ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມ ອາລ ຄາອີດາ ຍຶດເອົາເມືອງ Fallujah ໃນອີຣັກ


ກຸ່ມຫົວຮຸນແຮງ Al-Qaida ທີ່ເມືອງ Fallujah ໃນອີຣັກ
ກຸ່ມຫົວຮຸນແຮງ Al-Qaida ທີ່ເມືອງ Fallujah ໃນອີຣັກ
ກຸ່ມ​ກະບົດ​ແລະ​ຕໍາຫຼວດອີຣັກ ຢູ່​ແຂວງ Anbar ທີ່​ບໍ່​ສະຫງົບ​ສຸກ ​ເວົ້າ​ວ່າ ລັດຖະບານ​ອີຣັກ​ໄດ້ສູນ​ເສຍ​ເມືອງ Fallujah ​ໃຫ້​ແກ່​ກຸ່ມ​ຫົວ​ຮຸນ​ແຮງອາລ ຄາ​ອີດາ ຫຼັງຈາກ​ສູ້​ລົບ​ກັນ​ ມາໄດ້ຫຼາຍມື້​ນັ້ນ.

ກຸ່ມລັດ​ອີສລາມຂອງ​ອີຣັກແລະ​ຊີ​ເຣຍ ຫລື ISIS ທີ່ເປັນ​ເຄື່ອຂ່າຍ​ຂອງ​ກຸ່ມ​ອາລຄາ​ອີ​ດາ ​ຊຶ່ງມີ​ຄວາມເຂັ້ມ​ແຂງ​ຢູ່​ໃນ​ທັງ​ສອງ​ປະ​ເທດ ​ໄດ້​ຂັ​ບ​ໄລ່ກໍາລັງ ຕໍາຫຼວດ ອອກ​ໄປ​ຈາກ​ໃຈ ກາງ​ເມືອງ​ດັ່ງກ່າວ.

ທ່ານ Nouri al-Maliki ນາຍົກລັດຖະມົນຕີອີຣັກ ​ເວົ້າ​ວ່າ ກໍາລັງ​ຂອງ ລັດຖະບານ​ ອີ ຣັກ ຈະ​ບໍ່​ຍອມ​ລ່າ​ຖອຍ​ອອກ​ຈາກແຂວງ Anbar ຈົນ​ກວ່າ ພວກ​ເຂົາ​ເຈົ້າສາມາດ​ ກໍາ ຈັດ ​ກຸ່ມ​ຫົວ​ຮຸນ​ແຮງ ອາ​ລ ຄາ​ອີ​ດາ ອອກ​ໄປ​ໄດ້​ເສຍ​ກ່ອນ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ກຸ່ມຫົວ​ຮຸນ​ແຮງ​ອາລ ຄາ​ອີ​ດາ ​ໄດ້​ຊັກ​ທຸງ​ຂອງ ຕົນ​ຂຶ້ນ ຢູ່​ຕຶກໂຮງການ​ລັດຖະບານ ທີ່​ເມືອງ Fallujah ຊຶ່ງ​ຢູ່​ຫ່າງ​ຈາກ​ເມືອງຫຼວງ​ແບັກແດດ​ໄປ​ທາງກໍ້າ​ຕາ​ເວັນ​ຕົກ ປະມານ 60 ຫຼັກ ​ແລະ​ປະກາດ​ໃຫ້​ເປັນລັດເອກ​ກະລາດອີ​ສລາມ.

ພວກ​ເຫັນ​ເຫດການ​ເວົ້າ​ວ່າ ກຸ່ມ​ອາລ ຄາ​ອີ​ດາ ​ໄດ້​ຕັດ​ສາຍ​ໄຟຟ້າ​ໃນເມືອງ ​ເມື່ອ​ຕອນແລງ​ວັນ​ສຸກ ​ແລະ​ສັ່ງ​ໃຫ້​ພວກ​ຊາວ​ເມືອງ ​ບໍ່​ຕ້ອງ​ໃຊ້​ເຄຶ່ອງປັ່ນ​ໄຟຟ້າ​ສໍາລອງ​ເດັດຂາດ.

ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ເວົ້າ​ເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ISIS ກໍາລັງສະ​ແດງ​ຄວາມ​ປ່າ​ເຖື່ອນ​ຕໍ່​ພົນລະ​ເຮືອນ ທີ່​ເມືອງ Fallujah ​ແລະ ​ເມືອງ Ramadi ເມືອງ ຫຼວງຂອງ​ແຂວງ Anbar ນັ້ນ. ​ ທ່ານ​ນາງ Marie Harf ຮອງ​ໂຄສົກ ກະຊວງ​ຕ່າງປະ​ເທດ ໃຫ້​ຂໍ້​ສັງ​ເກດ​ວ່າ ຂະນະ​ນີ້​ສະຫະລັດ​ກໍາລັງ​ປະຕິບັດງານ​ເພື່ອ​ສະ​ໜັບສະ​ໜຸນ​ທຸກ​ວິທີ​ທາງ​ທີ່​ເປັນ​ໄປ​ໄດ້ ແກ່ຫຼາຍຊົນ​ເຜົ່າ ທີ່​ລຸກຂຶ້ນມາ​ຕໍ່ຕ້ານ ກຸ່ມ ISIS ນັ້ນ.
XS
SM
MD
LG