີ່ພວກ
ຫົວຮຸນແຮງ ໄດ້ປັກຫລັກຢູ່ພາຍໃນບໍລິເວນ ພຽງປະມານ 200 ຕາລາງແມັດ.
ພວກທະຫານອີຣັກ ກ່າວວ່າ ພວກນັກລົບທີ່ຍັງເຫຼືອ ແມ່ນພວກຄົນບ້າຫລົງໄຫລ
ສ່ວນຫຼາຍບໍ່ແມ່ນຄົນອີຣັກ ແລະ ສຳລັບພວກເຂົາແລ້ວ ການຕໍ່ສູ້ໃນທຸກສະໜາມລົບ
ແມ່ນສູ້ຈົນຕາຍ.
ກຳລັງໜ່ວຍພິເສດຂອງອີຣັກ ທ້າວ Barak Razaq ໄດ້ກ່າວ ຢູ່ທີ່ແນວໜ້າໃນວັນ
ອາທິດວານນີ້ ວ່າ “ພວກເຂົາຮ້ອງໃສ່ພວກເຮົາວ່າ ໃຫ້ອອກໄປຈາກດິນແດນຂອງ
ມຸສລິມ ພວກບໍ່ມີສາສະໜາ! ຕໍ່ຈາກນັ້ນ ພວກເຮົາ ກໍໄດ້ເຫັນ ພວກເຂົາໃສ່ເສື້ອ
ລະເບີດສະຫຼະຊີບ. ພວກເຮົາໄດ້ແກວ່ງລະເບີດມືໃສ່ພວກພວກເຂົາ ແລ້ວກໍຖອຍ
ອອກໄປ ແລະ ຕໍ່ຈາກນັ້ນ ກໍໄດ້ຮ້ອງຂໍການໂຈມຕີຈາກທາງອາກາດ.”
ພວກທະຫານ ໄດ້ກະປະມານວ່າ ມີສະມາຊິກ ກຸ່ມລັດອິສລາມຢູ່ລະຫວ່າງ 100 ຫາ
150 ຄົນ ທີ່ຍັງຕໍ່ສູ້ຢູ່ໃນເມືອງໂມຊູລ ແລະ ໄດ້ກ່າວວ່າ ບັດນີ້ພວກເຂົາເຈົ້າແມ່ນເພັ່ງ
ເລັງໃສ່ ເພື່ອຈັບເປັນ ພວກຫົວຮຸນແຮງທີ່ຍັງເຫຼືອ ຖ້າເປັນໄປໄດ້. ພວກເຂົາເຈົ້າ
ຄາດໝາຍວ່າ ການສູ້ລົບ ຈະຍຸຕິລົງຢ່າງຄົບຖ້ວນ ໃນສອງສາມມື້ຂ້າງໜ້າ ແລະ
ຕໍ່ຈາກນັ້ນ ຈະເຄື່ອນກຳລັງໄປເມືອງອື່ນໆຕໍ່ໄປ ແລະ ເມືອງຕ່າງໆທີ່ຄວບຄຸມໂດຍ
ພວກລັດອິສລາມ ນອກເໜືອໄປຈາກການຕໍ່ສູ້ແລ້ວ ພວກເຂົາເຈົ້າກໍເຊື່ອວ່າ ຍັງມີ
“ພວກແອບແຝງໂຕ” ຫລົບລີ້ຢູ່ ປະປົນກັບປະຊາຊົນພົນລະເຮືອນຂອງເມືອງໂມຊູລ.